
ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນເຄື່ອນທີ່ ປະຈໍາປີ 2024 ແລະ ວາງທິດທາງແຜນການວຽກງານຈຸດສຸມປີ 2025 ໃນວັນທີ 30 ມັງກອນ 2025 ເປັນປະທານໂດຍ ພົຈວ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການ ປທ, ມີ ພົຈວ ປອ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະກອງບັນຊາການ, ບັນດາຫ້ອງ, ກອງພັນອ້ອມຂ້າງ, ປກສ ແຂວງ, ປກສ ນະຄອນຫຼວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນກອງບັນຊາການ ປທ ເຂົ້າຮ່ວມ.

ພັອ ບຸນຈັນ ອິນພົມມາ ຮອງຫົວໜ້າກອງບັນຊາການ ປທ ກ່າວວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດ ຢ່າງເປັນປົກກະຕິເຮັດໃຫ້ທຸກສະຫາຍມີການເມືອງໜັກແໜ້ນ ພ້ອມກັນເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຍາດໄດ້ຜົນສໍາເລັດຫຼາຍດ້ານສະແດງອອກ ໄດ້ຕັ້ງໜ້າສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ໂດຍຈັດຕັ້ງຜັນຂະຫຍາຍຄໍາສັ່ງເລກທີ 1470/ປກສ ແລະ ຈັດຕັ້ງປະຕິບັດ 1 ໂຄງການ 3 ກິດຈະກໍາຂອງກອງບັນຊາ ການ ປທ ວາງອອກ, ວຽກງານວິຊາສະເພາະຂອງກອງບັນຊາການ ປທ, ກອງພັນ ປທ ບັນດາແຂວງ ທົ່ວປະເທດ ໃນປີ 2024 ຜ່ານມາ, ໄດ້ສົມທົບກັບກົມກອງວິຊາສະເພາະຈັດຕັ້ງອອກກວດກາລາດຕະເວນແກ້ໄຂປະກົດການຫຍໍ້ທໍ້ທັງໝົດ 7.218 ຄັ້ງ, ມ້າງຄະດີກຸ່ມແກ້ງຕ່າງໆ 237 ເລື່ອງ, ກັກຜູ້ຕ້ອງຫາໄດ້ 516 ຄົນ ຍິງ 44 ຄົນ, ຄົນຈີນ 138 ຄົນ, ຄົນຫວຽດນາມ 109 ຄົນ, ຄົນມຽນມາ 9 ຄົນ, ຄົນໄທ 83 ຄົນ, ລາວ 177 ຄົນ.

ຢຶດຂອງກາງ: ຢາບ້າ ຈໍານວນ 22 ເປົາ, ເທົ່າກັບ 3.072.917 ເມັດ, ຢາໄອສ໌ 963 ກິໂລ, ຄໍລາເຈນ 77 ຖົງ, ຢາອີ 5,216 ກິໂລກຼາມ, ຕູ້ໃຊ້ແພັກຢາເສບຕິດ 1 ໜ່ວຍ, ຊິງສັ່ງຢາເສບຕິດ 1 ໜ່ວຍ ຢາຝິ່ນ 2 ຖົງໃຫຍ່, ເຮໂຣອິນ 4 ຖົງນ້ອຍ, ນໍ້າກະທ້ອມ 92 ຕຸກໃຫຍ່, ຕຸກນໍ້າກະທ່ອມເປົ່າ 211 ຕຸກ, ຖັງນໍາກ້ອນ 2 ຖັງ, ໝໍ້ຕົ້ມ 7 ໜ່ວຍ, ນໍ້າຢາປະສົມ 53 ກ່ອງ, ປືນຍາວ 145 ກະບອກ, ປືນສັ້ນ 10 ກະບອກ, ລູກປືນ 4.678 ລູກ, ລະເບີດໝາກຂຽບ 5 ໜ່ວຍ, ລະເບີດປະດິດ 467 ໜ່ວຍ, ຟ້າລະເບີດ 379 ກ້ອນ, ລູກວ່ານ (ປະກອບສະເກັດລະເບີດ) 1 ແກັດ, ໝື້ປືນສີດໍາ 7 ກັບ, ກະ ໂພກໝາກບານ 7 ຖົງ, ໂຕະ ແລະ ຕູ້ເກມ 61 ໜ່ວຍ, ຄອມພິວເຕີ້ຕັ້ງໂຕະ 22 ຊຸດ, ຈໍໂທລະພາບ 2 ໜ່ວຍ, ໂທລະສັບມືຖື 1.253 ໜ່ວຍ, ເຄື່ອງນັບເງິນ 7 ເຄື່ອງ, ຕູ້ເຊັບ 3 ໜ່ວຍ, ໄພ້ 15 ແກັດ, ເງິນກີບ 2.446.736.500 ກີບ, ເງິນບາດໄທ 162.750 ບາດ, ເງິນຢວນ 534.226 ຢວນ, ເງິນໂດລາ 740 ໂດລາ, ປື້ມບັນຊີທະນາຄານ 8 ຫົວ.

ນອກນີ້, ຍັງໄດ້ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ 317 ຄັ້ງ, ມີ 4.566 ເທື່ອຄົນ, ປ້ອງກັນສໍານັກງານຂອງພັກ-ລັດ, ການເຄື່ອນຍ້າຍວັດຖຸມີຄ່າ, ບໍລິສັດ-ຫ້າງຮ້ານ, ງານສະແດງສິນຄ້າ, ງານບຸນປະເພນີຕ່າງໆ 15.974 ຄັ້ງ, ມີ 82.675 ເທື່ອຄົນ, ກໍາລັງ ປທ ໄດ້ລົງຊຸກຍູ້, ຊ່ວຍເຫຼືອພໍ່-ແມ່ປະຊາຊົນຕ້ານໄພນໍ້າຖ້ວມຢູ່ບັນດາແຂວງ, ນະຄອນຫຼວງ ທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ, ພິເສດ ແລະ ພົ້ນເດັ່ນແມ່ນກໍາລັງ ປທ ໄດ້ປະກອບສ່ວນປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45 ກອງປະຊຸມລັດຖະສະພາໄອປາ ຄັ້ງທີ 45 ແລະ ບັນດາກອງປະຊຸມອື່ນທີ່ກ່ຽວຂ້ອງດ້ວຍຜົນສໍາເລັດຢ່າງຈົບງາມ ແລະ ມີຄວາມປອດໄປ 100%.


ທິດທາງແຜນການໃນຕໍ່ໜ້າ, ສືບຕໍ່ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມຕາມຄໍາສັ່ງເລກທີ 1470/ປກສ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາໂດຍເອົາໃຈໃສ່ວຽກງານປະຈໍາການກຽມພ້ອມຕະຫຼອດ 24 ຊົ່ວໂມງ, ອອກກວດກາລາດຕະເວນແກ້ໄຂກຸ່ມແກ້ງຂີ່ລົດກວນເມືອງ, ການມົ້ວສຸມ ແລະ ກໍລະນີອື່ນໆ, ກຽມພ້ອມກໍາລັງສໍາຮອງເພື່ອແກ້ໄຂທຸກເຫດການທີ່ອາດຈະເກີດຂຶ້ນ, ເອົາໃຈໃສ່ປ້ອງກັນກອງປະຊຸມສາກົນ, ສໍານັກງານອົງການຈັດຕັ້ງພັກ-ລັດ, ແຂກທີ່ມາຢ້ຽມຢາມ-ເຮັດວຽກຢູ່ ສປປ ລາວ, ທະນາຄານ, ບໍລິສັດ, ຫ້າງຮ້ານ ແລະ ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ມີຄວາມປອດໄພ, ເອົາໃຈໃສ່ການຝຶກແອບ, ຝຶກຊ້ອມທາງດ້ານສິນລະປະຍຸດ, ຍຸດ ທະວິທີ, ວິຊາສະເພາະ ວຽກງານແກ້ໄຂກໍລະນີມີການຊຸມນຸມປະທ້ວງ, ຊ່ວຍຕົວປະ ກັນ, ການກວດກູ້ທໍາລາຍລະເບີດ, ວຽກງານສາຍກວດ ໃຫ້ກໍາລັງຢູ່ສູນກາງ ແລະ ທ້ອງຖິ່ນເປັນເອກະພາບ ແລະ ຖືກກັບສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ.
