Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ

ມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 18/11/2024
Capture copy

ໃນວັນທີ 14 ພະຈິກ 2024 ຄະນບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ ລະຫວ່າງ ພັອ ປອ ວຽງໄຊ ທໍາມະສິດ ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ ( ຜູ້ເກົ່າ ) ແລະ ພັຕ ປອ ຈັນທະສອນ ຄຸດທະຄົມ ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ (ຜູ້ໃໝ່ ), ເຂົ້າຮ່ວມໂດຍ ພົຈວ ໜູໃບ ອິນທິສານ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງຊຸດເກົ່າ ແລະ ຊຸດໃໝ່ເຂົ້າຮ່ວມ.

ພັອ ປອ ວຽງໄຊ ທໍາມະສິດ ໄດ້ກ່າວລາໜ້າທີ່ວ່າ: ໂດຍໄດ້ຮັບການເລືອກຕັ້ງໃນກອງປະຊຸມໃຫຍ່ ຄັ້ງທີ VIII ໃນວັນທີ 28 ມີນາ 2019 ໄດ້ຮັບຮອງແຕ່ງຕັ້ງໃຫ້ເປັນເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບເປັນຕົ້ນມາ; ຕະຫຼອດໄລຍະເວລາດັ່ງກ່າວ, ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ; ທັງໄດ້ຮັບການສະໜັບ ສະໜູນສາມັກຄີຊ່ວຍເຫຼືອຈາກບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມ, ໜ່ວຍຊາວໜຸ່ມ, ຕະຫຼອດຮອດສະມາຊິກຊາວໜຸ່ມອ້ອມຂ້າງກົມໃຫຍ່ການເມືອງ, ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານບູລິມະສິດອັນດັບໜຶ່ງ ເພື່ອແນ່ໃສ່ສ້າງທັດສະນະແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມ ເພື່ອສ້າງເງື່ອນໄຂໃຫ້ສະມາຊິກຊາວໜຸ່ມທົ່ວກົມໃຫຍ່ການເມືອງ ປກສ ໄດ້ຮັບການຝຶກຝົນຫຼໍ່ຫຼອມທາງດ້ານຄຸນສົມບັດສິນທຳປະຕິວັດ, ຍົກສູງນໍ້າໃຈຮັກຊາດ, ຮັກລະບອບໃໝ່,ໂດຍຕິດພັນກັບການຊຸກຍູ້ຄະນະຊາວໜຸ່ມແຕ່ລະໜ່ວຍທີ່ຂຶ້ນກັບຈັດຕັ້ງແບ່ງຈຸ, ແບ່ງວຽກຄຸ້ມຄອງການເຄື່ອນໄຫວສະມາຊິກຊາວໜຸ່ມ ແນໃສ່ໃຫ້ສະມາຊິກຊາວໜຸ່ມໃຫ້ມີສະຕິລະວັງຕົວໃນການປ້ອງກັນຕົນເອງ, ປ້ອງກັນການຈັດຕັ້ງ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີເຂົ້າມາທໍາລາຍມ້າງເພຢ່າງເດັດຂາດ; ນອກນັ້ນ, ໄດ້ຖືເອົາວຽກງານປຸກລະດົມຂະບວນການດ້ານຕ່າງໆ ເປັນພາລະບົດບາດຕົ້ນຕໍໃນການເຄື່ອນໄຫວວຽກງານຂອງຕົນ ເນື່ອງໃນໂອກາດວັນສຳຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ຂອງກຳລັງ ປກສ ເປັນສຳຄັນ ໂດຍຕິດພັນກັບການປະຕິບັດຂໍ້ແຂ່ງຂັນ 4 ບຸກ ແລະ 15 ຂໍ້ແຂ່ງຂັນຂອງຊາວໜຸ່ມກະຊວງ ປກສ ວາງອອກ ເພື່ອຫັນມາເປັນແຜນການອັນລະອຽດ ແລະ ນຳມາຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ.

ແຕ່ຖ້າທຽບໃສ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງແລ້ວ, ກໍຍັງມີຂໍ້ຄົງຄ້າງຫຼາຍປະການທີ່ພວກເຮົາທຸກຄົນຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ເສີມຂະຫຍາຍບັນດາຈຸດດີຜົນງານຕ່າງໆ ທີ່ພວກເຮົາໄດ້ພ້ອມກັນສັງເກດຕີລາຄາຕໍ່ກອງປະຊຸມ ຄັ້ງຜ່ານມາແລ້ວນັ້ນ, ສະເໜີໃຫ້ເລຂາ ແລະ ຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງຊຸດໃໝ່ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດແກ່ສະມາຊິກ ເພື່ອເຮັດໃຫ້ສະມາຊິກຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກໍາລັງ ກໍຄືຂອງກົມໃຫຍ່ການເມືອງ ປກສ, ສືບຕໍ່ປຸກລະດົມສະມາຊິກຊາວໜຸ່ມໃນການເປັນເຈົ້າການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມການມອບໝາຍດ້ວຍຄວາມຮັບຜິດຊອບສູງ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ສ້າງທັດສະນະແນວຄິດໃຫ້ຮູ້ຮັກອາຊີບ ແລະ ພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດ, ມີຫົວຄິດປະດິດສ້າງໃນການເຮັດໜ້າທີ່ວຽກງານ ກໍຄືການແກ້ໄຂບັນຫາຕ່າງໆ ຕ້ອງໃຫ້ມັນຖືກຕ້ອງຕາມລະບຽບຫຼັກການ, ຄຽງຄູ່ກັບການເອົາໃຈໃສ່ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂອງກໍາລັງ ປກສ ຢ່າງເຂັ້ມງວດ.

ຈາກນັ້ນ, ເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ ( ຜູ້ເກົ່າ ) ແລະ ທ່ານເລຂາຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງ ປກສ (ຜູ້ໃໝ່ ) ກໍໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ໂດຍມີ ພົຈວ ໜູໃບ ອິນທິສານ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະບໍລິຫານງານຊາວໜຸ່ມກົມໃຫຍ່ການເມືອງຊຸດເກົ່າ ແລະ ຊຸດໃໝ່ເຂົ້າຮ່ວມເປັນສັກຂີພະຍານ.

Continue Reading

Previous: ໄຂກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX
Next: ພິທີໄຂກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.