ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ໃນວັນທີ 17 ມັງກອນ 2025 ນີ້, ມີຫຼາຍພາກສ່ວນໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນສະຫະພັນແມ່ຍິງກອງທັບ.



ໃນນີ້, ມີກະຊວງສຶກສາທິການ ແລະ ກິລາ ນໍາໂດຍ ນາງ ບົວຄໍາ ດາວສະຫວັນ ປະທານສະຫະພັນແມ່ຍິງກະຊວງສຶກສາ ແລະ ກິລາ ພ້ອມຄະນະ, ສະຫະພັນແມ່ຍິງກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ພັນເອກ ນາງ ຄໍາຢາດ ວິໄລວັນ ຄະນະບໍລິຫານສູນກາງສະ ຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ, ສະຫະພັນແມ່ຍິງກະຊວງການຕ່າງປະ ເທດ ນໍາໂດຍ ທ່ານ ນາງ ໄກມະນີ ອໍລະບູນ, ກໍາມະການຄະນະບໍລິຫານງານພັກກະຊວງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຫ້ອງການສະຫະ ພັນແມ່ຍິງກອງທັບ.ລວມເປັນເງີນຈໍານວນ 15,500,000ກີບ. ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ.



ໂອກາດນີ້, ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ຕາງໜ້າຄະນະສະຫະພັນແມ່ຍິງກອງທັບ ກ່າວສະແດງຄວາມຂອບ ໃຈຕໍ່ພາກສ່ວນຕ່າງໆ ທີ່ເຂົ້າມາອວຍພອນ ແລະ ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົນຮອບ 76 ປີ, ພ້ອມທັງອວຍພອນຄືນໃຫ້ສະຫະພັນແມ່ຍິງ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສຳເລັດໃນໜ້າທີ່ວຽກ ງານອັນມີກຽດ, ສືບຕໍ່ຊີ້ນໍາ-ນໍາພາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສະຫະພັນແມ່ຍິງໃຫ້ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນເລື້ອຍໆ.