Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວ ປກສ, ປກຊ
  • ຂ່າວການເຄື່ອນໄຫວວິຊາສະເພາະ ວິທະຍຸ ປກສ
  • ຂ່າວເດັ່ນ
  • ນິຕິກຳ
  • ບົດຄວາມ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
      • ວິທະຍຸ ປກສ
        • ຂ່າວ ປກສ, ປກຊ
        • ບົດຄວາມ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
  • ແຈ້ງການ
ວິທະຍຸ ປກສ, LIVE
  • Home
  • ຄະນະຊ່ຽວຊານ ສຳຫຼວດ-ອອກແບບ ໂຄງການກໍ່ສ້າງ ໂຮງຮຽນວັດທະນະທຳຫຼັກ 67 ເຂົ້າຢ້ຽມຂໍ່ານັບ ຮອງລັດຖະມົນຕີ ກະຊວງ ປກສ
  • ຂ່າວ ປກສ
  • ຂ່າວເດັ່ນ

ຄະນະຊ່ຽວຊານ ສຳຫຼວດ-ອອກແບບ ໂຄງການກໍ່ສ້າງ ໂຮງຮຽນວັດທະນະທຳຫຼັກ 67 ເຂົ້າຢ້ຽມຂໍ່ານັບ ຮອງລັດຖະມົນຕີ ກະຊວງ ປກສ

ກົມສື່ມວນຊົນ 10/03/2023

ໃນວັນທີ 9 ມີນາ 2023, ທ່ານ ຈ້າວ ເວີນ ຢູ ທູດທີ່ປຶກສາເສດຖະກິດ-ການຄ້າ ສະຖານທູດຈີນ ປະຈໍາ ສປປ ລາວ ໄດ້ນໍາພາຄະນະຊ່ຽວຊານ ສໍາຫຼວດ-ອອກແບບ ບໍລິສັດ ອອກແບບໂຄງການ ເອເລັກໂຕຣນິກ ຈໍາກັດ ເຂົ້າພົບປະ ແລະ ຢ້ຽມຂໍ່ານັບ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ເພື່ອລາຍງານກ່ຽວກັບ ການລົງສໍາຫຼວດ-ອອກແບບສະຖານທີ່ຈິງ ໂຄງການກໍ່ສ້າງ ໂຮງຮຽນວັດທະນະທໍາຫຼັກ 67 ຂອງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ຈາງ ຫົງ ຫຸ້ຍ ຫົວໜ້າຄະນະສໍາຫຼວດ ບໍລິສັດ ອອກແບບໂຄງການ ເອເລັກໂຕຣນິກ ຈໍາກັດ ໄດ້ລາຍງານກ່ຽວກັບ ການລົງສໍາຫຼວດ-ອອກແບບ ໂຄງການກໍ່ສ້າງ ໂຮງຮຽນວັດທະນະທໍາຫຼັກ 67 ໃຫ້ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຊາບກ່ຽວກັບຄວາມຄືບໜ້າຂອງໂຄງການດັ່ງກ່າວ ທີ່ສອງລັດຖະບານລາວ-ຈີນ ໄດ້ມີການຮ່ວມມືກັນພັດທະນາຂົງເຂດວຽກງານການສຶກສາໃນກໍາລັງປ້ອງກັນຄວາມສະຫງົບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາດ້ານຊັບພະຍາກອນມະນຸດທີ່ຈະກາຍເປັນໜໍ່ແໜງພະນັກງານສືບທອດຂອງກໍາລັງປ້ອງກັນຄວາມຫງົບ ສປປ ລາວ ໃຫ້ຮັບປະກັນໄດ້ທັງດ້ານຄຸນນະພາບການສຶກສາໃນທຸກລະບົບ.

ຈາກນັ້ນ, ພົຕ ວັນທອງ ກອງມະນີ ໄດ້ຕາງໜ້າໃຫ້ ກະຊວງປ້ອງກັນຄວາມສະຫງົບ ກ່າວສະແດງຄວາມຕ້ອນຮັບທ່ານທູດທີ່ປຶກສາເສດຖະກິດ-ການຄ້າ ສະຖານທູດຈີນ ປະຈໍາ ສປປ ລາວ ແລະ ຄະນະຊ່ຽວຊານ ສໍາຫຼວດ-ອອກແບບ ຈາກບໍລິສັດອອກແບບໂຄງການ ເອເລັກໂຕຣນິກ ຈໍາກັດ ທີ່ໄດ້ສໍາເລັດການສໍາຫຼວດຕົວຈິງ ໂຄງການຊ່ວຍເຫຼືອກໍ່ສ້າງ ໂຮງຮຽນວັດທະນະທໍາຫຼັກ 67 ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ.

ເຊິ່ງໂຄງການດັ່ງກ່າວ ເປັນໂຄງການທີ່ພັກ-ລັດຖະບານ ກໍຄື ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຄວາມສໍາຄັນ ເພື່ອແນໃສ່ຜັນຂະຫຍາຍນະໂຍບາຍຂອງພັກ, ແຜນຍຸດທະສາດ ແລະ ແຜນພັດທະນາການສຶກສາ ໃນການຍົກສູງຄຸນນະພາບການສຶກສາໃນທຸກລະບົບໃຫ້ມີປະສິດທິຜົນສູງຂຶ້ນ, ເປັນໃຈກາງ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາດ້ານຊັບພະຍາກອນມະນຸດ, ເຊິ່ງຈະກາຍເປັນໜໍ່ແໜງພະນັກງານສືບທອດຂອງກໍາລັງປ້ອງກັນຄວາມສະຫງົບ ສປປ ລາວ ທັງເປັນພື້ນຖານອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ສູງຂອງສອງລັດຖະບານ ລາວ-ຈີນ ຕໍ່ໂຄງການດັ່ງກ່າວ ທີ່ໄດ້ມີຄວາມພະຍາຍາມຮ່ວມກັນ ເພື່ອເຮັດໃຫ້ການດໍາເນີນໂຄງການປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

Continue Reading

Previous: ກຽມຄວາມພ້ອມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ
Next: ກົມໃຫຍ່ຕຳຫຼວດ ປະກາດນະໂຍບາຍຍົກຂັ້ນເງິນເດືອນ ແລະ ເລື່ອນຊັ້ນໃຫ້ນາຍຕຳຫຼວດ

ຂ່າວທີ່ຄ້າຍຄືກັນ

ແມ່ຍິງ ກະຊວງ ປກສ ສະຫຼຸບວຽກງານເງິນທ້ອນ-ເງິນຊ່ວຍເຫຼືອເຊິ່ງກັນແລະກັນ
  • ຂ່າວ ປກສ

ແມ່ຍິງ ກະຊວງ ປກສ ສະຫຼຸບວຽກງານເງິນທ້ອນ-ເງິນຊ່ວຍເຫຼືອເຊິ່ງກັນແລະກັນ

29/03/2023
ການສະແດງສິລະປະສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ
  • ຂ່າວ ປກສ

ການສະແດງສິລະປະສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ

29/03/2023
ກວດກາຄວາມຄືບໜ້າການຫຼໍ່ຮູບປັ້ນ ປະທານ ໄກສອນ ພົມວິຫານ
  • ການເຄື່ອນໄຫວວຽກງານຂອງການນຳ
  • ຂ່າວ ປກສ

ກວດກາຄວາມຄືບໜ້າການຫຼໍ່ຮູບປັ້ນ ປະທານ ໄກສອນ ພົມວິຫານ

29/03/2023

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນມີນາ 2023
  • ເດືອນກຸມພາ 2023
  • ເດືອນມັງກອນ 2023
  • ເດືອນທັນວາ 2022
  • ເດືອນພະຈິກ 2022
  • ເດືອນຕຸລາ 2022
  • ເດືອນກັນຍາ 2022
  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

27/01/2023
ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

26/01/2023
ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

01/12/2022
ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

29/11/2022
ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

27/10/2022
ທ່ານ ພົນໂທ ກົງທອງ ພົງວິຈິດ ເຂົ້າຮ່ວມ ກອງປະຊຸມໂຕະມົນ “ຫຼຽນຢູນກາງ“

ທ່ານ ພົນໂທ ກົງທອງ ພົງວິຈິດ ເຂົ້າຮ່ວມ ກອງປະຊຸມໂຕະມົນ “ຫຼຽນຢູນກາງ“

02/09/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ