
ເນື່ອງໃນໂອກາດ ວັນສ້າງກອງທັບປະຊາຊົນ ລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023), ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມກອງພັນໃຫຍ່ 605 ໃນວັນທີ 18 ມັງກອນ 2023 ນີ້, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ປະເສີດ ທ່ຽງທໍາ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່ 605 ພ້ອມດ້ວຍຄະນະ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ສະຫາຍ ພັນເອກ ປະເສີດ ທ່ຽງທໍາ ໄດ້ລາຍງານໂດຍຫຍໍ້ສະພາບທີ່ຕັ້ງ, ພາລະບົດບາດ ແລະ ຈຸດພິເສດ ຂອງກອງພັນໃຫຍ່ 605 ໃນໄລຍະຜ່ານມາ ເຊິ່ງກອງພັນໃຫຍ່ພວກເຮົາມີພາລະບົດບາດເຮັດໜ້າທີ່ໃນການປົກປັກຮັກສາປະເທດຊາດສ້າງຕັ້ງຂຶ້ນສືບເນື່ອງມາຈາກກອງພັນປຶນໃຫຍ່ໜ້າດິນເຊິ່ງເປັນກົມກອງທໍາອິດຂອງເຫລົ່າຮົບປຶນໃຫຍ່ໜ້າດິນກອງທັບປົດປ່ອຍປະຊາຊົນລາວ ສ້າງຕັ້ງຂຶ້ນໃນວັນທີ 15 ທັນວາ 1954 ຢູ່ເຂດທີ່ໝັ້ນການປະຕິວັດແຂວງຫົວພັນ,ພາຍຫຼັງໄດ້ຮັບການສ້າງຕັ້ງກົມກອງໄດ້ເຮັດໜ້າທີ່ປະສານສົມທົບກັບກົມກອງເພື່ອນເຄື່ອນໄຫວຕ່ໍສູ້ກັບສັດຕູຜູ້ຮຸກຮານອັນລະອິດລະອ້ຽວຂ້ຽວຂາດເຕັມໄປດ້ວຍການເສຍສະຫຼະນາໆປະການ ແລະ ມາໃນປີ1984 ກະຊວງປ້ອງກັນປະເທດ ໄດ້ປະກາດສ້າງຕັ້ງເປັນກອງພັນໃຫຍ່ 605 ເຊິ່ງຜ່ານມາກົມກອງໄດ້ຮັບນາມມະຍົດຕ່າງໆຢ່າງສົມກຽດ. ໃນນີ້, ກົມກອງວິລະຊົນ 4 ກົມກອງນາມ ມະຍົດວິລະຊົນແຫ່ງຊາດ 3 ສະຫາຍ ນັກຮົບແຂ່ງຂັນ 18 ສະຫາຍ. ນອກນັ້ນ, ຍັງໄດ້ຮັບການຍ້ອງຍໍດ້ວຍຮູບການຕ່າງໆຢ່າງສົມກຽດ.

ຕະຫຼອດໄລຍະຜາ່ນມາ, ກອງພັນໃຫຍ່ 605 ໄດ້ພ້ອມກັນເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ເຂັ້ມແຂງທາງດ້ານການຈັດຕັ້ງ ພ້ອມທັງເຮັດໜ້າທີ່ກຽມພ້ອມສູ້ຮົບ ທີ່ອາດຈະເກີດຂຶ້ນໃຫ້ທັນເວລາ, ນອກນີ້ຍັງເປັນກຳລັງຫຼັກແຫຼ່ງໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະໄດ້ນຳພາ-ຊີ້ນຳ ບັນດາກົມກອງ ລົງສົມທົບກັບອຳນາດການປົກຄອງບ້ານອ້ອມຂ້າງ ປຸກລະດົມປະຊາຊົນເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຕ້ານ ແລະ ສະກັດກັ້ນປະກົດຫຍໍ້ທໍ້ຕ່າງໆ ເຮັດໃຫ້ສະພາບຂອບເຂດຕົນຮັບຜິດຊອບມີຄວາມສະຫງົບປອດໄພດີ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຊີ້ນຳວຽກງານເພີ່ມ ພູນຜະລິດຜົນຕາມທິດນຳ 4 ປູກ 4 ລ້ຽງ ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນ.

ໂອກາດດັ່ງກ່າວ, ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນສ້າງຕັ້ງກອງທັບປະຊາຊົນລາວໃນໄລຍະ 74 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກອງພັນໃຫຍ່ 605 ຈົ່ງເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ສົມທົບແໜ້ນກັບວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການສ້າງສາພັດທະນາເສດຖະກິດ-ສັງຄົມ ເພື່ອສືບຕໍ່ກໍ່ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢູ່ຮາກຖານໃຫ້ທົ່ວເຖິງ, ຍົກສູງສະຕິເປັນເຈົ້າການໃນການປົກປັກຮັກສາທ້ອງຖິ່ນ, ຕ້ານທຸກການເຄື່ອນໄຫວມ້າງເພທຳລາຍໃນຫຼາຍດ້ານຂອງບັນດາອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີຢ່າງທັນການ ໄປພ້ອມກັບການເພີ່ມທະວີເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມທິດ 3 ສ້າງ ກົມກອງຕັ້ງທັບຢູ່ບ່ອນໃດ ຕ້ອງເຮັດວຽກງານກໍ່ສ້າງຮາກຖານຢູ່ບ່ອນນັ້ນໃຫ້ດີ, ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງລະບົບອຳນາດປະຊາທິປະໄຕປະ ຊາຊົນ, ປົກປັກຮັກສາສິດເປັນເຈົ້າຂອງປະຊາຊົນ, ໂຄສະນາປຸກລະດົມຂົນ ຂວາຍປະຊາຊົນໃຫ້ສາມັກຄີປຸ້ມລຸມກັນ ສ້າງສາພັດທະນາບ້ານຊ່ອງ ແລະ ປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ເຮັດວຽກເປັນໝູ່ຄະນະແບ່ງໃຫ້ບຸກຄົນຮັບຜິດຊອບຢ່າງຂາດຕົວ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ.

ໃນນັ້ນ, ຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ, ເອົາຄວາມສາມາດດ້ານວິຊາສະເພາະມີຫົວຄິດປະດິດ ສ້າງ ແລະ ການຈັດຕັ້ງບັນຊາ ຕ້ອງມີແບບແຜນ ແລະ ປະຕິບັດລະບອບຫັດແອບ ເພື່ອຍົກສູງຄວາມສາມາດທາງດ້ານສິນລະປະຍຸດ-ຍຸດທະວິ ທີ, ຍົກສູງສະຕິການຈັດຕັ້ງລະບຽບວິໄນໃຫ້ເຂັ້ມງວດ ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູທັບດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ໂດຍສຸມໃສ່ດ້ານກະສິກຳທີ່ເປັນທ່າແຮງ (ການປູກ ຝັງ, ລ້ຽງສັດ) ໃຫ້ເປັນຂະບວນກວ້າງຂວາງ, ໄປຄຽງຄູ່ກັນນີ້ຍັງປະຕິບັດຫຼັກການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບປະເທດໃກ້ຄຽງ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ, ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ເພື່ອປັບປຸງກໍ່ສ້າງກອງທັບໃຫ້ກ້າວໜ້າສູ່ຄຸນນະພາບໃໝ່ ພ້ອມນີ້ ,ຄະນະດັ່ງກ່າວຍັງໄດ້ຮັບຊົມການສະແດງ ການທະຫານ ຂັ້ນຈຸບຸກຕີຂອງພະນັກງານ-ນັກຮົບວິທະຍາຄານກົມມະດຳຕື່ມອີກ.

ໂດຍ ຈັນທະວົງ ອຸ່ນວິໄລຫົງ