ວັນທີ 31 ມັງກອນ 2025, ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດພິທີປະ ກາດການຍົກຍ້າຍນາຍຕຳຫຼວດຂັ້ນນໍາພາ-ບັນຊາ ກອງບັນຊາການ ປກສ ແຂວງ ວຽງຈັນ, ເປັນກຽດເຂົ້າຮ່ວມໃນພິທີມີ ພົຈວ ສົມຄິດ ດວງພະຈັນ ຫົວໜ້າກອງບັນ ຊາການ ປກສ ແຂວງວຽງຈັນ, ມີຄະນະພັກ-ຄະນະກອງບັນຊາການ ປກສ ແຂວງວຽງຈັນ,ຕາງໜ້າຫ້ອງ, ກອງພັນ, ຄ້າຍຄຸມຂັງດັດສ້າງ, ກອງບັນຊາການ ປກສ ເມືອງ 11 ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.

ພັອ ຄໍາຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງວຽງຈັນ ໃນນີ້ໄດ້ຍົກຍ້າຍ ພັອ ຄໍາສິງ ຮົ່ມດວງໄຊ ຈາກກອງບັນຊການ ປກສ ແຂວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ.

ພົຈວ ສົມຄິດ ດວງພະຈັນ ໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນພາວະວິໄສ ໃນການສັບ ຊ້ອນພະນັກງານນໍາພາ- ບັນຊາຂັ້ນຕ່າງໆ ໂດຍອີງໃສ່ຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ນາຍຕຳຫຼວດທີ່ໄດ້ຮັບການຍົກຍ້າຍ ຈົ່ງສືບຕໍ່ເອົາໃຈໃສ່ຍົກສູງວຽກງານນຳພາ-ບັນຊາ ຕິດພັນກັບການ ກໍ່ສ້າງນາຍ ແລະ ພົນຕຳຫຼວດ ໃຫ້ມີຄວາມ ເຕີບໃຫຍ່ເຂັ້ມແຂງ ເພື່ອພ້ອມກັນເຮັດສຳເລັດ ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

