
ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ໄດ້ຈັດພິທີປິດ ຊຸດຮຽນ ແລະ ມອບໃບປະກາສະນີຍະບັດໃຫ້ນັກສຶກສາ 2 ລະບົບ ຄື: ປະລິນ ຍາໂທ ຮຸ່ນທີ XII ແລະ ປະລິນຍາຕີຕໍ່ເນື່ອງຮຸ່ນທີ XVIII/2 ໃນວັນທີ 20 ກັນ ຍາ 2022 ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະມີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີ ຮອງຫົວໜ້າກົມໃຫຍ່, ຄະນະພັກ-ຄະນະອໍານວຍການ, ຄູ-ອາຈານ ແລະ ນັກສຶກສາທີ່ສໍາເລັດການສຶກສາເຂົ້າຮ່ວມ.

ພັອ ບຸນນ້ອມ ໄຊຍະພູມ ຮອງຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ ໄດ້ຜ່ານບົດສະຫຼຸບປິດຊຸດຮຽນນັກສຶກສາປະລິນຍາໂທ ຮຸ່ນທີ XII ມີນັກສຶກສາທັງໝົດ 24 ສະຫາຍ ຍິງ 1 ສະຫາຍ ໂຄງການຫຼັກສູດການຮຽນ 2 ປີ; ຜ່ານການຈັດຕັ້ງປະເມີນຜົນການຮຽນຂອງປະລິນຍາໂທ ຮຸ່ນທີ XII ສາມາດສັງລວມໄດ້ ຄື: ໄດ້ຄະແນນຄຸນສົມບັດ 9 ມີ 24 ສະຫາຍ ຍິງ 1 ສະຫາຍ. ຜ່ານການປ້ອງກັນວິທະຍານິພົນຈົບຊັ້ນໃນຈໍານວນ 24 ຫົວຂໍ້ຂອງ 24 ສະຫາຍ ສາມາດບັນລຸໄດ້ຄະແນນສູງສຸດ 9,49 ມີ 10 ສະຫາຍ, ຄະແນນ 9,48 ມີ 8 ສະຫາຍ, ຄະແນນ 9,47 ມີ 3 ສະຫາຍ, ຄະແນນ 9,46 ມີ 2 ສະຫາຍ ແລະ ຄະ ແນນ 9,45 ມີ 1 ສະຫາຍ.

ນັກສຶກສາລະບົບປະລິນຍາຕີຕໍ່ເນື່ອງຮຸ່ນທີ XIII/2 ມີນັກສຶກສາທັງໝົດ 149 ສະຫາຍ ຍິງ 13 ສະຫາຍ ກໍານົດເວລາຮຽນ 2 ປີ; ຜ່ານການຈັດຕັ້ງຕີລາຄາສອບເສັງຈົບຊັ້ນໄດ້ຄະແນນສະເລ່ຍ 3,50 (B+) ປະເພດດີຫຼາຍ ມີ 60 ສະຫາຍ ຍິງ 12 ສະຫາຍ ກວມເອົາ 42,2%, ໄດ້ຄະ ແນນສະເລ່ຍ 3,00 ( B ) ປະເພດດີ ມີ 86 ສະຫາຍ ຍິງ 1 ສະຫາຍ ກວມເອົາ 57,78%. ສັງລວມແລ້ວຜົນການສອບເສັງຂອງນັກສຶກສາແມ່ນບັນລຸຄາດໝາຍ 100%.

ໃນພິທີ, ຍັງໄດ້ມີການມອບໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ ໃຫ້ນັກສຶກສາປະລິນຍາໂທ ຈໍານວນ 11 ສະ ຫາຍ, ຍ້ອງຍໍຂັ້ນວິທະຍາຄານ 13 ສະຫາຍ; ພ້ອມນີ້, ຍັງໄດ້ປະດັບຊັ້ນໃຫ້ນັກສຶກສາປະລິນຍາຕີຕໍ່ເນື່ອງ; ໃນນີ້, ໄດ້ປະດັບຊັ້ນ ຮ້ອຍເອກ ຈໍານວນ 9 ສະຫາຍ ຍິງ 2 ສະຫາຍ, ປະດັບຊັ້ນຮ້ອຍໂທ 18 ສະຫາຍ ຍິງ 7 ສະຫາຍ, ໄດ້ຮັບການຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ ຈໍານວນ 12 ສະຫາຍ, ໄດ້ຮັບການຍ້ອງຍໍຂັ້ນວິທະ ຍາຄານ 65 ສະຫາຍ ຍິງ 7 ສະຫາຍ.

ພ້ອມດຽວກັນນັ້ນ, ໃນພິທີກໍໄດ້ມອບໃບປະກາສະນີຍະບັດໃຫ້ນັກສຶກສາທີ່ສໍາເລັດການສຶກສາຄັ້ງນີ້ ມອບໂດຍ ພົຈວ ປອ ວັນສົມ ສີສົມບັດ ຫົວໜ້າອຳນວຍການ ວສປ.