Skip to content
ກະຊວງປ້ອງກັນຄວາມສະຫງົບ

ກະຊວງປ້ອງກັນຄວາມສະຫງົບ

cropped-cropped-header-cover-2.png

ເມນູທາງລັດ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ຕຳຫຼວດ
    • ກົມໃຫຍ່ພະລາທິການ
    • ກົມສື່ສານ
  • ມູນເຊື້ອກຳລັງ
  • ຂ່າວທົ່ວໄປ
    • ຂ່າວ ປກສ
    • ໂທລະພາບ
    • ການເມືອງ-ສັງຄົມ
    • ປະກົດການຫຍໍ້ທໍ້
  • ແຈ້ງການ
  • Home
  • ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນກົມກອງອ້ອມຂ້າງ ກະຊວງ ປກສ ລາວ ແລະ ຄະນະຜູ້ແທນກຸ່ມແຂ່ງຂັນເລກ 6 ກະຊວງ ປກສ ຫວຽດນາມ

ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນກົມກອງອ້ອມຂ້າງ ກະຊວງ ປກສ ລາວ ແລະ ຄະນະຜູ້ແທນກຸ່ມແຂ່ງຂັນເລກ 6 ກະຊວງ ປກສ ຫວຽດນາມ

ກົມສື່ມວນຊົນ 18/11/2024
DSC_7546

 ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນກົມກອງອ້ອມຂ້າງ ກະຊວງ ປກສ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນກຸ່ມແຂ່ງຂັນເລກ 6 ກະຊວງ ປກສ ແຫ່ງ ສສ ຫວຽດນາມ ໄດ້ຈັດໃນວັນທີ 14 ພະຈິກ 2024, ທີ່ກະຊວງປ້ອງກັນຄວາມສະຫງົບ ລາວ, ຝ່າຍລາວນຳໂດຍ ພັອ ກີ້ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການ ຫົວໜ້າກົມພົວພັນຕ່າງປະເທດ ກະຊວງ ປກສ ລາວ, ຝ່າຍຫວຽດນາມນຳໂດຍ ພົຈວ ຫງວຽນ ວັນ ກີ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງ ປກສ ຫວຽດນາມ ພ້ອມຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ, ຄະນະຜູ້ແທນທັງສອງຝ່າຍໄດ້ລາຍງານວຽກງານດ້ານຕ່າງໆໃຫ້ກັນຮັບຊາບ; ໃນນີ້, ພັອ ກີ້ ຈັນທະວົງສາ ໄດ້ລາຍງານກຽ່ວກັບວຽກງານເສນາການນໍາກະຊວງຊຸກຍູ້ການຮ່ວມມືສາກົນ: ໃນໄລຍະຜ່ານມາຂອງກະຊວງປ້ອງກັນຄວາມສະຫງົບລາວ ການຮ່ວມມືກັບສາກົນສ່ວນຫຼາຍຈະແບ່ງອອກເປັນກຸ່ມ ໂດຍສະເພາະ ບັນດາປະເທດຕາເວັນຕົກ ຖ້າເປັນການຮ່ວມມືໃນຂົງເຂດປ້ອງ ກັນຄວາມສະຫງົບ ຈະມີຄວາມງ່າຍໂດຍສະເພາະ ການຮ່ວມມືຊ່ວຍເຫຼືອດ້ານຍຸຕິທໍາ, ອາຍາ, ໂອນຕົວ ຜູ້ຖືກຕັດສິນລົງໂທດ; ສົ່ງຜູ້ຮ້າຍຂ້າມແດນ; ສົ່ງຂໍ້ມູນເຕັກໂນໂລຊີກ່ຽວກັບການສະກັດກັ້ນ-ຕ້ານອາຊະຍາກໍາ ແລະ ຫຼາຍປະເທດກໍຮ່ວມມືກັນ, ພິເສດການຮ່ວມ ມືກັບ ສສ ຫວຽດນາມ ແມ່ນນັບມື້ນັບເຂົ້າສູ່ລວງເລິກ ສະແດງອອກຄື: ການແລກປ່ຽນຄະນະຜູ້ແທນແຕ່ສູນກາງຮອດທ້ອງຖິ່ນ, ການຊ່ວຍເຫຼືອກໍ່ສ້າງກໍາລັງ, ຝຶກອົບຮົມ ແລະ ການຊ່ວຍເຫຼືອດ້ານພະລາທິການເຕັກນິກ ໂດຍສະເພາະ ແມ່ນກະຊວງ ປກສ ຫວຽດ ນາມ ຊ່ວຍເຫຼືອ ກະຊວງ ປກສ ລາວ ເປັນໂຄງການກໍ່ສ້າງວິທະຍາຄານການເມືອງ ປກສ, ຫ້ອງການປະສານງານຕ້ານອາຊະຍາກຳບ້ານຊາຍແດນລາວ-ຫວຽດນາມ ຈໍານວນ 244 ຫຼັງ, ພາຫະນະ ແລະ ອຸປະກອນເຕັກ ເພື່ອປະກອບສ່ວນເຂົ້າໃນການປ້ອງກັນກອງປະຊຸມສຸດຍອດ ອາຊຽນຄັ້ງທີ 44, 45 ທີ່ ສປປ ລາວເປັນເຈົ້າພາບ; ນອກນັ້ນ, ໃນປັດຈຸບັນ ຍັງສືບຕໍ່ຊ່ວຍເຫຼືອໂຄງການກໍ່ສ້າງສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງວຽງຈັນ ແລະ ໂຄງການກໍ່ສ້າງລະບົບຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈຳຕົວ ໃຫ້ກະຊວງ ປກສ ລາວອີກດ້ວຍ.

ສຳລັບວຽກງານຄຸ້ມຄອງເອກະສານ ໃນອານາຄົດ ກະຊວງປ້ອງກັນຄວາມສະຫງົບຝ່າຍລາວມີຄວາມມຸ້ງຫວັງຫັນວຽກງານຄຸ້ມຄອງເອກະສານເປັນ ຫ້ອງການທັນສະໄໝ ເພື່ອຍົກສູງຄຸນນະພາບການບໍລິຫານຫ້ອງການຂອງພາກລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ, ແນໃສ່ເຮັດໃຫ້ບັນດາຫ້ອງການລັດຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ນໍາໃຊ້ລະບົບເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ ທີ່ທັນສະໄໝ ເຂົ້າໃນການບໍລິຫານເອກະສານເຂົ້າ-ອອກ, ການຕິດຕາມການມອບວຽກໃຫ້ພະນັກງານ, ການຄຸ້ມຄອງລາຍການຫ້ອງປະຊຸມ ແລະອື່ນໆ.

ສຳລັບທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ ຊຸກຍູ້ບັນດາພາກສ່ວນກ່ຽວຂ້ອງ ສົ່ງນັກຮຽນ, ນັກສຶກສາທີ່ນອນໃນແຜນ ແລະ ນອກ, ແຜນການຮ່ວມມື ປະຈໍາປີ 2023 ໄປຮໍ່າຮຽນ ຢູ່ ສສ ຫວຽດນາມ ໃຫ້ສໍາເລັດ; ສືບຕໍ່ຈັດຕັ້ງຜັນຂະຫຍາຍໂຄງການລະບົບຄຸ້ມຄອງພົນລະເມືອງ ແລະ ບັດປະຈຳຕົວ, ໂຄງການກໍ່ສ້າງສູນຟື້ນຟູ-ບຳບັດຜູ້ຕິດຢາເສບຕິດ ແລະວຽກງານອື່ນຕາມແຜນການທີ່ວາງໄວ້.

Continue Reading

Previous: ປກສ ແຂວງອັດຕະປື ປະກາດບົ່ງຕົວແຕ່ງຕັ້ງຫົວໜ້າ ແລະ ຮອງ ກອງບັນຊາການ ປກສ ຜູ້ໃຫມ່
Next: ກະຊວງປ້ອງກັນຄວາມສະຫງົບ ມອບລົດຕູ້ຍີ່ຫໍ້ GAC ຈຳນວນ 1 ຄັນ ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈຳປາສັກ

ຂ່າວອື່ນໆທີ່ກ່ຽວຂ້ອງ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025

ໝວດຂ່າວ

  • ກອງປະຊຸມອາຊຽນ
  • ການເຄື່ອນໄຫວຂອງການນຳ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວທົ່ວໄປ
  • ສະພາແຫ່ງຊາດ
  • ປະກົດການຫຍໍ້ທໍ້
  • ວສປ
  • ແຈ້ງການ
  • ໂທລະພາບ-ພາຍໃນ

ຂ່າວທີ່ຍັງບໍ່ໄດ້ອ່ານ

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງ ປກສ ຄັ້ງທີ 9 ສະໄໝທີ V

ກົມສື່ມວນຊົນ 20/06/2025
ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ວິທະຍາຄານສັນຕິບານປະຊາຊົນ ພົບປະແລກປ່ຽນບົດຮຽນກັບມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມ

ກົມສື່ມວນຊົນ 20/06/2025
ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ການເມືອງ ປກສ

ກົມສື່ມວນຊົນ 19/06/2025
ແຈ້ງການ

ແຈ້ງການ

ກົມສື່ມວນຊົນ 19/06/2025

ບໍລິການປະຊາຊົນ

  • ກົດໝາຍ.
  • ຂໍ້ມູນສະຖານີຕຳຫຼວດ.
  • ຮ່າງເອກະສານ.
  • ແຈ້ງຄວາມ.
  • ຂັ້ນຕອນການປະກອບເອກະສານ.

ເວັບໄຊທີ່ກ່ຽວຂ້ອງ

  • ກະຊວງປ້ອງກັນປະເທດ.
  • ກະຊວງເຕັກໂນໂລຊີ ແລະ ການສື່ສານ.
  • ສູນອີນເຕີເນັດແຫ່ງຊາດ.
  • ສູນບໍລິຫານລັດດ້ວຍດິຈິຕ້ອນ.
  • ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ສາຍດວ່ນ

  • ແຈ້ງຕຳຫຼວດ : 1191.
  • ແຈ້ງເຫດໄຟໄໝ້ : 1190.
  • ລົດໂຮງໝໍ : 1195.
  • ໄຟຟ້າ : 1199.
  • ນ້ຳປະປາ : 1169.
© ສະຫງວນລິຂະສິດ | ກະຊວງປ້ອງກັນຄວາມສະຫງົບ.