
ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງພິທີປາຖະກະຖາວັນສ້າງຕັ້ງກຳລັງສັນຕິບານ ຄົບຮອບ 60 ປີ ( 13 ມີນາ 1963 – 13 ມີນາ 2023 ) ປາຖະກະຖາໂດຍ ພົຕ ບົວວັນ ວົງສາວັນທອງ ຄະນະພັກກະຊວງ ຫົວໜ້າກົມໃຫຍ່ສັນຕິບານ, ມີບັນດາສະຫາຍຄະນະ-ຄະນະບັນຊາກົມໃຫຍ່, ບັນດາສະຫາຍອະດີດການນຳກົມໃຫຍ່ ພ້ອມດວຍແຂກຮັບເຊີນ ແລະ ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ສັນຕິບານ ເຂົ້າຮ່ວມ.

ພົຕ ບົວວັນ ວົງສາວັນທອງ ໃຫ້ຮູ້ວ່າ: ວັນທີ 13 ມີນາ 1963, ເປັນວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດ ຂອງສະມາຊິພັກ, ນາຍ ແລະ ພົນຕຳຫຼວດ ກຳລັງສັນຕິບານໃນທົ່ວປະເທດ ເປັນວັນກຳເນີດຂອງກຳລັງສັນຕິບານ, ເຊິ່ງແມ່ນກຳລັງວິຊາສະເພາະໜຶ່ງໃນໂຄງປະກອບກຳລັງປ້ອງກັນຄວາມສະຫງົບ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດ ກໍຄື ປະຊາຊົນບັນດາເຜົ່າ, ເປັນກຳລັງທີ່ເຮັດໜ້າທີ່ປ້ອງກັນແນວ ທາງຂອງພັກ ແລະ ປ້ອງກັນຜູ້ນຳພັກ-ລັດ, ຮັບປະກັນຄວາມສະຫງົບທາງດ້ານການເມືອງ, ສະກັດກັ້ນຕໍ່ສູ້ກັບທຸກເລ່ລ່ຽມກົນອຸບາຍຂອງກຸ່ມຄົນບໍ່ດີທີ່ຫວັງທຳລາຍມ້າງເພ, ແບ່ງແຍກ, ສ້າງຄວາມປັ່ນປ່ວນ, ກໍ່ຄວາມບໍ່ສະຫງົບ ໃນດິນແດນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ພິທີປາຖະກະຖາໃນຄັ້ງນີ້, ຈັດຂຶ້ນເພື່ອເປັນການເສີມຂະຫຍາຍມູນເຊື້ອວິລະກຳອັນພິລະອາດຫານ ພ້ອມທັງເປັນການສຶກສາອົບຮົມ, ປູກຈິດສຳນຶກ, ສ້າງຄວາມຕັດສິນໃຈ, ຄວາມເດັດດ່ຽວ, ຄວາມມານະອົດທົນໃຫ້ແກ່ນາຍ ແລະ ພົນຕຳຫຼວດໃນກຳລັງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນກຳລັງສັນຕິບານຮຸ່ນສືບທອດ ເພື່ອສືບຕໍ່ພາລະກິດອັນໃຫຍ່ຫຼວງຂອງກຳລັງສັນຕິບານທີ່ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ.
