
ໃນວັນທີ 2 ມີນາ 2023, ທ່ານ ແອ ດີ ເອຍວານ ບິນ ມານມຸດ ເອກອັກຄະລັດຖະທູດແຫ່ງມາເລເຊຍ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ເພື່ອປຶກສາຫາລືການຮ່ວມມືລະຫວ່າງ ສປປ ລາວ ແລະ ມາເລເຊຍ.

ການພົບປະໃນຄັ້ງນີ້, ທັງສອງຝ່າຍ ໄດ້ຕີລາຄາຄືນການພົວພັນຮ່ວມມືລະ ຫວ່າງ ສປປ ລາວ ແລະ ມາເລເຊຍ ໃນໄລຍະຜ່ານມາ ເພື່ອເປັນການຮັດແໜ້ນສາຍພົວພັນຮ່ວມມື, ຄວາມສາມັກຄີລະຫວ່າງສອງປະເທດ, ພ້ອມທັງປຶກສາຫາລືດ້ານວຽກງານຕ່າງໆ ເປັນຕົ້ນແມ່ນດ້ານວຽກງານຕ້ານການຄ້າມະນຸດ ແລະ ບັນຫາອາຊະຍາກຳຂ້າມຊາດ ແລະອື່ນໆ ເພື່ອຮ່ວມກັນມີວິ ທີການ ແລະ ມາດຕະການແກ້ໄຂໃຫ້ມີຄວາມສອດຄ່ອງ ແລະ ຖືກຕ້ອງຕາມລະບຽບກົດໝາຍທັງສອງຝ່າຍ.

ໂອກາດດັ່ງກ່າວ, ທ່ານເອກອັກຄະລັດທະທູດ ແຫ່ງມາເລເຊຍ ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານຮອງນາຍົກລັດ ຖະມົນຕີ ລັດຖະມົນຕີ ກະຊວງ ປກສ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮັດແໜ້ນສາຍພົວພັນຮ່ວມ ມືຄວາມສາມັກຄີຂອງສອງປະເທດໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ, ສືບຕໍ່ຮ່ວມກັນປຶກສາຫາລື ແລະ ຮ່ວມມືໃນການແກ້ໄຂບັນຫາຕ່າງໆໃຫ້ນັບມື້ມີຜົນສຳເລັດເປັນກ້າວໆ.