
ໃນວັນທີ 14 ທັນວາ 2023, ກະ ຊວງ ປກສ ໄດ້ຈັດກອງປະຊຸມຄະນະ ຮັບຜິດຊອບຊີ້ນຳດ້ານຄວາມປອດໄພທາງລົດໄຟລາວ-ຈີນ ເປັນປະທານໂດຍ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີ ຫົວໜ້າກົມໃຫຍ່ຕຳຫຼວດກະຊວງ ປກສ, ຮອງຄະນະຮັບຜິດຊອບຊີ້ນຳວຽກ ງານປ້ອງກັນຄວາມສະຫງົບ, ປອດໄພ ທາງລົດໄຟລາວ-ຈີນ, ມີບັນດາຕາງໜ້າ ປກສ ແຂວງ, ນະຄອນຫຼວງວຽງຈັນ ທີ່ມີເສັ້ນທາງລົດໄຟຜ່ານ ແລະ ກະຊວງກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະກອງເສນາວຽກງານປ້ອງກັນຄວາມສະຫງົບ-ປອດໄພທາງລົດໄຟ ລາວ-ຈີນ, ແຕ່ງຕັ້ງກອງເສນາປະສານງານ, ແຕ່ງຕັ້ງກອງເສນາເຫຼົ່າຮົບວິຊາສະເພາະແກ້ໄຂເຫດ ແລະ ປະກົດການຫຍໍ້ທໍ້ຕ່າງໆ.
ພັອ ໄກສອນ ແກ້ວມະນີ ຫົວໜ້າກົມຕຳຫຼວດທາງລົດໄຟ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ຜ່ານແຜນການ ເຄື່ອນໄຫວວ່າ: ເພື່ອຮັບປະກັນຄວາມປອດໄພການຂົນສົ່ງຜ່ານເສັ້ນທາງລົດໄຟລາວ-ຈີນໃຫ້ມີຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍມີຄວາມສະຫງົບປອດ ໄພ 100% ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄະນະຮັບຜິດຊອບຈຶ່ງໄດ້ສ້າງແຜນປ້ອງກັນຄື:

+ ກະຊວງ ປກສ: ຊີ້ນຳ-ນຳພາການປັບປຸງຕຳຫຼວດທາງລົດໄຟໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ທັນສະໄໝ, ປະກອບ ພາຫະນະ, ອາວຸດຍຸດໂທປະກອນເຕັກ ນິກ, ເຕັກໂນໂລຊີທີ່ຈຳເປັນ, ສົມທົບກັບກະຊວງປ້ອງກັນປະເທດສ້າງຄວາມຮັບ ຜິດຊອບປ້ອງກັນຕາມແລວທາງລົດ ໄຟໃຫ້ສຳເລັດ, ຊີ້ນໍາຈັດຕັ້ງຝຶກແອບການແກ້ໄຂກໍລະນີເຫດການສຸກເສີນຮ່ວມກັບພາກສ່ວນກ່ຽວຂ້ອງ, ສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອແກ້ໄຂຮ້ານຊື້ຂາຍເຫຼັກ,ໂຮງງານຫຼອມເຫຼັກທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ເພື່ອສະກັດກັ້ນຄົນບໍ່ດີລັກເອົາຊັບສິນທາງລົດໄຟໄປຂາຍ.
+ກະຊວງປ້ອງກັນປະເທດ: ຊີ້ນໍາກົມກອງທ້ອງຖິ່ນເຮັດວຽກກໍ່ສ້າງຮາກຖານ ການເມືອງຢູ່ບັນດາບ້ານ, ເມືອງ, ແຂວງ ລຽບຕາມເສັ້ນທາງລົດໄຟ ພ້ອມທັງເວນ ຍາມເພື່ອຮັບປະກັນຄວາມປອດໄພ, ສໍາ ຫຼວດກວດກາແບ່ງຄວາມຮັບຜິດຊອບ ລະຫວ່າງ ປກຊ-ປກສ ແລະ ລປພ ທີ່ ເຮັດໜ້າທີ່ປ້ອງກັນທາງລົດໄຟ.
+ກະຊວງໂຍທາທິການ ແລະ ຂົນສົ່ງ: ຕິດຕາມກວດກາ ແລະ ຊຸກຍູ້ໃນການບໍລິການຢູ່ສະຖານີໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ອໍານວຍຄວາມສະດວກຕ່າງໆຂອງການບໍລິການລົດໄຟ ເປັນຕົ້ນແມ່ນບໍລິການຂາຍປີ້ ແລະ ວຽກງານອື່ນໆ.
+ສຳລັບກະຊວງການຕ່າງປະເທດ: ສົມທົບກັບພາກສ່ວນກ່ຽວຂ້ອງກວດກາ, ກຳນົດເນື້ອທີ່ກໍ່ສ້າງພື້ນຖານໂຄງລ່າງໃຫ້ຕຳຫຼວດທາງລົດໄຟຕາມສະຖານີ ແລະ ແລວທາງລົດໄຟ, ຈັດກອງປະຊຸມພົບປະຫາລື ແລະ ສະຫຼຸບການຈັດຕັ້ງປະຕິບັດລະຫວ່າງຄະນະປະສານງານຄວາມປອດໄພລະ ຫວ່າງລາວ-ຈີນ ແລະ ວຽກງານອື່ນໆ.

ໂອກາດນີ້, ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມສຸມໃສ່ວຽກງານປ້ອງກັນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ, ປະສານງານກັບພາກສ່ວນກ່ຽວຂ້ອງໃຫ້ກົມກຽວກັນ ພ້ອມທັງສຶກສາອົບຮົມການເມືອງແນວຄິດໃຫ້ທຸກພາກສ່ວນເຂົ້າຮ່ວມໃນວຽກງານປ້ອງ ກັນ, ທັງນີ້ ກໍເພື່ອຮັບປະກັນໃຫ້ທາງລົດໄຟລາວ-ຈີນ ມີຄວາມປອດໄພ 100%.
ພາບ-ຂ່າວ: ບຸນຖິນ