
ວັນທີ 17 ມັງກອນ 2025, ການນໍາກະຊວງ ປກສ ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະນຳກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 76 ປີ.

ໃນນີ້, ນໍາພາໂດຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະ ຊວງ ປກສ ພ້ອມຄະນະ, ໂດຍການຕ້ອນຮັບຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ.
ໃນໂອກາດນີ້, ພົທ ກົງທອງ ພົງວິຈິດ ສະແດງຄຳອວຍພອນອັນອົບອຸ່ນ ຕໍ່ຄະນະນໍາກະຊວງປ້ອງກັນປະເທດ ຕະຫລອດຮອດ ພະ ນັກງານ-ນັກຮົບ ໃນທົ່ວກອງທັບ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກໃນຊິວິດສ່ວນຕົວ ແລະ ຄອບຄົວ, ພ້ອມກັນສືບຕໍ່ເຮັດສຳເລັດໜ້າ ທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໜາຍໃຫ້, ສືບຕໍ່ປົກປັກຮັກສາປະ ເທດຊາດ ໃຫ້ມີຄວາມ ສະຫງົບສຸກຕະຫລອດໄປ.