
ວັນທີ 21 ມັງກອນ 2025 ກົມຄົ້ນຄວ້າວິທະຍາສາດ ແລະ ປະຫັວດສາດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກາຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄໜທີ XX, ໂດຍການເຂົ້າຮ່ວມເຜີຍແຜ່ເອກະ ສານຂອງ ພັອ ປອ ຄໍາແຝງ ວັນດີໄຊ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະ ຫວັດສາດ ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດອ້ອມຂ້າງກົມ ເຂົ້າຮ່ວມ.

ພັອ ປອ ຄໍາແຝງ ວັນດີໄຊ ໄດ້ຍົກໃຫ້ເຫັນເຖິງການກໍາເນີດກອງທັບປະຊາຊົນລາວ ໂດຍປະຕິບັດຕາມຄໍາສັ່ງ ຂອງສູນກາງພັກອິນດຸຈີນໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງ ຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ ກອງລາດຊະວົງ ຂຶ້ນຢ່າງເປັນທາງການ ໂດຍແມ່ນ ທ່ານ ເພັດສະວົງ ເປັນຫົວໜ້າການ ທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ທ່ານ ຄໍາມູນ ເປັນຮອງຜູ້ບັນຊາການ.

ໃນມື້ດຽວກັນນັ້ນ, ໂດຍພາຍໃຕ້ການນໍາພາອັນແທດເຖິງ ຂອງເລຊາພັກກອມ ມູນິດອິນດູຈີນປະຈຳແຄວ້ນລາວ ໄດ້ຈັດຕັ້ງກອງປະຊຸມ ໂດຍເອົາສະຖານທີ່ກອງລາດຊະວົງ ເປັນບ່ອນປະຊຸມ ແລະ ໄດ້ ປະກາດສ້າງຕັ້ງກອງທັບລາວອິດສະຫຼະຢ່າງເປັນທາງການ ໂດຍແມ່ນ ທ່ານ ໄກສອນ ພົມວິຫານເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ຖັດຈາກນັ້ນມາ ກໍໄດ້ປະກາດຮັບເອົາ, ບັນດາກອງເອກະລາດອື່ນໆເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ໂຮມເຂົ້າເປັນ ກອງທັບລາວອິດສະຫຼະ. ນັບແຕ່ສ້າງຕັ້ງ ຂຶ້ນມາກໍາລັງກອງທັບໄດ້ເອົາໃຈໃສ່ຍົກລະດັບທາງດ້ານທິດສະດີ, ເພີ່ມທະວີວຽກງານຝຶກແອບຮໍ່າຮຽນສີລະປະຍຸດ-ຍຸດທະວິທີຢູ່ໃນກົມກອງ, ຢູ່ບັນດາວິທະຍາຄານ ແລະ ໂຮງຮຽນຕ່າງໆທັງພາຍໃນ ແລະ ຕ່າງປະເທດ; ນອກນີ້ ຍັງໄດ້ຍູ້ແຮງການປັບປຸງກໍ່ສ້າງຄ້າຍຄູໃຫ້ແໜ້ນໜາຖາວອນ ແລະ ກໍ່ສ້າງພື້ນຖານອຸດສາຫະກຳປ້ອງກັນຊາດ, ຮັບປະກັນ ທາງດ້ານພາຫະນະເຕັກນິກໃຫ້ແກ່ກອງທັບ ແລະ ຮັບໃຊ້ສັງຄົມ.

ປັດຈຸບັນກອງທັບເຮົາມີການປະກອບວັດ ຖຸເຕັກນິກທີ່ທັນສະໄໝ ສົມຄວນສາມາດຕອບສະໜອງໃຫ້ແກ່ວຽກງານ ປ້ອງກັນຊາດໃນໄລຍະໃໝ່ ໄດ້ໂດຍພື້ນຖານ. ພ້ອມດຽວກັນ, ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄໜທີ XX ຕື່ມອີກ.
