
ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ, ຄະນະພັກ ແລະ ປະທານກວດກາພັກ ຄະນະພັກຮາກຖານ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2025 ເຂົ້າຮ່ວມເປັນປະທານໂດຍ ສະຫາຍ ພົຕ ປອ ສຸວັນນີ ສີສຸພາບມີໄຊ ຄະນະປະຈຳພັກກະຊວງ ເລຂາຄະນະພັກກົມໃຫຍ່ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີຕາງໜ້າຄະນະພັກກົມກອງ ອ້ອມຂ້າງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ບັນດາຄະນະພັກ ທີ່ຖືກບົ່ງຕົວແຕ່ງຕັ້ງ ພ້ອມດ້ວຍສະມາຊິກພັກພາຍໃນກົມໂຄສະນາອົບຮົມ ເຂົ້າຮ່ວມ.

ສະຫາຍ ພັທ ແປງສີ ສົມພອນເທວາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຜ່ານມະຕິຕົກລົງຂອງ ຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 12/ຄພ.ກມປສ ວ່າດ້ວຍການອະນຸມັດບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ, ຄະນະພັກ ແລະ ປະທານກວດກາພັກ ຂອງຄະນະ ພັກຮາກຖານ ກົມໂຄສະນາອົບຮົມ ທີ່ຂຶ້ນກັບ ອົງຄະນະພັກກົມໃຫຍ່ການເມືອງປ້ອງ ກັນຄວາມສະຫງົບ, ໃນນີ້ ຄະນະພັກກົມໃຫຍ່ການເມືອງ ປກສ ຕົກລົງແຕ່ງຕັ້ງ:
– ສະຫາຍ ພັອ ປອ ສົມພັນ ສີວົງໄຊ ເປັນ ເລຂາ
– ສະຫາຍ ພັທ ກັນນະສຸກ ດວງພະຈັນ ເປັນ ຮອງເລຂາ
– ສະຫາຍ ພັອ ນາງ ໄລທອງ ໄຊຍະສອນ ເປັນ ປະທານກວດກາພັກ
– ສະຫາຍ ພັທ ແກ້ວອຸດອນ ວິໄລທອງ, ສະຫາຍ ພັທ ກອງແກ້ວ ໄຊສົມພອນ, ສະຫາຍ ພັທ ສາຄອນ ແກ້ວປະເສີດ, ສະຫາຍ ພັທ ພອນທິບ ພັນທະວົງ ເປັນ ຄະນະພັກ

ສໍາລັບການບົ່ງຕົວແຕ່ງຕັ້ງໃນຄັ້ງນີ້ ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ແລະ ຄວາມຈໍາເປັນຂອງບັນດາຮາກຖານພັກ ເພື່ອເປັນການປັບ ປຸງບູລະນະກົງຈັກການຈັດຕັ້ງພັກ ໃຫ້ໜັກແໜ້ນ, ເຂັ້ມແຂງ, ມີບຸກຄະລາກອນຄົບຖ້ວນພຽງພໍທາງດ້ານຈຳນວນ ແລະ ຄຸນນະພາບ, ແນໃສ່ປັບປຸງການຈັດຕັ້ງພັກໃຫ້ເຂົ້າສູ່ລະບົບ, ມີຄຸນນະພາບຕາມລະບຽບ, ຫຼັກການຂອງພັກ ແລະ ສາມາດຕອບສະໜອງໜ້າທີ່ການເມືອງໃນແຕ່ລະໄລຍະ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂອງການຈັດ ຕັ້ງ ແລະ ຍັງແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ເພື່ອຮັບປະກັນໃຫ້ການປະຕິບັດໜ້າທີ່, ການນໍາພາ-ຊີ້ນໍາ ໃນທົ່ວກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນດີຂຶ້ນກວ່າເກົ່າ.
ໂອກາດນີ້, ສະຫາຍ ພົຕ ປອ ສຸວັນນີ ສີສຸພາບມີໄຊ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ພ້ອມທັງເໜັ້ນໃຫ້ບັນ ດາສະຫາຍ ເອົາໃຈໃສ່ຢ່າງຕັ້ງໜ້າວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ຕ້ອງເຊື່ອມຊຶມ, ກຳແໜ້ນ, ຍຶດໝັ້ນ, ເປັນເອກະພາບຕໍ່ອຸດົມການຂອງພັກ, ຕ້ອງຮັບປະກັນບົດບາດການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ ໄປພ້ອມກັບການຍົກສູງມານະຈິດປະຕິວັດອັນເດັດດ່ຽວໜຽວແໜ້ນ, ສຸດກົກສຸດປາຍ ແລະ ອຸທິດຕົນຢ່າງບໍ່ມີຂອບເຂດເພື່ອຊາດ ແລະ ປະຊາຊົນ, ເອົາໃຈໃສ່ກໍ່ສ້າງ, ພັດທະນາກົມກອງໃຫ້ເຂັ້ມແຂງຮອບດ້ານ, ກໍ່ສ້າງພັກ, ກໍ່ສ້າງພະນັກງານ, ປັບປຸງກົງຈັກການຈັດຕັ້ງ, ນິຕິກຳ ແລະ ກົນໄກເຮັດວຽກໃຫ້ມີປະສິດທິຜົນ, ຕ້ອງຫັນສະມາຊິກພັກ-ພະນັກງານໄປສູ່ຄຸນນະພາບ, ຊື່ສັດບໍລິສຸດ, ມີນໍ້າໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ.