Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວ ປກສ, ປກຊ
  • ຂ່າວການເຄື່ອນໄຫວວິຊາສະເພາະ ວິທະຍຸ ປກສ
  • ຂ່າວເດັ່ນ
  • ນິຕິກຳ
  • ບົດຄວາມ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
      • ວິທະຍຸ ປກສ
        • ຂ່າວ ປກສ, ປກຊ
        • ບົດຄວາມ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
  • ແຈ້ງການ
  • Home
  • ວປກ ປິດຊຸດບໍາລຸງວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຊຸດທີ XX
  • ການເຄື່ອນໄຫວວຽກງານຂອງການນຳ
  • ຂ່າວ ປກສ

ວປກ ປິດຊຸດບໍາລຸງວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຊຸດທີ XX

ກົມສື່ມວນຊົນ 19/01/2023

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ປິດຊຸດບໍາລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ພະນັກງານນໍາພາ-ຄຸ້ມ ຄອງ ໄລຍະ 64 ວັນ ຊຸດທີ XX ສົກປີ 2022-2023 ຂຶ້ນຢ່າງເປັນທາງການ ໃນວັນທີ 17 ມັງກອນ 2023, ໂດຍການເປັນປະທານຂອງ ສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ, ມີສະຫາຍ ພົຕ ຄຳຫຼ້າ ພັນໄຊຍະສຸກ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ, ມີຜູ້ຕາງໜ້າຫ້ອງວ່າການສູນ ກາງພັກ, ຄະນະຈັດຕັ້ງສູນການພັກ, ຫ້ອງວ່າການສໍານັກງານນາຍົກ, ຫ້ອງ ການ ປກຊ-ປກສ ສູນກາງ, ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍບັນດາກົມໃຫຍ່, ຄະນະພັກ-ຄະນະອໍານວຍການ ວປກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພົຈວ ປອ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຜ່ານບົດລາຍງານ: ຜ່ານການຈັດຕັ້ງປະຕິ ບັດແຜນການບໍາລຸງວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຊຸດທີ XX ແມ່ນໄດ້ເລີ່ມການຮຽນ-ການສອນ ແຕ່ວັນທີ 16 ພະ ຈິກ 2022, ມີຈຳນວນ 30 ສະຫາຍ ຍິງ 7 ສະຫາຍ ມາຈາກສູນກາງ 13 ສະຫາຍ ແລະ ມາ ຈາກທ້ອງຖິ່ນ ຈຳນວນ 17 ສະຫາຍ. ໃນຕະຫຼອດໄລຍະການອົບຮົມຄັ້ງນີ້, ສໍາ ມະນາກອນແມ່ນໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ມີການສົນທະນາແລກປ່ຽນບົດ ຮຽນກັບຄູ-ອາຈານທີ່ມີບົດຮຽນ ແລະ ມີປະສົບການທັງພາຍໃນວິທະຍາ ຄານ ແລະ ວິທະຍາກອນມາຈາກຂະແໜງການທີ່ກ່ຽວຂ້ອງ ເຮັດໃຫ້ສໍາມະນາກອນສາມາດກຳໄດ້ຫຼັກການພື້ນຖານ, ທິດສະດີວິທະຍາສາດໃນວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງໄດ້ຄວາມຮັບຮູ້ອັນໃໝ່ໃນຂົງເຂດຍຸດທະສາດປ້ອງ ກັນຊາດ, ຍຸດທະສາດການທະຫານ ແລະ ບັນຫາລວມໃນການຊີ້ນຳ-ບັນຊາກຳລັງ ປກຊ-ປກສ ຢູ່ຂັ້ນຂອງຕົນ, ເພື່ອເສີມຂະຫຍາຍພາລະບົດ ບາດ, ໜ້າທີ່ໃນການເປັນເສນາທິການດ້ານວຽກງານ ປກຊ-ປກສ ໃຫ້ແກ່ພັກ-ລັດຖະບານ, ສູນກາງ, ກະຊວງ, ແຂວງ, ເມືອງໂດຍສະເພາະແມ່ນຕໍ່ແຜນການປັບປຸງ, ກໍ່ ສ້າງກຳລັງປະກອບອາວຸດປະຊາຊົນ, ການກໍ່ສ້າງບໍລິເວນປ້ອງກັນຂອງແຂວງ, ເມືອງໃຫ້ໜັກແໜ້ນເຂັ້ມແຂງ, ຄຽງຄູ່ກັບການຮໍ່າຮຽນທາງດ້ານທິດສະດີຫຼັກການແລ້ວ ຍັງໄດ້ລົງໄປ ທັດ ສະນະສຶກສາຢູ່ບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນຈໍານວນໜຶ່ງ.

ໃນໄລຍະອົບຮົມນີ້, ສໍາມະນາກອນຍັງໄດ້ປະກອບສ່ວນທາງດ້ານວັດຖຸປັດໄຈມອບເປັນທີ່ລະນຶກໃຫ້ແກ່ ວປກ ແລະ ບັນດາກົມກອງຮາກຖານ ທັງບຸກຄົນ ແລະ ລວມໝູ່, ມີເງິນສົດ ແລະ ອຸປະຖໍາວັດຖຸປະ ກອບມີ ອຸປະ ກອນຕ່າງໆ, ອຸປະກອນກິລາ, ເຄື່ອງກິລາ ແລະ ສິລະປະວັນນະຄະດີ ເປັນເງິນຈໍານວນ ທັງໝົດ 184.340.000 ກີບ, ເປັນເງິນ ຈຳນວນ 73.000.000 ກີບ. ໃນນັ້ນ, ຊ່ວຍ ວປກ ທັງເງິນ ແລະ ວັດຖຸອຸປະກອນ ລວມມູນ ຄ່າທັງໝົດ 81.411.000 ກີບ. ຊ່ວຍກົມກອງທີ່ລົງຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ 4 ກົມກອງ ລວມມູນຄ່າທັງໝົດ 87. 879.000 ກີບ. ຈາກນັ້ນ, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ຫົວ ໜ້າການເມືອງ ວປກ ໄດ້ເປັນກຽດມອບໃບຢັ້ງຢືນໃຫ້ນັກສຶກສາພະນັກງານນໍາພາ-ຄຸ້ມຄອງ ຊຸດບໍາລຸງວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XX ທີ່ສໍາເລັດບັ້ນອົບຮົມ ຄັ້ງນີ້ຢ່າງສົມກຽດ.


ໂອກາດນີ້, ສະຫາຍ ພົທ ກົງທອງ ພົງວິຈິດ ໄດ້ມີຄໍາເຫັນຕໍ່ພະນັກງານນໍາພາ-ຄຸ້ມຄອງ ທີ່ສໍາເລັດຊຸດບໍາລຸງຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ຜັນຂະ ຫຍາຍບົດຮຽນທີ່ໄດ້ຮຽນມານໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ, ເອົາໃຈໃສ່ສະໜັບ ສະໜູນໃຫ້ການຊ່ວຍເຫຼືອ ແລະ ກໍ່ສ້າງກໍາລັງ ປກຊ-ປກສ ໃຫ້ກາຍເປັນກໍາລັງຫຼັກແຫຼ່ງມີຄວາມໜັກແໜ້ນ ເຂັ້ມ ແຂງ, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ ວປກ ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ຄູ-ອາຈານເຊື່ອມຊຶມກຳແໜ້ນແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດ ແລະ ທາດແທ້ມູນເຊື້ອຂອງກອງທັບ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ພ້ອມກັນຄົ້ນຄວ້າ ຊອກຫາບົດຮຽນອັນໃໝ່ ເພື່ອຮັບປະກັນເຮັດໃຫ້ການສິດສອນມີຄຸນນະພາບ.

Continue Reading

Previous: ຄ້າຍຄຸມຂັງຕານປ່ຽວ ສະຫຼຸບການເຄື່ອນໄຫວວຽກງານຂອງຄ້າຍຄຸມຂັງ ປະຈຳປີ 2022
Next: ກະຊວງ ປກສ ຮັບຟັງປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ຂ່າວທີ່ຄ້າຍຄືກັນ

ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ເຄື່ອນໄຫວຢ້ຽມຢາມ-ຊຸກຍູ້ຄອບຄົວຕົວແບບດ້ານເສດຖະກິດ
  • ຂ່າວ ປກສ

ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ເຄື່ອນໄຫວຢ້ຽມຢາມ-ຊຸກຍູ້ຄອບຄົວຕົວແບບດ້ານເສດຖະກິດ

09/06/2023
ກອງປະຊຸມຄົບຄະນະກາງສະໄໝທີ I ຂອງຄະນະພັກຮາກຖານກົມ 512
  • ຂ່າວ ປກສ
  • ຂ່າວເດັ່ນ

ກອງປະຊຸມຄົບຄະນະກາງສະໄໝທີ I ຂອງຄະນະພັກຮາກຖານກົມ 512

09/06/2023
ນັກຮຽນນາຍສິບປ້ອງກັນທີ່ຕັ້ງ ຮຸ່ນທີ XI ສອບເສັງມວຍວິຊາສະເພາະ
  • ຂ່າວ ປກສ

ນັກຮຽນນາຍສິບປ້ອງກັນທີ່ຕັ້ງ ຮຸ່ນທີ XI ສອບເສັງມວຍວິຊາສະເພາະ

08/06/2023

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນມີນາ 2023
  • ເດືອນພຶດສະພາ 2023
  • ເດືອນເມສາ 2023
  • ເດືອນມີນາ 2023
  • ເດືອນກຸມພາ 2023
  • ເດືອນມັງກອນ 2023
  • ເດືອນທັນວາ 2022
  • ເດືອນພະຈິກ 2022
  • ເດືອນຕຸລາ 2022
  • ເດືອນກັນຍາ 2022
  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

30/05/2023
ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

27/01/2023
ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

26/01/2023
ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

01/12/2022
ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

29/11/2022
ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

27/10/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ