
ວິທະຍາຄານຕໍາຫຼວດປະຊາຊົນ ( ວຕປ ) ກະຊວງ ປກສ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ພ້ອມທັງມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ 23 ໜ່ວຍພັກ, ໜ່ວຍພັກຮາກຖານທີ່ຂຶ້ນກັບໃນວັນທີ 15 ມີນາ 2023, ເປັນປະທານໂດຍ ສະຫາຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າອໍານວຍການ ວຕປ, ມີຄະນະໜ່ວຍພັກ, ຄູ-ອາຈານ ແລະ ສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ພັອ ປອ ຈິດວິໄຊ ແກ້ວມະນີວົງ ຄະນະພັກ ຮອງຫົວໜ້າອໍານວຍການ ວຕປ ກ່າວວ່າ: ໃນ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະໜ່ວຍພັກໄດ້ເອົາໃຈໃສ່ນຳພາ-ຊີ້ນຳກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕາມ 5 ເນື້ອໃນທີ່ສູນກາງພັກວາງອອກ, ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ເພີ່ມທະວີການປັບປຸງແບບແຜນນໍາພາ, ວິທີເຮັດວຽກບົນພື້ນຖານຫຼັກການຂອງພັກ, ສະມາຊິກພັກແຕ່ລະສະຫາຍໄດ້ເຂົ້າຮ່ວມ ແລະ ເປີດດໍາເນີນຊີວິດການເມືອງສໍາຫຼວດກວດກາຕີລາຕີຄາແບ່ງພະເພດ, ທົ່ວວິທະຍາຄານຕໍາຫຼວດ ປະຊາ ຊົນ, ເຊິ່ງມີສະມາຊິກພັກທັງໝົດມີ 917 ສະຫາຍ.

ຜ່ານການຈັດຕັ້ງປະຕິບັດ ສາມາດຄັດເລືອກໄດ້ປະເພດສະມາຊິກພັກແຂງມີ 776 ສະຫາຍ, ກາງມີ 15 ສະຫາຍ, ສະມາຊິກພັກອ່ອນມີ 1 ສະ ຫາຍ ແລະ ອົງຄະນະພັກວິທະຍາຄານຕໍາຫຼວດປະຊາຊົນມີທັງໜົດ 32 ໜ່ວຍພັກຂຶ້ນກັບ. ໃນນີ້, ມີໜ່ວຍພັກຮາກຖານ 1 ໜ່ວຍ ມີ 11 ໜ່ວຍ ຂຶ້ນກັບຄະນະພັກຮາກຖານລວມ 23 ຮາກຖານພັກ ແລະ ສາມາດຍາດໄດ້ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 23 ໜ່ວຍພັກ, ໜ່ວຍພັກກາງ ມີ 6 ໜ່ວຍພັກ ແລະ ສາມາດຍາດ ໄດ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 4 ປີຕິດຕໍ່ກັນ ມີ 11 ໜ່ວຍພັກ.

ໃນພິທີ, ຍັງໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງ ປກສ ວ່າດ້ວຍການຮັບຮອງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022; ໃນນີ້, ຮັບຮອງເອົາບັນດາ 23 ໜ່ວຍພັກຮາກຖານທີ່ຂຶ້ນກັບວິທະຍາຄານຕຳຫຼວດປະຊາຊົນ ຄື: ໜ່ວຍພັກຮາກຖານຫ້ອງການ, ໜ່ວຍພັກຮາກຖານຫ້ອງການເມືອງ; ໜ່ວຍພັກຮາກຖານຫ້ອງພະລາທິການ, ໜ່ວຍພັກຮາກຖານຫ້ອງຄຸ້ມຄອງຫຼັກສູດ, ໜ່ວຍພັກຮາກຖານຄະນະວິຊາການເມືອງຈິດຕະສາດ, ໜ່ວຍພັກຮາກຖານຄະນະວິຊາການທະຫານກິລາມວຍ, ໜ່ວຍພັກຮາກຖານຄະນະວິຊາເຕັກນິກຂໍ້ມູນໄອທີ, ໜ່ວຍພັກຮາກ ຖານຄະນະວິຊາຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໜ່ວຍພັກຮາກຖານຄະນະວິຊາສືບສວນ-ສອບສວນຄະດີອາຍາ, ໜ່ວຍ ພັກ ຮາກຖານຄະນະວິຊານິຕິວິທະຍາ, ໜ່ວຍພັກຮາກຖານຄະນະວິຊາສະກັດກັ້ນ ແລະ ຕ້ານຢາເສບຕິດ, ໜ່ວຍພັກກອງຮ້ອຍ 1 ຮຸ່ນ 23/4, ໜ່ວຍພັກຮາກຖານຄະນະວິຊາຈະລາຈອນ-ມອດໄຟ, ໜ່ວຍ ພັກຮາກຖານຄະນະວິຊາຄຸ້ມຂັງ-ດັດສ້າງ, ໜ່ພັກຮາກຖານຄະນະວິຊາປ້ອງກັນ ເສດຖະກິດ, ໜ່ວຍພັກຮາກຖານ ຫ້ອງຄຸ້ມຄອງວິທະຍາສາດ, ໜ່ວຍ ພັກຮາກຖານສູນຂໍ້ມູນຂ່າວສານການສຶກສາ, ໜ່ວຍພັກກອງຮ້ອຍ 2 ຮຸ່ນທີ 23/4 ແລະ ໜ່ວຍພັກກອງຮ້ອຍ 2 ຮຸ່ນທີ 24/4 ເປັນ ໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ມອບ ໃບຢັ້ງຢືນໂດຍ ສະຫາຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຄະນະ ພັກກະຊວງ ເລຂາຄະນະພັກ ຫົວ ໜ້າວິທະຍາຄານຕຳຫຼວດປະຊາຊົນ.