
ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກາດແຕ່ງຕັັ້ງຮອງຫົວໜ້າກົມໃຫຍ່ຕຳຫຼວດ ໃນວັນທີ 14 ມີນາ 2023, ເຂົ້າຮ່ວມເປັນປະທານ ໂດຍ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດພ້ອມດ້ວຍບັນດາຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດ ພາຍໃນກົມໃຫຍ່ຕຳຫຼວດ ເຂົ້າຮ່ວມ.

ພັອ ວັນໄຊ ຈັນທະສຸກ ຮອງຫົວໜ້າກົມພະນັກງານ ໄດ້ຜ່ານດຳລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 105/ນຍ, ລົງວັນທີ 1 ມີນາ 2023 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ. ໃນນີ້, ແຕ່ງຕັ້ງ ພົຈວ ວັນທອນ ສຸລິສັກ ເປັນຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ.

ໃນໂອກາດນີ້, ພົຕ ວັນທອງ ກອງມະນີ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການປະກາດການແຕ່ງຕັ້ງຕຳແໜ່ງບັນຊາຄັ້ງນີ້, ເຊິ່ງເປັນຕຳແໜ່ງຂັ້ນສູງທີ່ສູນກາງພັກ ແລະ ລັດຖະບານຄຸ້ມຄອງ, ທັງນີ້ ກໍເພື່ອໃຫ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດ ຕໍ່ກຳລັງປະກອບອາວຸດໂດຍສະເພາະຕໍ່ກັບກຳລັງປ້ອງກັນສະຫງົບພວກເຮົາໃຫ້ຢູ່ພາຍໃຕ້ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດເຮັດໃຫ້ອົງປະກອບທາງດ້ານບຸກຄະລາກອນຂອງກົງຈັກລັດ, ອົງການຊີ້ນຳຂັ້ນມະຫາພາກຂັ້ນກະຊວງມີຄວາມຄົບຖ້ວນ, ມີຄວາມສອດຄ່ອງເໝາະສົມດ້ານໜ້າທີ່ຕຳແໜ່ງຂອງພະນັກງານຂັ້ນບັນຊາ ເພື່ອສືບຕໍ່ນໍາພາ-ຊີ້ນຳກຳລັງທີ່ຢູ່ໃນຄວາມຮັບຜິດຊອບຄວາມໜັກແໜ້ນເຂັ້ມແຂງ, ເຮັດສຳເລັດທຸກໜ້າທີ່-ທີ່ໄດ້ຮັບມອບໝາຍ.

ທ່ານກ່າວອີກວ່າ: ” ສຳລັບສະຫາຍ ພົຈວ ວັນທອນ ສຸລິສັກ ທີ່ຖືກແຕ່ງຕັ້ງເປັນຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະ ຫງົບ, ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໝ້ນວ່າ, ສະຫາຍເປັນພະນັກງານຫຼັກແຫຼ່ງຂັ້ນຍຸດທະສາດຂອງກະຊວງ ທີ່ມີຄວາມໜັກແໜ້ນ, ມີຄວາມຮູ້, ຄວາມສາມາດ, ມີຄວາມບຸກບືນຫ້າວຫັນໃນການຄຸ້ມຄອງ, ຊີ້ນໍາກໍາລັງຢູ່ໃນຄວາມຮັບຜິດຊອບ ແລະ ໄດ້ມີຜົນສຳເລັດຫຼາຍດ້ານໃນການປະຕິ ບັໜ້າທີ່ການເມືອງ, ເຊິ່ງຈະເປັນກຳລັງແຮງໃນການຄົ້ນຄິດ, ໃນການຊີ້ນຳ-ນຳພາ ຊ່ວຍຄະນະພັກ-ຄະນະກົມໃຫຍ່ຕຳຫຼວດ ກໍຄືຄະນະນຳກະ ຊວງ ເພື່ອເຮັດໃຫ້ກຳລັງທີ່ນອນໃນຄວາມຮັບຜິດຊອບມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຄວາມປອດໃສ, ມີຄວາມເປັນເອກະພາບໃນການຈັດ ຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ-ລັດ, ເຊິ່ງຈະເປັນການເພີ່ມຄວາມເຂັ້ມແຂງໃຫ້ການຈັດຕັ້ງ, ການຊີ້ນຳ-ບັນ ຊາຂອງຂັ້ນເທິງຕໍ່ກັບກຳລັງ ປກສ “.