
ໃນຕອນບ່າຍຂອງວັນທີ 14 ມັງກອນ 2025, ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມຄົບຄະນະພັກ ຄັ້ງທີ 9 ສະ ໄໝທີ VII ຂອງອົງຄະນະພັກ ກອງບັນຊາການ ປກສ ແຂວງ, ໂດຍການເປັນປະທານຂອງ ສະຫາຍ ພົຈວ ຄໍາຈັນ ແສງລາວົງ ກໍາມະການປະຈໍາພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະປະຈໍາພັກ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ກອງບັນຊາ ການ ປກສ ແຂວງຜົ້ງສາລີເຂົ້າຮ່ວມ.

ສະຫາຍ ພັອ ຍີນວັນນະສຸກ ບຸດຕະນະວົງ ຮອງເລຂາຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ໄດ້ລາຍງານ ຕໍ່ກອງປະຊຸມ ວ່າ: ຕະຫຼອດໄລຍະ 06 ເດືອນທີ່ຜ່ານມາ ອົງຄະນະພັກກອງບັນຊາການ ປກສ ແຂວງ ໄດ້ເປັນເຈົ້າການເຮັດວຽກງານການເມືອງ-ແນວຄິດໃຫ້ກໍາລັງຢ່າງຕໍ່ເນື່ອງດ້ວຍຫຼາຍເນື້ອໃນ ແລະ ຫຼາຍວິທີ ຄຽງຄູ່ກັບການນໍາພາ-ຊີ້ນໍາຊຸກຍູ້ເຫຼົ່າຮົບວິຊາສະເພາະເຄື່ອນໄຫວແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ສາມາດຮັບປະກັນໃຫ້ທົ່ວແຂວງມີຄວາມເປັນລະບຽບຮຽບຮ້ອຍໄດ້ໂດຍພື້ນຖານ. ນອກນີ້ ຍັງໄດ້ປັບປຸງຍົກລະດັບຄວາມສາມາດດ້ານຕ່າງໆຕິດພັນກັບການລົງກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານ ຕາມ 5 ຫຼັກການ 3 ທິດຂອງພັກ.

ກອງປະຊຸມ ໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາຄົ້ນຄວ້າ ແລະ ພ້ອມກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາພາວະວິໄສ ຕາມຫຼັກ ການລວມສູນປະຊາທິປະໄຕ ໃສ່ຮ່າງບົດສະຫຼຸບປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ແລະ ຮ່າງບົດສໍາຫຼວດການນໍາພາລວມ ຂອງອົງຄະນະພັກກອງບັນຊາການ ປກສ ແຂວງເພື່ອພ້ອມກັນປັບປຸງແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆໃຫ້ຖ່ວງທັນກັບເວລາ, ຮັບປະກັນໃຫ້ມີຄວາມຖືກຕ້ອງ ແລະ ທົ່ວເຖີງ.

