
ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ໃນວັນທີ 6 ມີນາ 2023, ເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາຫຼວດຄຸມ-ຂັງດັດສ້າງ, ມີຮອງກົມ, ຫົວໜ້າຫ້ອງການ, ພະແນກ ແລະ ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ພັທ ບຸນລ້ຽງ ໄຊປັນຍາ ຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດກົມຕໍາຫຼວດຄຸມຂັງ-ດັດສ້າງ ເຊິ່ງໄດ້ປະກາດເລື່ອນຊັ້ນດັ່ງນີ້:


- ພັນຕີ ຂຶ້ນ ພັນໂທ ຈໍານວນ 2 ສະຫາຍ
- ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 3 ສະຫາຍ
- ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ 22 ສະຫາຍ


ໃນພິທີ ຍັງໄດ້ປາຖະກະຖາເລົ່າມູນເຊື້ອ ວັນແມ່ຍິງສາກົນ ຄົບຮອບ 113 ປີ (8 ມີນາ 1910 ຫາ 8 ມີນາ 2023) ໃຫ້ກຽດເຜີຍແຜ່ໂດຍ ພົຈວ ສົມລິດ ດາວຮຸ່ງສຸລິ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ມູນເຊື້ອຜົນງານທີ່ພົ້ນເດັ່ນຂອງ ວັນແມ່ຍິງສາກົນ ໄດ້ກໍາເນີດເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ເມື່ອໂຮງຈັກ-ໂຮງງານອຸດສະຫະກໍາຂອງນາຍທຶນ ຂະຫຍາຍຕົວມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊ້ໍາພັດຍິ່ງເພີ່ມຄວາມທຸກຍາກລໍາບາກໃຫ້ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກໍາມະກອນແມ່ຍິງ.
ຢູ່ພາຍໃຕ້ລະບອບສັກດີນາ ແລະ ນາຍທຶນ, ແມ່ຍິງ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງຕໍ່ມື້ ແຕ່ໄດ້ຮັບຄ່າແຮງງານຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.
ນອກນັ້ນ, ແມ່ຍິງ ຍັງຖືກດູຖູກໝິ່ນປະໝາດ, ຖືກຖືເປັນຄືສິນຄ້າ, ເປັນເຄື່ອງຫຼິ້ນ, ຖືກທຸບຕີ, ຖືກຂົ່ມຂື່ນກະທໍາຊໍາເລົາ ແລະ ຖືກໄລ່ອອກຈາກວຽກ; ໃນເວລາຖືພາ, ເວລາອອກລູກ ຫຼື ເວລາເຈັບເປັນ ກໍບໍ່ໄດ້ຮັບການປິ່ນປົວ, ໂດຍທົ່ວໄປແລ້ວ ແມ່ຍິງຊາວຜູ້ອອກແຮງງານ ໃນທົ່ວໂລກ ລ້ວນແຕ່ເປັນຜູ້ດຸໝັ່ນ, ຂະຫຍັນພຽນໃນການຜະລິດເຂົ້າ, ປາ, ອາຫານ ແລະ ເຄື່ອງຂອງອື່ນໆ ເພື່ອລ້ຽງດູຄອບຄົວ ແລະ ສັງຄົມ ແຕ່ບໍ່ໄດ້ຮັບການເອົາໃຈໃສ່ເບິ່ງແຍງດູແລຈາກສັງຄົມ.

ຕໍ່ສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກໍາມະກອນແມ່ຍິງ ຮູ້ສຶກຄຽດແຄ້ນ, ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ທວງໃຫ້ພວກນາຍທຶນ ເຊິ່ງແມ່ນເຈົ້າຂອງໂຮງຈັກ-ໂຮງງານ ຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ ພ້ອມທັງຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານຕ່ໍ່າ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ.
ໃນວັນທີ 8 ມີນາ 1908 ແມ່ຍິງຫຼາຍໝື່ນຄົນ ໄດ້ເດີນຂະບວນຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກ ເລືອກຕັ້ງ.
ການເດີນຂະບວນຄັ້ງນີ້ ແມ່ນພາຍໃຕ້ຄໍາຂວັນ: “ ເຂົ້າຈີ່ ແລະ ດອກກຸຫຼາບ ”. ເຂົ້າຈີ ໝາຍເຖິງ: ເສດຖະກິດດີຂຶ້ນ ແລະ ດອກກຸຫຼາບ ໝາຍເຖິງ: ຄຸນນະພາບຊີວິດດີຂຶ້ນ. ດັ່ງນັ້ນ, ມາຮອດວັນທີ 8 ມີນາ 1910 ກອງປະຊຸມຈຶ່ງໄດ້ຮັບຮອງ ແລະ ຕົກລົງເອົາວັນດັ່ງກ່າວຂອງທຸກໆປີ ເປັນວັນແມ່ຍິງສາກົນ.