
ກອງປະຊຸມພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ມັງກອນ 2023 ທີ່ກະຊວງ ປກສ, ເປັນປະທານໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ພົຕ ຫງວຽນ ຢຸຍ ຫງອກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດ ນາມ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມທັງສອງຝ່າຍໄດ້ເປັນເອກະພາບ ແລະ ຕີລາຄາຜົນສຳເລັດໃນການປະຕິບັດແຜນການຮ່ວມມືຂອງສອງ ກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດ ນາມໃນໄລຍະຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບສະພາບການຕ້ານ ແລະ ສະກັດກັ້ນອາຊະຍາກຳຢາເສບຕິດ, ຕິດ ຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບປະຊາຊົນ ຢູ່ບ້ານໂນນສະອາດ ເມືອງໄຊທານີ, ຢ້ຽມຢາມຫ້ອງການ ປກສ ກຸ່ມ 5 ບ້ານວັງຊາຍ ເມືອງໄຊເສດຖາ, ໂຄງການກໍ່ສ້າງສູນບຳບັດ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ໂຄງການກໍ່ສ້າງລະ ບົບຖານຂໍ້ມູນປະຊາກອນແຫ່ງຊາດ ແລະ ອອກບັດປະຈຳຕົວພົນລະເມືອງລາວ ເພາະວຽກງານດັ່ງກ່າວເປັນວຽກພື້ນຖານຂອງທຸກຂົງເຂດວຽກງານວິຊາສະເພາະໂດຍສະເພາະແມ່ນການເກັບກຳຂໍ້ມູນ ແລະ ຕິດຕາມເປົ້າໝາຍອາຊະຍາກຳປະເພດຕ່າງໆ.

ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ: ການປະຕິບັດສັນຍາຮ່ວມມືລະຫວ່າງສອງກະຊວງ ຕະຫຼອດໄລຍະ 1 ປີ ຜ່ານມາ, ສອງກະຊວງ, ກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ແຂວງແຮກສ່ຽວ ແລະ ປກສ ແຂວງ ທີ່ມີຊາຍແດນຕິດຈອດກັນລະຫວ່າງ ລາວ-ຫວຽດນາມ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ຂ່າວວິຊາສະເພາະທີ່ມີການພົວພັນເຖິງຄວາມສະຫງົບຂອງສອງປະເທດ, ປະຕິບັດຕາມເນື້ອໃນແຜນການຈັດ ຕັ້ງປະຕິບັດສັນຍາຮ່ວມມືປະຈຳປີ 2022 ທີ່ສອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ໄດ້ລົງນາມກັນ ໃນເດືອນມັງ ກອນ 2022 ແລະ ແຜນການຈັດຕັ້ງປະຕິບັດສັນຍາຮ່ວມມື ປະຈໍາປີ 2023 ທີ່ໄດ້ລົງນາມກັນ ໃນວັນທີ 25 ຕຸລາ 2022F ເຊິ່ງມີເນື້ອໃນສໍາຄັນເປັນພື້ນຖານໃຫ້ສອງກະຊວງສືບຕໍ່ພົວພັນຮ່ວມມືກັນໃຫ້ໜັກແໜ້ນຂຶ້ນຕື່ມ ປະກອບສ່ວນຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງແຕ່ລະປະເທດເປັນຢ່າງດີ.

ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຍັງໄດ້ກ່າວຕື່ມວ່າ: ເຖິງວ່າກອງປະຊຸມໄດ້ດໍາເນີນໄປດ້ວຍເວລາອັນສັ້ນ ແຕ່ກໍເຕັມໄປດ້ວຍບັນຍາກາດອັນດີຖານເພື່ອນມິດສະຫາຍອ້າຍນ້ອງທີ່ສະໜິດສະໜົມ, ທັງສອງຝ່າຍໄດ້ມີການປຶກສາຫາລືບັນຫາທີ່ສໍາຄັນຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກປະການ.
