
ກະຊວງປ້ອງກັນຄວາມສະຫງົບໄດ້ຮັບຟັງການປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ ( 20 ມັງກອນ 1949 – 20 ມັງກອນ 2023) ໃນວັນທີ 18 ມັງກອນ 2023; ເຊິ່ງໃຫ້ກຽດປາຖະກະຖາຂອງ ພົທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະ ມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ, ມີ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ, ການນໍາກະຊວງ ປກສ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ພົທ ທອງລອຍ ສີລິວົງ ໄດ້ຫວນຄືນເຖິງປະຫວັດການກຳເນີດຂອງກອງທັບປະຊາຊົນລາວ, ຜົນງານ, ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ໂດຍສະເພາະໄລຍະດຳເນີນການປະຕິວັດຕໍ່ສູ້ປົດປ່ອຍຊາດ, ໄລຍະປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. 20 ມັງກອນ ປີ 1949 ຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາສາມາດ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ. ກອງທັບປະຊາຊົນປະຕິວັດລາວ ໄດ້ຜ່ານຜ່າອຸປະ ສັກນາໆ ປະການ ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເຮັດສຳເລັດພາລະກຳປະ ຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ.

ຕະຫຼອດໄລຍະເວລາແຫ່ງການກຳເນີດ, ສູ້ຮົບມີໄຊເຕີບໃຫຍ່ຂະຫຍາຍຕົວ 74 ປີຜ່ານມາ ກອງທັບພວກເຮົາໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ແລະ ສ້າງຜົນງານດີເດັ່ນ ແລະ ວິລະກຳອັນລໍ້າເລີດໄວ້ໃນໜ້າປະຫວັດສາດຢ່າງສົມກຽດ: ກອງທັບຍາມໃດກໍນຳໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ເຮັດສຳເລັດໜ້າທີ່ ຕີເອົາຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະ ເປັນກອງທັບວິລະຊົນຂອງຊາດລາວ.

ການປາຖະກະຖາຄັ້ງນີ້ເພື່ອແນໃສ່ສຶກສາອົບຮົມພະນັກງານ – ສະມາຊິກພັກ ທີ່ເຂົ້າຮ່ວມໄດ້ເຊື່ອມຊຶມເຂົ້າໃຈເຖິງມູນເຊື້ອນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນລາວ, ແນໃສ່ສ້າງຄວາມສາມັກຄີເປັນປຶກແຜ່ນ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງສັດຕູ ເພື່ອເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ທັງເພື່ອນໍາເອົາແນວທາງ ແລະ ຮໍ່າຮຽນເອົາແບບຢ່າງຄຸນ ສົມບັດສິນທຳປະຕິວັດຄຸນງາມຄວາມດີ ບັນດາຜູ້ນຳຮຸ້ນກ່ອນມາໝູນໃຊ້ເຂົ້າໃນຊີວິດ ແລະ ໜ້າທີ່ວຽກງານຂອງຕົນ ໃຫ້ໄດ້ຮັບປະສິດ ທິພາບສູງ.