Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວ ປກສ, ປກຊ
  • ຂ່າວການເຄື່ອນໄຫວວິຊາສະເພາະ ວິທະຍຸ ປກສ
  • ຂ່າວເດັ່ນ
  • ນິຕິກຳ
  • ບົດຄວາມ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
      • ວິທະຍຸ ປກສ
        • ຂ່າວ ປກສ, ປກຊ
        • ບົດຄວາມ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
  • ແຈ້ງການ
  • Home
  • ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ປະຈໍາປີ 2022
  • ຂ່າວ ປກສ
  • ຂ່າວເດັ່ນ

ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ປະຈໍາປີ 2022

ກົມສື່ມວນຊົນ 09/02/2023

ວັນທີ 6 ກຸມພາ 2023 ຜ່ານມາ, ຄະນະພັກ ກົມໃຫຍ່ຕໍາຫຼວດ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວນໍາພາ-ຊີ້ນໍາ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023, ເປັນປະທານໂດຍ ສະຫາຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ເລຂາພັກ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ພົຈວ ນິລະວົງ ເຈືອງຕະວະລາດ ຄະນະພັກກະຊວງ ຮອງເລຂາຄະນະພັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ກ່າວວ່າ:

ໃນໄລຍະ 1 ປີຜ່ານມາ, ຄະນະພັກ ກົມໃຫຍ່ຕຳຫຼວດ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການຊີ້ນຳ-ນຳພາບັນດາໜ່ວຍພັກກົມ ແລະ ຫ້ອງ ເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ຕາມພາລະບົດບາດຂອງຕົນ ເປັນຕົ້ນແມ່ນ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI.

ສຸມໃສຈັດຕັ້ງປະຕິບັດໃນ 1 ແຜນງານ, 2 ແຜນຍຸດທະສາດ, 4 ໂຄງການ, 17 ວຽກຈຸດສຸມຂອງກົມໃຫຍ່ຕໍາຫຼວດ ວາງອອກ, ຫັນມາເປັນແຜນງານ, ໂຄງການວຽກງານຈຸດສຸມ, ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ເປັນປົກກະຕິ ເພື່ອກໍາແໜ້ນສະພາບການເຄື່ອນໄຫວຂອງສະມາຊິກພັກ ແລະ ໄດ້ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍໃນໜ່ວຍພັກ ເປັນຕົ້ນແມ່ນ ການແກ້ໄຂ້ບັນຫາຫາງສຽງຂອງສັງຄົມ ທີ່ມີຕໍ່ສະມາຊິກພັກໃນແຕ່ລະໜ່ວຍພັກ, ຈັດຕັ້ງປະຕິບັດລະບຽບຂອງກຳລັງວາງອອກ ຢ່າງເຂັ້ມງວດ.

ຜ່ານການສຶກສາອົບຮົມການເມືອງນໍາພາ-ແນວຄິດ ເຮັດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ມີຄຸນທາດການເມືອງໜັກແໜ້ນ, ກາຍເປັນກຳລັງແຮງໃນການຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ທິດທາງແຜນການຂອງຂັ້ນເທິງ ວາງອອກ ໃນແຕ່ລະໄລຍະ; ຄຽງຄູ່ກັນນັ້ນ, ກໍໄດ້ຕັ້ງໜ້າແກ້ໄຂບັນຫາຫາງສຽງ ແລະ ສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ມີທ່າອ່ຽງຫຼຸດລົງເທື່ອລະກ້າວ.

ພົ້ນເດັ່ນແມ່ນ ການຈັດຕັ້ງຜັນຂະຫຍາຍຍຸດທະສາດຕ້ານຢາເສບຕິດ ມາເປັນ ວາລະແຫ່ງຊາດ ວ່າດ້ວຍ ການເເກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023, ສຸມໃສ່ດໍາເນີນແກ້ໄຂ້ຄະດີຕາມກົດໝາຍ ແລະ ຫຼັກການວິສາສະເພາະ; ເຊິ່ງໃນ 1 ປີຜ່ານມາ, ມີຄະດີເກີດຂຶ້ນທັງໝົດ 4.781 ເລື່ອງ, ດໍາເນີນສໍາເລັດ 1.820 ເລື່ອງ ແລະ ສືບຕໍ່ດໍາເນີນ 2.961 ເລື່ອງ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ຕິດຕາມເປົ້າໜາຍອາດຊະຍາກຳປະເພດຕ່າງໆ ໄດ້ 754 ເປົ້າໝາຍ, ໄດ້ນໍາພາມ້າງຄະດີກຸ່ມແກ້ງຄ້າ-ຂາຍຢາເສບຕິດລາຍໃຫຍ່ ຈໍານວນ 5.068 ເລື່ອງ, ມີຜູ້ຖືກຫາ 7.410 ຄົນ ຍິງ 873 ຄົນ ແລະ ສາມາດຢຶດຂອງກາງປະເພດຕ່າງໆ ເຊັ່ນ:

  • ຢາບ້າ 143.915.442 kg
  • ເຮໂຣອິນ 176,77 kg
  • ຢາອີ  2,723 kg
  • ກັນຊາ 12.015,28 kg
  • ຢາໄອສ໌ 2.209,87kg
  • ຝິ່ນ 251,15 kg
  • ແປ້ງຝຸ່ນ ທີ່ນໍາມາປະສົມຜະລິດຢາເສບຕິດ 11.576,76 kg

ພ້ອມນີ້, ຍັງມີລົດຈັກ ຈຳນວນ 790 ຄັນ, ລົດໃຫຍ່ 180 ຄັນ ແລະ ເຄື່ອງຂອງກາງອື່ນອີກຈໍານວນໜຶ່ງ; ເຊິ່ງລວມເປັນເງິນຈໍານວນ  939.356.000 ກີບ, ເງິນບາດ ຈໍານວນ 366.900 ບາດ, ເງິນຢວນ ຈໍານວນ 171.370 ຢວນ ແລະ ເງິນດົ່ງ 36.241.810 ດົ່ງ.

ນອກຈາກນີ້, ຍັງໄດ້ຂຶ້ນບັນຊີເປົ້າໝາຍເຄື່ອນໄຫວຄ້າ-ຂາຍຢາເສບຕິດລາຍໃຫຍ່ 1.651 ຄົນ ຍິງ 73 ຄົນ ແລະ ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ຕາມຈຸດຫຼ່ໍແຫຼມຕ່າງໆ ຈໍານວນ 8 ຄັ້ງ ມີຜູ້ເຂົ້າຮ່ວມ 1.279 ຄົນ ຍິງ 933 ຄົນ.

ໃນກອງປະຊຸມ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຍັງໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ເນື້ອໃນຂອງບົດສະຫຼຸບ ໃຫ້ມີເນື້ອໃນຄົບຖ້ວນ ເພື່ອເປັນທິດທາງແຜນການໃນການຈັດຕັ້ງວຽກງານໃນຊຸມປີຕໍ່ໜ້າ ໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ.

Continue Reading

Previous: ກໍາລັງສັນຕິບານ ຕ້ອງສຸມໃສ່ 5 ວຽກງານທີ່ສໍາຄັນ
Next: ນາຍົກ ຊີ້ນຳ ຄະນະກຳມະການຊີ້ນຳລະດັບຊາດ ຫາລືກຽມເປັນປະທານອາຊຽນ

ຂ່າວທີ່ຄ້າຍຄືກັນ

ກອງປະຊຸມຄົບຄະນະກາງສະໄໝທີ I ຂອງຄະນະພັກຮາກຖານກົມ 512
  • ຂ່າວ ປກສ
  • ຂ່າວເດັ່ນ

ກອງປະຊຸມຄົບຄະນະກາງສະໄໝທີ I ຂອງຄະນະພັກຮາກຖານກົມ 512

09/06/2023
ນັກຮຽນນາຍສິບປ້ອງກັນທີ່ຕັ້ງ ຮຸ່ນທີ XI ສອບເສັງມວຍວິຊາສະເພາະ
  • ຂ່າວ ປກສ

ນັກຮຽນນາຍສິບປ້ອງກັນທີ່ຕັ້ງ ຮຸ່ນທີ XI ສອບເສັງມວຍວິຊາສະເພາະ

08/06/2023
ກອງປະຊຸມຄົບຄະນະບໍລິຫານງານພັກກາງສະໄໝທີ II ຂອງອົງຄະນະພັກ ກົມ 509
  • ຂ່າວ ປກສ

ກອງປະຊຸມຄົບຄະນະບໍລິຫານງານພັກກາງສະໄໝທີ II ຂອງອົງຄະນະພັກ ກົມ 509

08/06/2023

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນມີນາ 2023
  • ເດືອນພຶດສະພາ 2023
  • ເດືອນເມສາ 2023
  • ເດືອນມີນາ 2023
  • ເດືອນກຸມພາ 2023
  • ເດືອນມັງກອນ 2023
  • ເດືອນທັນວາ 2022
  • ເດືອນພະຈິກ 2022
  • ເດືອນຕຸລາ 2022
  • ເດືອນກັນຍາ 2022
  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

30/05/2023
ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

27/01/2023
ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

26/01/2023
ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

01/12/2022
ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

29/11/2022
ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

27/10/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ