
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າຮ່ວມປິດກອງປະຊຸມສະຫຼຸບການ ເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງສານປະຊາຊົນທີ່ຫໍປະຊຸມແຫ່ງຊາດ ໃນວັນທີ 10 ກຸມພາ 2023 ໂດຍມີ ທ່ານ ສຈ. ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີຄະນະພັກ-ຄະນະນໍາຂອງສານປະຊາຊົນໃນຂອບ ເຂດທົ່ວປະເທດ, ຜູ້ພິພາກສາ, ແຂກຮັບເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ໂອ້ລົມວ່າ: ສານປະຊາຊົນແຕ່ລະຂັ້ນຕ້ອງໄດ້ແບກຫາບພາລະກິດອັນໜັກໜ່ວງ ແລະ ສິ່ງທ້າທາຍຫຼາຍດ້ານ ເພື່ອໃຫ້ສັງຄົມມີຄວາມຍຸຕິທໍາ ເພື່ອແກ້ໄຂດ້ານອ່ອນ ແລະ ພັດທະນາລະບົບສານໃຫ້ກ້າວໜ້າ, ທັນສະໄໝ, ກາຍເປັນເຄື່ອງມືທີ່ສັກສິດ ແລະ ເດັດຂາດຂອງພັກ; ໃນນີ້, ສານປະຊາຊົນເອົາໃຈໃສ່ຕື່ມ 5 ບັນຫາສຳຄັນຄື:
ໜຶ່ງ. ຕ້ອງຍົກສູງບົດບາດການນໍາພາຂອງພັກຢູ່ສານປະຊາຊົນແຕ່ລະຂັ້ນ ເພື່ອເຮັດໃຫ້ການບໍລິຫານສານ, ບໍລິຫານຄະດີຢູ່ສານປະຊາຊົນຕ້ອງມີຄຸນນະພາບ ແລະ ປະສິດທິພາບສູງໃນເງື່ອນໄຂໃໝ່ ເນື່ອງຈາກວ່າ ມາດຕາ 90 ຂອງລັດຖະທໍາມະນູນກໍານົດວ່າ ສານປະຊາຊົນ ເປັນອົງການຕຸລາການ, ເຊິ່ງເຮັດໜ້າທີ່ໃນການຕັດສິນ, ພິພາກສາຄະດີຢູ່ ສປປ ລາວ ມີແຕ່ສານເທົ່ານັ້ນ ທີ່ມີສິດອໍານາດໃນການພິຈາລະນາຕັດສິນຄະດີ, ເຊິ່ງການຕັດສິນຄະດີຂອງສານ ແມ່ນໃນນາມລັດ ສປປ ລາວ. ສະນັ້ນ, ຄະນະພັກສານປະຊາຊົນ ແຕ່ລະຂັ້ນຕ້ອງເອົາໃຈໃສ່ນໍາພາການຕັດສິນ, ພິພາກສາຄະດີຢ່າງໃກ້ຊິດຕາມຫຼັກການນໍາພາຂອງພັກ, ຮັບປະກັນຄວາມເປັນເອກະພາບນຳພາເປັນໝູ່ຄະນະ, ພາວະວິໄສ, ໂປ່ງໃສ, ຖືກຕ້ອງຕາມຂໍ້ມູນຫຼັກຖານ ແລະ ກົດໝາຍກໍານົດໄວ້ ຈຶ່ງຈະເຮັດໃຫ້ຄູ່ຄວາມຍອມຮັບຕໍ່ການຕັດສິນ, ພິພາກສາຂອງສານ, ຍອມຮັບ ແລະ ເຊື່ອຖືຕໍ່ສະຖາບັນຕຸລາການ.
ສອງ. ການກຳນົດພາລະບົດບາດຂອງສານປະຊາຊົນສູງສຸດແມ່ນໄດ້ກຳນົດໄວ້ຈະແຈ້ງຮັດກຸມແລ້ວ, ສ່ວນສານປະຊາຊົນແຂວງ, ນະ ຄອນຫຼວງ ແລະ ສານປະຊາຊົນພາກ, ເຊິ່ງເປັນສານຂັ້ນອຸທອນຕ້ອງເຮັດບົດບາດໃນການກວດກາ, ກັ່ນຕອງການດໍາເນີນຄະດີທີ່ສານຂັ້ນຕົ້ນໄດ້ຕັດ ສິນແລ້ວນັ້ນໃຫ້ມີຄວາມຖືກຕ້ອງ ໃຫ້ຖືວ່າຖ້າສານຂັ້ນຕົ້ນເກັບກໍາຂໍ້ມູນຫຼັກຖານຄົບຖ້ວນ, ຮອບດ້ານ, ພາວະວິໄສ ແລະ ຕັດສິນຖືກຕ້ອງຕາມຄວາມເປັນຈິງ ແລະ ກົດໝາຍແລ້ວ ກໍຈະເຮັດໃຫ້ການດໍາເນີນຄະດີຢູ່ສານຂັ້ນເທິງມີຄວາມຖືກຕ້ອງ, ຊັດເຈນໄດ້ງ່າຍຂຶ້ນ.

ສາມ. ສະເໜີໃຫ້ຄະພັກຂອງສານປະຊາຊົນສູງສຸດ ແລະ ຄະນະພັກທ້ອງຖິ່ນ ສືບຕໍ່ປັບປຸງກົງຈັກ, ກົນໄກ, ບຸກຄະລາກອນໃຫ້ສາມາດຮອງຮັບໄດ້ໜ້າທີ່ວຽກງານຂອງອົງການຕຸລາການໃນໄລຍະໃໝ່, ທັງຊີ້ນຳໃຫ້ສາມາດຍົກສູງປະສິດທິພາບ, ແກ້ໄຂຂໍ້ຫຍຸ້ງຍາກ ແລະ ໃຫ້ມີການພັດ ທະນາ, ປ່ຽນແປງດີຂຶ້ນຢູ່ໃນການຈັດຕັ້ງດັ່ງກ່າວ ຈຶ່ງຖືວ່າການສັບຊ້ອນ, ຈັດວາງບຸກຄະລາກອນສາມາດແກ້ໄຂບັນຫາດ້ວຍຈິດໃຈບຸກທະລຸແທ້; ປັບປຸງ, ຈັດວາງຕ້ອງຊີ້ນຳ, ຕິດຕາມກວດກາ, ຫ້າມບໍ່ປ່ອຍໃຫ້ລະເມີດລະບຽບຂອງພັກ, ກົດໝາຍຂອງລັດເດັດຂາດ; ຖ້າສານເອງລະ ເມີດໄດ້ລະບົບຍຸຕິທຳຂອງປະເທດຈະເພພັງ.
ສີ່. ເອົາໃຈໃສ່ບໍາລຸງສ້າງພະນັກງານຂອງສານໃຫ້ມີຄວາມຮູ້-ຄວາມສາມາດ, ຈັນຍາບັນ-ຈັນຍາທໍາ ແລະ ເປັນມືອາຊີບໃນການປະຕິບັດໜ້າທີ່ວຽກງານ ໂດຍສະເພາະຜູ້ພິພາກສາທີ່ເປັນຜູ້ຕັດສິນຊີ້ຂາດກ່ຽວກັບຄະດີ ຖືວ່າມີຄວາມສໍາຄັນຫຼາຍເພາະການຕັດສິນ, ຊີ້ຂາດດັ່ງກ່າວແຕະ ຕ້ອງເຖິງຊີວິດ, ສຸຂະພາບ, ອິດສະລະພາບ, ກຽດສັກສີ ແລະ ສິດ, ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ.
ຫ້າ. ເອົາໃຈໃສ່ປັບປຸງກົນໄກ, ແບບແຜນການດໍາເນີນຄະດີໃຫ້ມີຄວາມຮັດກຸມ, ເປັນທີ່ເຊື່ອຖືຂອງສັງຄົມ, ຮັບປະກັນໃຫ້ການປະຕິບັດໜ້າທີ່ການເມືອງໄດ້ປະຕິບັດກົດໝາຍຢ່າງເຂັ້ມງວດ, ໃຫ້ຄູ່ຄວາມມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ສານ, ນໍາໃຊ້ກົດໝາຍໃຫ້ຖືກຕ້ອງ, ເປັນທໍາແກ່ຄູ່ຄວາມ, ຮັບປະກັນການດໍາເນີນຄະດີໃຫ້ສິ້ນສຸດຕາມຂະບວນຍຸຕິທຳຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກທີ່ວ່າ: “ ສ້າງ ຄວາມໂປ່ງໃສໃນທຸກຂັ້ນຕອນຂອງການດຳເນີນຄະດີຕາມຂະບວນຍຸຕິທຳ, ນັບແຕ່ການສືບສວນ-ສອບສວນ, ການຄົ້ນຄວ້າກ່າວຟ້ອງ, ການຕັດ ສິນ-ພິພາກສາຄະດີ ຈົນເຖິງການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ. ໃນນັ້ນ, ຖືການຕັດສິນ-ພິພາກສາຄະດີ ຖືກຕ້ອງຕາມກົດໝາຍ ແລະ ຖືກຕາມຄວາມເປັນຈິງເປັນໃຈກາງ ແລະ ຖືການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ສິ້ນສຸດຕາມກົດໝາຍ ເປັນສຳຄັນ”. ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາທ່ານທີ່ປະຕິບັດໜ້າທີ່ຂອງສານທຸກຂັ້ນ ຕ້ອງແກ້ໄຂໃຫ້ໄດ້ຄວາມອັ່ງອໍ, ກ່າຍກອງຄະດີ, ຄວາມຊັກຊ້າແກ່ຍາວຂອງການດຳເນີນການຕໍ່ຄະດີ ຫຼື ການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ເດັດຂາດແລ້ວນັ້ນບໍ່ຖືກປະຕິບັດ, ບໍ່ສັກສິດ ນັ້ນໃຫ້ຕົກໄປ.
