
ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດນະໂຍບາຍຍົກຂັ້ນເງິນເດືອນ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດ ໃນວັນທີ 9 ມີ ນາ 2023, ເປັນປະທານ ແລະ ປະດັບຊັ້ນ ໂດຍ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີຫົວໜ້າກົມໃຫຍ່ຕຳຫຼວດ, ມີຄະນະພັກ, ຄະນະບັນຊາກົມ, ຫ້ອງ, ແຂກຮັບເຊີນ ພ້ອມດ້ວຍນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພັທ ອຸໄທ ມະຫາວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ຕຳຫຼວດ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນໃຫ້ນາຍຕຳຫຼວດກົມໃຫຍ່ຕຳຫຼວດ. ໃນນີ້, ຍົກຂັ້ນເງິນເດືອນຊັ້ນ ພັທ ຂຶ້ນເປັນຊັ້ນ ພັອ ໃຫ້ 2 ສະຫາຍ ຄື: ສະຫາຍ ວົງພະຈັນ ຜອງສົມບັດ ຮອງຫົວໜ້າກົມຕໍາຫຼວດສິ່ງແວດລ້ອມ ແລະ ສະຫາຍ ແກ້ວວິໄລ ມີໄຊພອນ ຮອງຫົວໜ້າກົມຕໍາຫຼວດນິຕິວິທະຍາ; ພ້ອມທັງຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຈໍານວນ 83 ສະຫາຍ ຍິງ 29 ສະຫາຍ. ໃນນັ້ນ, ເລື່່ອນຊັ້ນ ພັຕ ຂຶ້ນ ພັທ 11 ສະຫາຍ, ຮອ ຂຶ້ນ ພັຕ 24 ສະຫາຍ ແລະ ຮທ ຂຶ້ນ ຮອ 48 ສະຫາຍ.

ໂອກາດນີ້, ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ໂອ້ລົມວ່າ: ສໍາລັບການປະກາດການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນ, ເລື່ອນຊັ້ນໃຫ້ນາຍຕຳຫຼວດໃນຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດກົດໝາຍວ່າ ດ້ວຍກໍາລັງປ້ອງກັນຄວາມສະຫງົບ ທີ່ກຳນົດໄວ້ ແລະ ຍັງແມ່ນການປະຕິບັດນະໂຍບາຍຕໍ່ນາຍ-ພົນຕຳຫຼວດຜູ້ທີ່ມີຜົນງານ ແລະ ຜູ້ທີ່ມີຄຸນງາມຄວາມດີໃນການປະກອບສ່ວນເຂົ້າໃນວຽກງານວິຊາສະເພາະທີ່ຕົນຮັບຜິດຊອບຕະຫຼອດໄລຍະຜ່ານມາ; ເຊິ່ງເປັນຂີດໝາຍຜົນສໍາເລັດໃນເບື້ອງຕົ້ນເທົ່ານັ້ນ, ເພື່ອໃຫ້ສົມຄູ່ກັບກັບຜົນງານບັນດາສະຫາຍຕ້ອງມີຄວາມສະດຸ້ງໄວ, ມີຄວາມຕື່ນຕົວ ແລະ ຈັດຕັ້ງປະຕິບັດຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຕັ້ງຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈາກພັກ-ລັດ, ການຈັດ ຕັ້ງຂັ້ນເທິງໃນໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ.

ພ້ອມນັ້ນ, ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຍັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນຈະຕ້ອງໄດ້ເພີ່ມທະວີ ແລະ ຍົກສູງສະຕິ, ຄວາມຮັບຜິດຊອບ ແລະ ເອົາຈິງເອົາຈັງໃນການປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ເປັນຕົ້ນແມ່ນຄວາມເປັນແບບຢ່າງໃນການເຮັດໜ້າທີ່ວຽກງານ, ຕ້ອງມີຄວາມບໍລິສຸດສັດຊື່ຕໍ່ພັກ-ລັດ, ປະຕິບັດລະບຽບກົດໝາຍຂອງລັດ ແລະ ປະຕິບັດຫຼັກການວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ, ເພີ່ມທະວີຄວາມສາມັກຄີຄວາມເປັນເອກະພາບພາຍໃນພັກ, ພາຍໃນກົມກອງຂອງຕົນໃຫ້ດີ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ ແລະ ສະຕິລະວັງຕົວຕໍ່ກົມອຸບາຍແບ່ງແຍກມ້າງເພທຳລາຍຂອງສັດຕູຝຶກຝົນຫຼ່ໍຫຼອມ ຕົນເອງຢ່າງຕັ້ງໜ້າ, ຄົ້ນຄວ້າຊອກຮູ້ຮ່ຳຮຽນ, ຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆ ໃຫ້ສູງຂຶ້ນ ເພື່ອເຮັດຫຼ້ອນໜ້າທີ່ ການເມືອງຂອງຕົນ, ຈັດຕັ້ງປະຕິ ບັດເນື້ອໃນ 4 ບຸກທະລຸ, ວາລະ ແຫ່ງຊາດ ກໍຄື 1 ແຜນງານ, 4 ໂຄງການ ແລະ ວຽກງານຈຸດສຸມ, ກໍຄືທິດທາງແຜນການຂອງກົມໃຫຍ່ຕຳຫຼວດວາງອອກໃຫ້ມີຜົນສໍາເລັດ ແລະ ກ້າວຂຶ້ນເປັນກຳລັງທີ່ມີແບບແຜນທັນສະໄໝເທື່ອລະກ້າວ.
