
ໃນວັນທີ 26 ຕຸລາ 2022, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ (2023-2025), ໂດຍການ ເປັນປະທານຂອງ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງ ປກສ ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ ປກສ, ມີຄະນະກຳມາທິການອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພົຈວ ພອນໄຊ ຍົດສົມບັດ ຮອງຫົວໜ້າຫ້ອງວ່າການ ຮອງປະທານຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ ກ່າວວ່າ: ໄລຍະຜ່ານມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ສົ່ງເສີມ, ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍໃນການເບິ່ງແຍງ ແລະ ພັດທະນາເດັກ ດ້ວຍການສົ່ງເສີມໃຫ້ເດັກໄດ້ຮັບຜົນປະໂຫຍດສູງສຸດ ແລະ ສະໜັບສະໜູນໃນການສ້າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ, ແຜນດຳເນີນງານແຫ່ງຊາດ ເພື່ອລົບລ້າງທຸກຮູບການຈຳແນກຕໍ່ເດັກຕະຫຼອດມາ, ຍັງໄດ້ອອກດຳລັດ, ກົດໝາຍ, ມາດຕະການປ້ອງກັນ ແລະ ລົງໂທດຕໍ່ຜູ້ກະທຳຜິດ ຈາກການຄ້າຂາຍເດັກ ແລະ ການຄ້າປະເວນີເດັກ, ສິ່ງລາມົກອານາຈານທີ່ກ່ຽວກັບເດັກ ລວມທັງຕ້ານການໃຊ້ຄວາມຮຸນແຮງຕໍ່ເດັກ, ຂະບວນການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ, ເຊິ່ງພົວພັນເຖິງທຸກຂົງເຂດວຽກງານແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
ພ້ອມນັ້ນ, ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກກໍາລັງດໍາເນີນການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງ ຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025) ໄດ້ເອົາໃຈໃສ່ປະຕິບັດສົນທິສັນຍາສາກົນໃນວຽກສິດທິເດັກ ໂດຍສະເພາະແມ່ນສອງອານຸສັນຍາເພີ່ມເຕີ່ມກ່ຽວກັບຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ແລະ ອານຸສັນຍາ ວ່າດ້ວຍການເຂົ້າຮ່ວມຂອງເດັກໃນການປະທະກັນດ້ວຍກຳລັງປະກອບອາວຸດ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ແນໃສ່ໃນການສົ່ງເສີມສິດທິຂອງເດັກ, ການປົກປ້ອງເດັກ ແລະ ການພັດທະນາຊີວິດການເປັນຢູ່ຂອງແມ່ ແລະ ເດັກ ເຊັ່ນ: ການຈົດທະບຽນການເກີດ (ການແຈ້ງເກີດ), ການຮັກສາສຸຂະພາບ ແລະ ໂພຊະນາການ, ການສຶກສາ, ການປົກປ້ອງເດັກ, ການຊ່ວຍເຫຼືອເດັກ ແລະ ການມີສ່ວນຮ່ວມຂອງເດັກ. ທັງນີ້, ກໍເພື່ອຮັບປະກັນໃນການຄົ້ນຄວ້ານະໂຍບາຍ ແລະ ນິຕິກຳທີ່ກ່ຽວກັບແມ່ ແລະ ເດັກໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃນກຳລັງປ້ອງກັນຄວາມສະຫງົບ ເພື່ອໃຫ້ສອດຄ່ອງກັບເນື້ອໃນສົນທິສັນຍາສາກົນທີ່ກ່ຽວກັບແມ່ ແລະ ເດັກ; ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດ, ຊີວິດ, ສຸຂະພາບ, ກຽດສັກສີ, ສົ່ງເສີມການພັດທະນາແມ່ ແລະ ເດັກໃຫ້ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ, ຈິດໃຈ ຕະຫຼອດເຖິງໃນການດໍາລົງຊີວິດທີ່ປອດໄພ.
ໃນກອງປະຊຸມຄັ້ງນີ້, ຍັງໄດ້ຜ່ານຂໍ້ຕົກລົງ ເລກທີ 1258/ປກສ ລົງວັນທີ 8 ສິງຫາ 2022, ວ່າດ້ວຍການແຕ່ງຕັ້ງຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງປ້ອງກັນຄວາມສະຫງົບ; ໃນນີ້, ໄດ້ແຕ່ງຕັ້ງ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງປກສ ເປັນປະທານ, ພົຈວ ພອນ ໄຊ ຍົດສົມບັດ, ພົຈວ ຄຳສາຍ ຈັນທະວົງ ແລະ ພົຈວ ແກ່ນຈັນ ພົມມະຈັນ ເປັນຮອງ; ສ່ວນອີກ 19 ສະຫາຍແມ່ນປະ ກອບເປັນຄະນະ.