
ໃນວັນທີ 13 ມີນາ 2023, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ແຫ່ງຣາຊະອາ ນາຈັກໄທ ປະຈໍາ ສປປ ລາວ ໃນໂອກາດມາດໍາລົງຕໍາແໜ່ງເປັນເອກອັກຄະຣາຊະທູດ ປະຈໍາ ສປປ ລາວ ຄົນໃໝ່, ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍໄດ້ກ່າວສະແດງຄວາມຍິນ ດີຕ້ອນຮັບ ພ້ອມທັງຕີລາຄາສູງ ແລະ ຊົມເຊີຍຕໍ່ ທ່ານ ນາງ ມໍລະກົດ ສີສະຫວັດດີ ເນື່ອງໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ຄົນໃໝ່ ເພື່ອສືບຕໍ່ປະກອບສ່ວນອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນ ແລະ ເພີ່ມທະວີຂຶ້ນໃນທຸກລະດັບ ໂດຍສະເພາະແມ່ນການເຫັນດີຮ່ວມກັນໃນການຮ່ວມມື, ແລກປ່ຽນ ຂໍ້ມູນເຊິ່ງກັນແລະກັນ ໃນການສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ, ບັນຫາການຄ້າມະນຸດ, ບັນຫາການລັກລອບຂ້າມຊາຍແດນແບບຜິດກົດ ໝາຍ ແລະ ການຄ້າຂາຍເຖື່ອນຂ້າມຊາຍ ແດນລະຫວ່າງສອງປະເທດ; ທັງນີ້, ກໍເພື່ອແນໃສ່ຮັບປະກັນໃຫ້ການທ່ອງທ່ຽວ, ການໄປ-ມາ ຫາສູ່ກັນ, ການທໍາມາຫາກິນຂອງປະຊາຊົນທັງສອງປະເທດໃຫ້ມີຄວາມສະດວກສະບາຍ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພຍິ່ງຂຶ້ນ.

ໃນຕອນທ້າຍ, ທ່ານ ນາງ ມໍລະກົດ ສີສະຫວັດດີ ຍັງໄດ້ສະແດງຄວາມຂອບ ໃຈ ແລະ ນັບຖືຢ່າງສູງຕໍ່ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ພ້ອມດ້ວຍຄະນະທີ່ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ພ້ອມທັງກ່າວວ່າໃນໂອ ກາດທີ່ມາດຳລົງຕຳແໜ່ງເປັນເອກອັກຄະຣາຊະທູດໄທ ປະ ຈຳ ສປປ ລາວ ຄັ້ງນີ້ ແມ່ນຈະສືບຕໍ່ການພົວພັນຮ່ວມມືຢ່າງຮອບດ້ານ ແນໃສ່ຮັບປະກັນໃນການປະຕິບັດວຽກງານດ້ານການທູດມີຄວາມຮັດແໜ້ນ ແລະ ໄດ້ຮັບຜົນສຳເລັດຍິ່ງຂຶ້ນ.
