ວັນທີ 4 ທັນວາ 2024, ກົມສື່ສານ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕໍາຫຼວດ, ໃຫ້ກຽດປະດັບຊັ້ນໂດຍ ພົຈວ ແສງປະເສີດ ສຸທໍາມະວົງ ຫົວໜ້າກົມສື່ສານ, ມີຄະນະກົມ, ຫ້ອງ, ພະແນກ ພ້ອມດ້ວຍ ນາຍ ແລະ ພົນຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
ພັອ ສຸວັນ ແວງວັນ ຮອງຫົວໜ້າກົມສື່ສານ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ປກສ ແລະ ຂໍ້ຕົກລົງຂອງກົມສື່ສານ ວ່າດ້ວຍການເລື່ອນຊັ້ນໃຫ້ ນາຍ ແລະ ພົນຕໍາຫຼວດ ທີ່ຂຶ້ນກັບກົມສື່ສານ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 1 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 1 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 3 ສະຫາຍ ຍິງ 1 ສະຫາຍ, ສິບໂທ ຂຶ້ນ ສິບເອກ 1 ສະຫາຍ; ພ້ອມນີ້, ຍັງປະດັບຊັ້ນໃຫ້ນາຍຕໍາຫຼວດທີ່ສໍາເລັດການສຶກສາລະດັບປະລິນຍາຕີ ຈາກພາຍໃນ ແລະ ຕ່າງປະເທດ ປະຈໍາປີ 2024; ໃນນີ້, ປະດັບຊັ້ນ ຮ້ອຍໂທ ຈໍານວນ 17 ສະຫາຍ ຍິງ 5 ສະຫາຍ ແລະ ປະດັບຊັ້ນ ຮ້ອຍຕີ 2 ສະຫາຍ ຍິງ 1 ສະຫາຍ.