ວັນທີ 4 ທັນວາ 2024 ນີ້, ຫ້ອງວ່າການກະຊວງ ປກສ ເຜີຍແຜ່ວັນສາກົນເພື່ອລືບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ, ໂດຍມີ ພົຈວ ສີວັນທາ ເພຍສາຂາ ຮອງຫົວໜ້າຫ້ອງວ່າການ ຮອງປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍນາຍ ແລະ ພົນຕຳຫຼວດອ້ອມຂ້າງຫ້ອງວ່າການເຂົ້າຮ່ວມ.
ພັອ ຄານທະລີ ວົງນະລາດ ຮອງຫົວໜ້າກົມນິຕິກຳ ແລະ ກົດໝາຍ ຫ້ອງວ່າການ ກະຊວງ ປກສ ໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາຂອງວັນສາກົນເພື່ອລືບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ. ເພື່ອປຸກລະດົມໃຫ້ທຸກຄົນໃນທົ່ວສັງຄົມກໍຄືນາຍ ແລະ ພົນຕຳຫຼວດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນການລ່ວງລະເມີດສິດທິມະນຸດຂັ້ນພື້ນຖານຂອງແມ່ຍິງ, ເພື່ອທຸກຄົນຈະໄດ້ພ້ອມກັນສົ່ງເສີມ ແລະ ປະຕິບັດສິດສະເໝີພາບຍິງ-ຊາຍ, ເຮັດໃຫ້ທຸກຄົນໃນທົ່ວສັງຄົມໄດ້ຮ່ວມກັນຮໍ່າ ຮຽນ, ດຳລົງຊີວິດ ແລະ ເຄື່ອນໄຫວຢ່າງມີກຽດສັກສີ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ, ສ້າງສັງຄົມລາວໃຫ້ເປັນສັງຄົມທີ່ປອດໄພ ແລະ ປາສະຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ສະນັ້ນ, ວັນທີ 25 ພະຈິກ ໄດ້ຖືກຍົກຂຶ້ນທໍາອິດໃນອາເມລິກາລາຕິນ ແລະ ໄດ້ຄ່ອຍໆ ແຜ່ຂະຫຍາຍອອກໄປສູ່ປະເທດຕ່າງໆ ໃນທົ່ວໂລກໃຫ້ເປັນວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ໄດ້ຖືກປະກາດເປັນຄັ້ງທໍາອິດ ໃນກອງປະຊຸມນັກເຄື່ອນໄຫວສົ່ງເສີມດ້ານສິດທິແມ່ຍິງໃນຂົງເຂດອາເມລິກາລາຕິນ ແລະ ຄາຣິບຽນ; ເຊິ່ງຈັດຂຶ້ນທີ່ນະຄອນ ໂບໂກຕາ ປະເທດ ໂຄລົມເບຍ ລະຫວ່າງວັນທີ 18-21 ກໍລະ ກົດ 1981 ເພື່ອລະລຶກເຖິງວິລະກໍາຂອງສາມເອື້ອຍນ້ອງ ຕະກຸນ ມີຣາບານ (Mirabal) ຈາກສາທາລະນະລັດໂດມິນິແກນ ທີ່ຖືກລອບຄາດຕະກໍາຢ່າງໂຫດຮ້າຍປ່າເຖື່ອນໃນປີ 1960 ໃນລະບອບຜະເດັດການຂອງ ຣາຟເອລ ທຣູກີໂລ ( ໃນປີ 1930-1961 ).
ຈາກນັ້ນ, ວັນດັ່ງກ່າວໄດ້ຖືກກໍານົດ ເປັນວັນລະນຶກ ແລະ ໄວ້ອາໄລເຖິງສາມເອື້ອຍນ້ອງຕະກຸນ ມີຣາບານ ເຊິ່ງທົ່ວໂລກໄດ້ຮັບຮູ້ວ່າ ເປັນວັນຕ້ານ ຄວາມຮຸນແຮງບົນພື້ນຖານທາງເພດ. ພ້ອມດຽວກັນນີ້ໃນພິທີຍັງໄດ້ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຕື່ມອີກ.