
ໃນວັນທີ 28 ພະຈິກ 2024, ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ປະກາດການກຳນົດໂຄງຮ່າງການຈັດ ຕັ້ງ, ການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ໂດຍການເປັນປະທານຂອງ ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງ, ມີ ພັອ ສົມພອນ ແກ້ວພູທອນ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ, ພັອ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ຕຳຫຼວດ, ພັອ ອານຸສິນ ສັກປະເສີດ ຫົວ ໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດພາຍໃນກອງບັນຊາການ ປກສ ເຂດພິເສດສາມຫຼ່ຽມຄຳ ເຂົ້າຮ່ວມ.

ໃນພິທີ, ພັອ ສົມພອນ ແກ້ວພູທອນ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ວ່າດ້ວຍການກຳນົດໂຄງຮ່າງການຈັດຕັ້ງ, ການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຢູ່ກອງບັນຊາການ ປກສ ເຂດເສດຖະກິດພິ ເສດສາມຫຼ່ຽມຄຳ. ໃນນີ້, ໄດ້ຕົກລົງເພີ່ມອີກ 2 ພະແນກ ຄື: ພະແນກຕຳຫຼວດເສດຖະກິດ ແລະ ພະແນກສື່ສານ-ກົດລັ້ບ; ເຊີ່ງໃນເມື່ອກ່ອນ ມີ 7 ພະແນກ, 2 ກອງຮ້ອຍ ແລະ 1 ຄ້າຍຄຸມຂັງ-ດັດສ້າງ. ພ້ອມນັ້ນ ກໍໄດ້ ຕົກລົງສ້າງຕັ້ງໜ່ວຍງານ, ໝວດ ທີ່ຂື້ນກັບ ພະແນກ, ກ້ອງຮ້ອຍ ແລະ ຄ້າຍຄຸມຂັງ-ດັດສ້າງ ທັງໝົດ 33 ໜ່ວຍງານ ແລະ 6 ໝວດ; ສັບຊ້ອນນາຍຕຳຫຼວດໄປຮັບໜ້າທີ່ໃໝ່, ພ້ອມປະກາດແຕ່ງຕັ້ງ ຫົວໜ້າ ແລະ ຮອງ ພະແນກ, ກອງຮ້ອຍ, ຄ້າຍຄຸມຂັງ-ດັດສ້າງ, ຫົວໜ້າ ແລະ ຮອງໜ່ວຍງານ, ໝວດ ເພື່ອໃຫ້ກົງຈັກການຈັດຕັ້ງມີຄວາມໜັກແໜ້ນ, ເຂັ້ມແຂງຮອບດ້ານ ສອດຄ່ອງກັບຄວາມຮຽກຮອງຕ້ອງການຂອງໜ້າທີ່ວຽກ ງານວິຊາສະເພາະຕົວຈິງໃນພື້ນທີ່.


ໂອກາດດັ່ງກ່າວ, ພົຈວ ຄອນສະຫວັນ ສົມພາໄຊ ໄດ້ຍອງຍໍຊົມເຊີຍ ຕໍ່ການເຕີມໃຫຍ່ຂະ ຫຍາຍຕົວຂອງກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ; ພ້ອມນັ້ນ, ທ່ານຍັງເນັ້ນໃຫ້ນາຍ ແລະ ພົນຕຳຫຼວດທົ່ວກອງບັນຊາການ ປກສ ເຂດເສດຖະ ກິດພິເສດສາມຫຼ່ຽມຄຳ ເອົາໃຈໃສ່ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ, ໃຫ້ມີການປະສານສົມທົບກັບອົງການຈັດຕັ້ງຕ່າງໆໂດຍສະເພາະແມ່ນກຳລັງປ້ອງກັນຊາດ ເພື່ອເພີ່ມທະວີ ວິຊາສະເພາະໃຫ້ເຂັມແຂງ ພ້ອມກັນແກ້ໄຂບັນດາປະກົດການຫຍໍ້ທໍ້ ໃນເຂດເສດ ຖະກິດພິເສດສາມຫຼ່ຽມຄຳໃຫ້ໝົດໄປ ສ້າງຄວາມເຊື່ອໝັ້ນໃຫ້ຜູ້ປະກອບການ, ນັກລົງທຶນ ແລະ ນັກທອງທ່ຽວ ທີ່ເຂົ້າມາທອງທ່ຽວໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ.

