ພິທີປະກາດແຕ່ງຕັ້ງຮອງອຳນວຍການ ວິທະຍາຄານຕຳຫຼວດປະຊາຊົນ(ວຕປ ) ໄດ້ຈັດຂຶ້ນໃນ ວັນທີ 07 ກຸມພາ 2025 ນີ້, ທີ່ຫ້ອງປະຊຸມຊັ້ນ 04 ເຂົ້າຮ່ວມເປັນປະທານໂດຍ ພົຈວ ໜູໃບ ອິນທິສານ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ພົຈວ ປອ ໂອໄດ ທິລັນດາ ຫົວໜ້າອຳນວຍການວິທະຍາຄານຕຳ ຫຼວດປະຊາຊົນ, ມີຕາງໜ້າກົມພະນັກງານ, ຫ້ອງ, ສູນ, ຄະນະວິຊາ ແລະ ຜູ້ທີ່ໄດ້ຮັບການແຕ່ງຕັ້ງເຂົ້າຮ່ວມ.

ພັອ ວິຊຽນ ຫານວິໄລ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ໄດ້ຜ່ານຂໍ້ ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 114 / ປກສ, ລົງວັນທີ 22 ມັງກອນ 2025 ວ່າດ້ວຍການຍົກຍ້າຍນາຍຕຳຫຼວດ ຈາກກົມໃຫ່ຍການເມືອງປ້ອງກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ ແລະ ຂໍ້ຕົກລົງເລກທີ 117/ປກສ ລົງວັນທີ 22 ມັງກອນ 2025 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ເປັນຮອງອຳນວຍ ການ ວິທະຍາຄານຕຳຫຼວດປະຊາຊົນ. ໃນນີ້, ແຕ່ງຕັ້ງ ພັອ ສົມພານິດ ວົງສຸທິ ແລະ ພັອ ປອ ປັດສະຍາ ສີຫານາດ ເປັນຮອງອຳນວຍການ ສ່ວນຫົວໜ້າ ແລະ ຮອງຫົວ ໜ້າທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.





ໃນພິທີ ຍັງໄດ້ຮັບຟັງການໂອ້ລົມຂອງປະທານເຊີ່ງທ່ານ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ນາຍຕໍາຫຼວດທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ໃນຄັ້ງນີ້ ພ້ອມທັງໃຫ້ທິດຊີ້ນໍາ ໃຫ້ເອົາໃຈໃສ່ນຳພາ-ບັນຊາຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການປະຕິບັດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ, ການຄົ້ນຄວ້າຜັນຂະຫຍາຍ ແຜນນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ແລະ ຂໍ້ກຳນົດຕ່າງໆ ທີ່ພັກ-ລັດ ຂັ້ນເທິງວາງອອກໃຫ້ເປັນອັນລະອຽດ ໂດຍສະເພາະແມ່ນ ການນໍາພາແກ້ໄຂວຽກງານບັນຫາປະກົດການຫຍໍ້ທໍ້ ທີ່ມີຄວາມຫຍຸ້ງຍາກໃນກົມກອງ ແລະ ສັງຄົມ, ເອົາໃຈໃສ່ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກໃຫ້ທັນສະໄໝເຂັ້ມແຂງ.

