
ກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ຄະນະກຳມາທິການເພື່ອຄວາມກ້າວ ໜ້າຂອງແມ່ຍິງ ແລະ ແມ່-ເດັກ ( ຄກມດ ) ຂັ້ນຫ້ອງວ່າການ, ບັນດາກົມໃຫຍ່, ກົມ, ກອງ ແລະ ວິທະຍາຄານ ທີ່ຂຶ້ນກັບກະຊວງປ້ອງກັນຄວາມສະ ຫງົບ ຈັດຂຶ້ນໃນວັນ ທີ 19 ມັງກອນ 2023, ໂດຍການເຂົ້າ ຮ່ວມເປັນປະ ທານຂອງ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ທັງເປັນປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ ປກສ, ມີຜູ້ ຕາງໜ້າຈາກກົມກອງ, ວິທະ ຍາຄານອ້ອມຂ້າງກະຊວງ ປກສ ພ້ອມດ້ວຍແຂກຖືກເຊີນ, ຜູ້ຕາງໜ້າຈາກຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງກ່ຽວກັບການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງແລະ ວຽກແມ່ ແລະ ເດັກ ກະຊວງ ປກສ; ຄວາມຮູ້ພື້ນຖານກ່ຽວກັບການວາງແຜນທີ່ເອົາໃຈໃສ່ບົດບາດຍິງຊາຍ ແລະ ເຄື່ອງມືໃນການຕິດຕາມກວດກາປະເມີນຜົນ; ຄວາມຮູ້ພື້ນຖານກ່ຽວກັບຄວາມສະເໝີພາບຍິງ-ຊາຍ; ສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບການຈໍາແນກຕໍ່ເພດຍິງ; ຖະແຫຼງການປັກກິ່ງ ແລະ ແຜນປະຕິບັດງານປັກກິ່ງ.

ໂອກາດດັ່ງກ່າວ, ພົຕ ວັນທອງ ກອງມະນີ ໄດ້ຍົກໃຫ້ເຫັນວ່າ: ການຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂັ້ນກະຊວງ ປກສ ໃນຄັ້ງນີ້ ແມ່ນເປັນການເພີ່ມຂີດຄວາມສາມາດໃຫ້ບັນດາຄະນະກຳມາທິການຂອງກະຊວງ ປກສ ໃນການຈັດຕັ້ງປະຕິບັດໜ້າທີ່ໃຫ້ມີໝາກຜົນ ແລະ ມີປະສິດທິພາບສູງຂຶ້ນ ໂດຍສະເພາະແມ່ນສຸມໃສ່ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ໃຫ້ບັນລຸຕາມເປົ້າໝາຍການພັດທະນາແບບຍືນຍົງ (SDGs5) ທີ່ລັດຖະບານວາງອອກ ຄື: ແຜນຍຸດທະສາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ບັນດາວຽກງານທີ່ປິ່ນອ້ອມ. ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວເຫັນວ່າ ວຽກງານຮັບປະກັນສິດ ແລະ ການພັດທະນາຄວາມສະເໝີພາບຍິງ-ຊາຍໃນກໍາລັງໄດ້ຮັບການພັດທະນາຍົກລະດັບສູງຂຶ້ນກວ່າເກົ່າ ແລະ ພ້ອມທັງສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ.

ເຖິງຢ່າງໃດກໍຕາມ, ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານແລ້ວ ເຫັນວ່າຄະນະກຳມາທິການທຸກຂັ້ນ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ຍັງຈະຕ້ອງໄດ້ເພີ່ມທະວີຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດພາລະບົດບາດຂອງຕົນ, ປັບປຸງລະບອບແບບແຜນການເຄື່ອນໄຫວວຽກ ງານ, ສ້າງແຜນການ ແລະ ແຜນງານລະອຽດ ເພື່ອຮັບປະກັນການຈັດຕັ້ງເຄື່ອນໄຫວໃຫ້ມີຜົນສຳເລັດຢ່າງຈົບງາມ. ສະນັ້ນ, ກອງປະຊຸມຄັ້ງນີ້ ແມ່ນຈະໄດ້ກວດກາຕີລາຄາຄືນການຈັດຕັ້ງປະຕິບັດບັນດາວຽກງານ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງປ້ອງກັນຄວາມສະຫງົບ.
ພ້ອມທັງ, ສະເໜີບັນດາສະຫາຍຄະນະພັກ-ຄະນະບັນຊາທຸກກົມກອງ, ຄະ ນະກໍາມະການຂອງກະຊວງ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນຢ່າງພາວະວິໃສ ແລະ ເອກະພາບຕົກລົງຕັດ ສິນບັນຫາທີ່ຍັງຄົງຄ້າງໃຫ້ໄດ້ຮັບການແກ້ໄຂ ແລະ ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ແທດເຖິງຕົວຈິງໃນສະພາບໃນໄລຍະໃໝ່.