
ໃນວັນທີ 15 ມີນາ 2023, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງປະດິດສະຖານອະນຸສາວະລີ ປະທານ ໄກສອນ ພົມວິຫານ ຢູ່ວິທະຍາຄານການເມືອງ ປກສ ທີ່ຕັ້ງຢູ່ເຂດບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະນໍາກະຊວງ, ກົມໃຫຍ່, ຕາງໜ້າຈາກກະຊວງ ຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ສູນກາງແນວລາວສ້າງ ຊາດ, ຄະນະຈັດຕັ້ງສູນກາງພັກ ແລະ ຄະນະຮັບຜິດຊອບປັ້ນຫຼ່ໍຮູບປັ້ນປະທານ ໄກສອນ ພົມວິຫານ ເຂົ້າຮ່ວມ.

ໂຄງການກໍ່ສ້າງອະນຸສາວະລີິ ປະທານ ໄກສອນ ພົມວິຫານ ຢູ່ຕໍ່ໜ້າວິທະຍາຄານການເມືອງ ປກສ ແມ່ນສ້າງຂຶ້ນ ເພື່ອເປັນອະນຸສອນສະຖານຈາລຶກຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດລາວ ໂດຍແມ່ນໂຮງຫຼ່ໍປະຕິມະກໍາລ້ານຊ້າງ ເປັນຜູ້ຮັບເໝົາປັ້ນຫຼ່ໍຮູບປັ້ນປະທານ ໄກສອນ ພົມວິຫານ, ເຊິ່ງມີຄວາມສູງ 7,5 ແມັດ, ຫຼ່ໍດ້ວຍທອງ ແລະ ໃຊ້ວິຊາການທີ່ຈົບຈາກຂະແໜງວິຈິດສິນທີ່ມີພອນສະຫວັນທາງດ້ານສີໄມ້ລາຍມື ແລະ ຊ່າງທີ່ມີຄວາມສຳນິຊໍານານໃນການປັ້ນຫຼ່ໍ, ເຊິ່ງຄາດວ່າໃນ ທ້າຍເດືອນມິຖຸນາ 2023 ຈະສໍາ ເລັດການປັ້ນຫຼ່ໍຮູບປັ້ນປະທານ ໄກສອນ ພົມວິຫານ; ພາຍຫຼັງປັ້ນຫຼ່ໍສໍາເລັດ ຈະໄດ້ນໍາຮູບປັ້ນປະທານ ໄກສອນ ພົມວິຫານ ມາປະດິດສະຖານໄວ້ຢູ່ຕໍ່ໜ້າວິທະຍາຄານການເມືອງ ປກສ.

ສ່ວນໂຄງການກໍ່ສ້າງວິທະຍາຄານການເມືອງ ປກສ ແມ່ນສ່ວນໜຶ່ງຂອງແຜນການຜັນຂະຫຍາຍສັນຍາຮ່ວມມືລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ເຊິ່ງເປັນທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດ ນາມ ດ້ວຍງົບປະມານ 250 ຕື້ດົງ ແລະ ທຶນສົມທົບຈາກລັດຖະບານ ສປປ ລາວ; ໂຄງການດັ່ງກ່າວນໍາໃຊ້ເນື້ອທີ່ທັງໝົດ 6,5 ເຮັກຕາ ໂດຍສ້າງໃຫ້ເປັນວິທະຍາຄານກິນ-ນອນ, ອອກແບບອາຄານໃຫ້ສອດຄ່ອງກັບລະບົບການສຶກສາທີ່ປະກອບດ້ວຍສິ່ງອໍານວຍຄວາມສະດວກຕ່າງໆ ເປັນຕົ້ນສວນທາສາລະນະ, ສະໜາມກິລາ, ສະຖານທີ່ທໍາການຜະລິດ ເພື່ອເປັນບ່ອນຈັດກິດຈະກໍາຂອງນັກສຶກສານອກໂມງຮຽນ, ເປັນສະຖານ ທີ່ສໍາລັບການພັດທະນາຂອງນັກສຶກສາທາງດ້ານສະໝອງ ແລະ ສຸຂະພາບ, ເຊິ່ງຈະສາມາດຮອງຮັບນັກສຶກສາໄດ້ 1.200 ສະຫາຍ ແລະ ພະນັກ ງານ, ຄູ-ອາຈານ 150 ສະຫາຍ ໂດຍກຳນົດເວລາດຳເນີນການກໍ່ສ້າງປະມານ 1 ປີ ຈະໃຫ້ສຳເລັດ.