ພົຈວ ສີວອນ ໄຊຍະວົງ, ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນວັນທີ 14 ມັງກອນ 2025 ວ່າ: ປີ 2024 ຜ່ານມາ ຍ້ອນໄດ້ຮັບການຮ່ວມ ມືຈາກສັງຄົມ ເຮັດໃຫ້ເຈົ້້າໜ້າທີ່ກ່ຽວຂ້ອງສາມາດທໍາລາຍສ່ວນຝິ່ນຢູ່ 5 ເມືອງ ມີ 29 ຕອນ ລວມເນື້ອທີ່ ປະມານ 9,915 ເຮັກຕາ; ຜູ້ເສບ-ຜູ້ຖືກເຄາະຮ້າຍ ໄດ້ຮັບການບຳບັດ ປິ່ນປົວຢູ່ສູນບຳບັດ 440 ຄົນ, ຍິງ22 ຄົນ.

ນອກຈາກນີ້, ໄດ້ຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່, ກາງ ແລະ ລາຍຍ່ອຍ, ໄດ້ສ້າງແຜນມ້າງ ເປົ້າໝາຍຢາເສບຕິດ 205 ລາຍ, ກັກຜູ້ຖືກຫາ 262 ຄົນ, ຍິງ 30 ຄົນ, ຕ່າງປະເທດ 4 ຄົນ, ຍິງ 1 ຄົນ ທຽບໃສ່ປີຜ່ານມາຫຼຸດລົງ 01 ຄັ້ງ. ສ່ວນຂອງກາງຄະດີທີ່ຍຶດໄດ້ ລວມມີ: ເຮໂຣອິນ 1,37 ກິໂລກຣາມ, ຢາບ້າ 650.501 ເມັດ ນໍ້າໜັກ 75,6 ກິໂລກຣາມ, ໄອສ໌ 0,4 ກຣາມ, ຝົນ 15,68 ກິໂລກຣາມ, ເຄຕາມິນ 824,5 ກຣາມ, ໃບກະທ່ອມ 52 ກິໂລກຣາມ, ຢາສູບໄຟຟ້າ 215 ກອກ, ລົດໃຫຍ່ 05 ຄັນ, ລົດຈັກ 24 ຄັນ, ອາວຸດປືນເສີກ 9 ກະ ບອກ, ໂທລະສັບ 67 ເຄື່ອງ, ເງິນກີບ 304,918,000 ກີບ, ເງິນບາດ 551,000 ບາດ, ເງິນຢວນ 5,134,784 ຢວນ ແລະ ເຄື່ອງອື່ນໆ.

ປັດຈຸບັນ, ພວມດໍາເນີນຄະດີຢາເສບຕິດ 78 ລາຍ ຜູ້ຖືກຫາ 93 ຄົນ, 7 ຄົນ, ຕ່າງປະເທດ 1 ຄົນ ເພື່ອປະ ກອບສຳນວນຄະດີ ສົ່ງໃຫ້ອົງການໄອຍະການປະຊາຊົນ ສັ່ງຟ້ອງຕາມຂັ້ນຕອນກົດໝາຍ.


ນອກຈາກນີ້, ໄດ້ຂຶ້ນບັນຊີເປົ້າໝາຍຕິດເສບຢາເສບຕິດ 4.327 ຄົນ, ຍິງ 149 ຄົນ, ນໍາເຂົ້າບຳບັດ-ດັດສ້າງທັງໝົດ 440 ຄົນ, ຍິງ 23 ຄົນ; ໃນນີ້ ພາກສ່ວນເລ່ລ່ອນ 103 ຄົນ, ຍິງ 9 ຄົນ (ທຽບໃສ່ປີຜ່ານ ມາ ຫຼຸດລົງ 1.015 ຄົນ, ເທົ່າກັບ 69,75%); ຮອດກຳນົດ ໄດ້ສ້າງບົດບັນທຶກສຶກສາອົບຮົມປ່ອຍຕົວແລ້ວ 191 ຄົນ, 18 ຄົນ; ຍັງມີໜ້າຕົວຈິງ 233 ຄົນ, ຍິງ 3 ຄົນ; ເລ່ລອນ 16 ຄົນ, 2 ຄົນ, ໃນນີ້ ໄດ້ຍົກຍ້າຍໄປສືບຕໍ່ບຳບັດ ຢູ່ສູນບຳບັດ ຢູ່ເມືອງຮຸນ 130 ຄົນ.

