Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວ ປກສ, ປກຊ
  • ຂ່າວການເຄື່ອນໄຫວວິຊາສະເພາະ ວິທະຍຸ ປກສ
  • ຂ່າວເດັ່ນ
  • ນິຕິກຳ
  • ບົດຄວາມ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
      • ວິທະຍຸ ປກສ
        • ຂ່າວ ປກສ, ປກຊ
        • ບົດຄວາມ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
  • ແຈ້ງການ
ວິທະຍຸ ປກສ, LIVE
  • Home
  • ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານຢູ່ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ
  • ການເຄື່ອນໄຫວວຽກງານຂອງການນຳ
  • ຂ່າວ ປກສ

ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວຊີ້ນຳວຽກງານຢູ່ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ

ກົມສື່ມວນຊົນ 01/02/2023

ໃນວັນທີ 28 ມັງກອນ 2023, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ  ພ້ອມຄະນະໄດ້ເຄື່ອນໄຫວຊີ້ນຳວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດເມືອງຕົ້ນ ເຜິ້ງ  ແຂວງບໍ່ແກ້ວ ໂດຍການຕ້ອນ ຮັບຂອງທ່ານ ຈ້າວ ເຫວີຍ ປະທານ ສະພາຜູ້ບໍລິຫານເຂດເສດຖະກິດ ພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ, ມີບັນດາການນໍາພັກແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງວ່າ ການແຂວງ, ເຈົ້າເມືອງ, ກອງ ບັນ ຊາການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ຄະ ນະພັກ, ຄະນະນໍາຄຸ້ມຄອງເສດຖະກິດພິ ເສດ ເຂົ້າຮ່ວມ.

ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ ຂຶ້ນລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ວ່າ: ໃນໄລ ຍະຜ່ານມາ, ຄະນະຄຸ້ມຄອງເຂດຖະກິດພິເສດໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານພາຍໃນໃຫ້ມີຫຼັກໝັ້ນຕໍ່ແນວ ທາງນະໂຍບາຍຂອງພັກ -ລັດວາງອອກ.

ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ກໍໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໝາກຫົວໃຈຫຼັກໃນການຄຸ້ມຄອງບໍລິ ຫານຄຸ້ມຄອງໃຫ້ມີຄວາມສະຫງົບ, ເພື່ອສ້າງເງື່ອນໄຂໃຫ້ແກ່ນັກລົງທຶນ, ຜູ້ປະກອບການດຶງດູດການລົງທຶນເຂົ້າໃນການພັດທະນາເຂດເສດຖະ ກິດພິເສດສາມຫຼ່ຽມຄຳ, ເພື່ອໃຫ້ຜູ້ພັດທະນາ, ນັກລົງທຶນໃຫ້ຄວາມເຊື່ອໝັ້ນໃນການຮັກສາຄວາມສະຫງົບ, ປອດໄພ, ສ້າງແຜນປັບປຸງແບບ ແຜນວິທີເຮັດວຽກຂອງ 3 ກ້ອນ ກຳລັງ ຄື: ກ້ອນກຳລັງ ປກຊ-ປກສ ແລະ ໜ່ວຍງານ ລປພ ເພື່ອປ້ອງກັນເວນຍາມ ແລະ ຜັດປ່ຽນກັນປະ ຈຳການຕະຫຼອດ 24 ຊົ່ວໂມງ, ຕິດຕັ້ງກ້ອງວົງຈອນປິດໃນສະຖານທີ່ສໍາຄັນຕ່າງໆຢູ່ພາຍໃນ ເພື່ອຕິດຕາມສະພາບພາຍໃນເຂດໃຫ້ມີຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເອົາໃຈໃສ່ປັບປຸງ ແລະ ສ້າງຕາໜ່າງສືບຂ່າວໃຫ້ມີຄຸນນະ ພາບ ສາມາດກຳແໜ້ນເປົ້າ ໝາຍຢ່າງຖືກຕ້ອງ, ຮັບປະກັນຕາມຫຼັກວິຊາສະເພາະ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມຜູ້  ທີ່ກະທໍາຜິດ ແລະ ມີແນວຄິດທີ່ບໍ່ຖືກຕ້ອງ, ບໍ່ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ບໍ່ໃຫ້ກະທຳຜິດຕໍ່ໄປ. ໃນ 1 ປີທີ່ຜ່ານມາ, ມີປະກົດການຫຍໍ້ທໍ້ເກີດ ຂຶ້ນທັງໝົດ 153 ເລື່ອງ, ແກ້ໄຂໄດ້ທັງໝົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງດຳເນີນ 27 ເລື່ອງ, ຄະດີພວມດຳເນີນແກ້ໄຂມີ 19 ເລື່ອງ.

ໃນໂອກາດດັ່ງກ່າວ, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ຄະນະຄຸ້ມຄອງເສດຖະກິດພິດເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດພິເສດໃຫ້ກາຍ ເປັນຕົວເມືອງທີ່ທັນສະໄໝ, ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ, ສາມາດກາຍເປັນແຫຼງທ່ອງ ທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມສະຫງົບ, ມີຄວາມປອດໄພ ແຕ່ສິ່ງສໍາຄັນຕ້ອງຕິດພັນກັບຮ່ອງຮອຍປະຫວັດສາດ, ຮີດຄອງປະເພນີ, ວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ, ຕາມຫົວໜ່ວຍບໍລິຫານໃນເງື່ອນໄຂເສດຖະກິດມີການເຕີບໃຫຍ່ຂະຫຍາຍຕົວພິເສດຕ້ອງໄດ້ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ ໂດຍມອບໃຫ້ສູນກາງປະສານສົມທົບກັບທ້ອງຖິ່ນພ້ອມກັນຈັດຕັ້ງປະຕິ ບັດ, ສ້າງເປັນໜ່ວຍງານໜຶ່ງຄຸ້ມຄອງບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄໝ, ເປັນບ່ອນພັກຜ່ອນ, ທີ່ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ເປັນຕົວ ແບບ ແລະ ຄຸ້ມ ຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

Continue Reading

Previous: ກົມ 512 ກະຊວງ ປກສ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74
Next: ນາຍຕຳຫຼວດສຳເລັດການສຶກສາ 200 ກວ່າສະຫາຍກຽມພ້ອມຮັບໃຊ້ຊາດ

ຂ່າວທີ່ຄ້າຍຄືກັນ

ແມ່ຍິງ ກະຊວງ ປກສ ສະຫຼຸບວຽກງານເງິນທ້ອນ-ເງິນຊ່ວຍເຫຼືອເຊິ່ງກັນແລະກັນ
  • ຂ່າວ ປກສ

ແມ່ຍິງ ກະຊວງ ປກສ ສະຫຼຸບວຽກງານເງິນທ້ອນ-ເງິນຊ່ວຍເຫຼືອເຊິ່ງກັນແລະກັນ

29/03/2023
ການສະແດງສິລະປະສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ
  • ຂ່າວ ປກສ

ການສະແດງສິລະປະສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ

29/03/2023
ກວດກາຄວາມຄືບໜ້າການຫຼໍ່ຮູບປັ້ນ ປະທານ ໄກສອນ ພົມວິຫານ
  • ການເຄື່ອນໄຫວວຽກງານຂອງການນຳ
  • ຂ່າວ ປກສ

ກວດກາຄວາມຄືບໜ້າການຫຼໍ່ຮູບປັ້ນ ປະທານ ໄກສອນ ພົມວິຫານ

29/03/2023

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນມີນາ 2023
  • ເດືອນກຸມພາ 2023
  • ເດືອນມັງກອນ 2023
  • ເດືອນທັນວາ 2022
  • ເດືອນພະຈິກ 2022
  • ເດືອນຕຸລາ 2022
  • ເດືອນກັນຍາ 2022
  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

27/01/2023
ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

26/01/2023
ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

01/12/2022
ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

29/11/2022
ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

27/10/2022
ທ່ານ ພົນໂທ ກົງທອງ ພົງວິຈິດ ເຂົ້າຮ່ວມ ກອງປະຊຸມໂຕະມົນ “ຫຼຽນຢູນກາງ“

ທ່ານ ພົນໂທ ກົງທອງ ພົງວິຈິດ ເຂົ້າຮ່ວມ ກອງປະຊຸມໂຕະມົນ “ຫຼຽນຢູນກາງ“

02/09/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ