Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວ ປກສ, ປກຊ
  • ຂ່າວການເຄື່ອນໄຫວວິຊາສະເພາະ ວິທະຍຸ ປກສ
  • ຂ່າວເດັ່ນ
  • ນິຕິກຳ
  • ບົດຄວາມ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
      • ວິທະຍຸ ປກສ
        • ຂ່າວ ປກສ, ປກຊ
        • ບົດຄວາມ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
  • ແຈ້ງການ
  • Home
  • ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ
  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ກົມສື່ມວນຊົນ 13/01/2023

ໃນຕອນບ່າຍຂອງວັນທີ 11 ມັງກອນ 2023 ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບຂອງສອງປະເທດ ລາວ-ຫວຽດນາມ ໄດ້ສືບຕໍ່ມີຄວາມໜັກແໜ້ນ, ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນມໍລະດົກອັນລໍ້າຄ່າ ທີ່ບັນດາບັນພະບູລຸດຂອງສອງປະເທດໄດ້ສ້າງໄວ້.

ໃນປີຜ່ານມາ, ສອງພັກ, ສອງລັດພວກເຮົາ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຢ່າງເປັນຂະບວນຟົດຟື້ນ, ມີເນື້ອໃນເລິກເຊິ່ງ ແລະ ແທດເໝາະກັບສະພາບການຕົວຈິງຂອງສອງປະເທດ; ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງ ການພົບປະສອງຝ່າຍລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ກໍຄື ການເຂົ້າຮ່ວມພິທີສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022.

ເຊິ່ງສອງຝ່າຍ ໄດ້ຢືນຢັນທີ່ຈະພ້ອມກັນຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ, ບັນດາຂໍ້ຕົກລົງ ຂອງສອງລັດຖະບານ ກໍຄື ສືບຕໍ່ເສີມຂະຫຍາຍ ແລະ ປົກປັກຮັກສາສາຍພົວພັນພິເສດທີ່ຫາຍາກ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ ໂດຍສະເພາະ ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ສຶກສາ, ການສ້າງຊັບພະຍາກອນມະນຸດ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ ແລະ ອື່ນໆ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ, ສົມຄູ່ກັບການພົວພັນທີ່ດີທາງດ້ານການເມືອງ; ພ້ອມທັງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມລະຫວ່າງ ສອງກົມການເມືອງ ລາວ-ຫວຽດນາມ ໃນທ້າຍເດືອນທັນວາ 2022 ຜ່ານມາ.

ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ, ບັນດາສະຫາຍການນໍາຂັ້ນສູງ ແລະ ອະດີດການນໍາພັກ-ລັດ ສສ ຫວຽດນາມ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການນໍາພາອັນສະຫຼາດສ່ອງໃສ, ຖືກຕ້ອງ ແລະ ມີຫົວຄິດປະດິດສ້າງຂອງ ພັກກອມມູນິດ ຫວຽດນາມ ກໍຄື ການຄຸ້ມຄອງບໍລິຫານປະເທດ ຢ່າງມີປະສິດທິຜົນຂອງ ລັດຖະບານຫວຽດນາມ.

ເຖິງວ່າສະພາບການໃນພາກພື້ນ ແລະ ໃນໂລກ ຈະມີການຜັນແປໄປຢ່າງສັບສົນ ບວກກັບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19, ແຕ່ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຍັງສາມາດສືບຕໍ່ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ, ມີສະຖຽນລະພາບທາງການເມືອງໜັກແໜ້ນ, ຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ບົດບາດ, ອິດທິພົນຂອງ ສສ ຫວຽດນາມ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ໃນໂລກ; ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນໃຫ້ແກ່ປະຊາຊົນລາວຕະຫຼອດມາ.

ສະຫາຍ ຟ້າມ ມິງ ຈິງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມພາກພູມໃຈ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ເຊິ່ງເປັນການຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ພາຍຫຼັງຮັບຕຳແໜ່ງນາຍົກລັດຖະມົນຕີ, ແລະ ເປັນຄະນະຜູ້ແທນຂັ້ນສູງທຳອິດຂອງຕ່າງປະເທດ ມາຢ້ຽມຢາມ ລາວ ໃນປີ 2023, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້.

ນອກຈາກຢ້ຽມຢາມຢ່າງເປັນທາງການແລ້ວ ຍັງໄດ້ເຂົ້າຮ່ວມພິທີສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ອັນມີຄວາມໝາຍຄວາມສໍາຄັນຂອງສອງປະເທດ, ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 45 ເພື່ອຕິດຕາມການຜັນຂະຫຍາຍບັນດາໜ້າວຽກ ທີ່ກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ໄດ້ຕົກລົງຮ່ວມກັນໃນທ້າຍປີ 2022 ຜ່ານມາ, ທັງຍັງເປັນການສະແດງຄວາມຊົມເຊີຍຕໍ່ ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມສະໄຫມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ທັນວາ 2022 ຜ່ານມາ. ພ້ອມດຽວກັນນັ້ນ, ກໍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄໍາອວຍພອນປີໃໝ່ຈາກການນໍາຂັ້ນສູງຂອງ ສສ ຫວຽດນາມ ເຖິງ ການນໍາຂັ້ນສູງຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ທຸກຖ້ວນໜ້າ.

ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຟ້າມ ມິງ ຈິງ ໄດ້ແລກປ່ຽນຄໍາຄິດເຫັນນໍາກັນຫຼາຍບັນຫາ ໂດຍສະເພາະ ກ່ຽວກັບ ການສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນແມ່ນ ການແລກປ່ຽນບົດຮຽນທາງດ້ານວຽກສາຍພັກ, ການຮ່ວມມືທີ່ມີປະສິດທິຜົນທາງດ້ານສາຍລັດ ແລະ ການປະຕິບັດແຜນການຮ່ວມມື ແລະ ໂຄງການຕ່າງໆໃຫ້ມີປະສິດທິຜົນຍິ່ງໆຂຶ້ນ, ສືບຕໍ່ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການພັດທະນາເສດຖະກິດໃຫ້ເຂັ້ມແຂງ, ເປັນເຈົ້າຕົນເອງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ.

ສອງຝ່າຍ ໄດ້ຢືນຢັນຄືນເຖິງນະໂຍບາຍອັນສະເໝີຕົ້ນສະເໝີປາຍ ແລະ ຄວາມໝາຍໝັ້ນທີ່ຈະສືບຕໍ່ພ້ອມກັນອອກແຮງປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ນັບມື້ນັບແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

ໃນວັນດຽວກັນ, ສະຫາຍ ຟ້າມ ມິງ ຈິງ ແລະ ຄະນະ ຍັງໄດ້ໄປຢ້ຽມຢາມບັນດາອະດີດການນໍາຂັ້ນສູງຂອງ ສປປ ລາວ ຄື: ສະຫາຍ ຈູມມາລີ ໄຊຍະສອນ, ສະຫາຍ ບຸນຍັງ ວໍລະຈິດ ອະດີດປະທານປະເທດ ແລະ ສະຫາຍ ທອງສິງ ທໍາມະວົງ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກດ້ວຍ.

Continue Reading

Previous: ລາວ-ຫວຽດນາມ ສຳເລັດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ 2022 ດ້ວຍຜົນສຳເລັດອັນຈົບງາມ
Next: ກະຊວງປ້ອງກັນຄວາມສະຫງົບ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ

ຂ່າວທີ່ຄ້າຍຄືກັນ

ສານປະຊາຊົນສູງສຸດ ເຊື່ອມຊຶມມູນເຊື້ອເຫດການປະຫວັດສາດ
  • ການເມືອງ

ສານປະຊາຊົນສູງສຸດ ເຊື່ອມຊຶມມູນເຊື້ອເຫດການປະຫວັດສາດ

08/06/2023
ປ້ອງກັນທີ່ຕັ້ງ ສຳເລັດກອງປະຊຸມກາງສະໄໝ
  • ການເຄື່ອນໄຫວວຽກງານຂອງການນຳ

ປ້ອງກັນທີ່ຕັ້ງ ສຳເລັດກອງປະຊຸມກາງສະໄໝ

06/06/2023
ກົມໃຫຍ່ຕຳຫຼວດ ປະກາດການແຕ່ງຕັ້ງ-ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ 215 ສະຫາຍ
  • ການເຄື່ອນໄຫວວຽກງານຂອງການນຳ

ກົມໃຫຍ່ຕຳຫຼວດ ປະກາດການແຕ່ງຕັ້ງ-ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ 215 ສະຫາຍ

24/05/2023

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນມີນາ 2023
  • ເດືອນພຶດສະພາ 2023
  • ເດືອນເມສາ 2023
  • ເດືອນມີນາ 2023
  • ເດືອນກຸມພາ 2023
  • ເດືອນມັງກອນ 2023
  • ເດືອນທັນວາ 2022
  • ເດືອນພະຈິກ 2022
  • ເດືອນຕຸລາ 2022
  • ເດືອນກັນຍາ 2022
  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

30/05/2023
ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

27/01/2023
ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

26/01/2023
ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

01/12/2022
ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

29/11/2022
ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

27/10/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ