ໃນຕອນເຊົ້າວັນທີ 16 ມັງກອນ 2025, ພັອ ພອນພິລຸນ ປັນຍາສິລິ ຮອງຫົວໜ້າກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ພາທີມງານສື່ມວນຊົນ ປກສ ເຄື່ອນໄຫວເຮັດວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ແຂວງຫຼວງພະບາງ, ໃຫ້ກຽດຕ້ອນຮັບໂດຍ ພັອ ຄໍາເພົາ ເດດບັນດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ.

ພັອ ພອນພິລຸນ ປັນຍາສິລິ ໄດ້ລາຍງານຈຸດປະສົງຂອງ ການມາເຄື່ອນໄຫວເຮັດວຽກຢູ່ ແຂວງຫຼວງພະບາງ ໃນຄັ້ງນີ້ຕໍ່ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ທັງນີ້ ກໍເພື່ອລົງເກັບກໍາຂໍ້ມູນຜົນງານການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດຢູ່ແຂວງຫຼວງພະບາງ ໃນໄລຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມໃນຕໍ່ໜ້າ, ເພື່ອນໍາເອົາຜົນງານດັ່ງກ່າວມາເຜີຍແຜ່ໂຄສະນາຜ່ານສື່ມວນຊົນ ປກສ ໂດຍສະເພາະໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ ແລະ ສື່ອອນລາຍ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຕາມຈຸດປະສົງ, ຄາດໝາຍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.

ໂອກາດນີ້, ພັອ ຄໍາເພົາ ເດດບັນດິດ ກໍໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ລາຍງານສະ ພາບການທົ່ວໄປພາຍໃນແຂວງຫຼວງພະບາງ ລວມທັງວຽກງານທີ່ສໍາຄັນຕ່າງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງກອງບັນ ຊາການ ປກສ ແຂວງຫຼວງພະບາງ ແຕ່ປີ 2021-2023 ແລະ ສືບຕໍ່ 2024-2025 ພ້ອມທັງອວຍພອນໃຫ້ທີມງານ ກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ ຈົ່ງປະສົບຜົນສໍາເລັດໃນການມາເຄື່ອນໄຫວວຽກງານໃນຄັ້ງນີ້.

ໃນໂອກາດນີ້, ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ຍັງໄດ້ແລກປ່ຽນບົດ ຮຽນກ່ຽວກັບວຽກງານ ສື່ມວນຊົນ ປກສ ໂດຍສະເພາະບາງບັນຫາທີ່ຍັງຄົງຄ້າງໃນການປະ ສານງານລະຫວ່າງຕາງໜ່າງຂ່າວ ປກສ ແຂວງຫຼວງພະບາງ ແລະ ສື່ມວນຊົນ ປກສ, ທັງນີ້ກໍເພື່ອເຮັດໃຫ້ການປະສານງານລະຫວ່າງສອງພາກສ່ວນມີຄວາມສະດວກວ່ອງໄວ, ສະໜອງຂໍ້ມູນຂ່າວສານໃນການອອກຂ່າວໃຫ້ທັນກັບເວລາ ແລະ ບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້.

