
ສານປະຊາຊົນສູງສຸດ (ສປຊສ) ຈັດພິທີປະກາດແຕ່ງຕັ້ງ ແລະ ສັບປ່ຽນບ່ອນປະຈໍາການຂອງພະນັກງານ ໃນວັນທີ 2 ກັນຍາ 2022, ໂດຍການເປັນປະທານຂອງ ທ່ານ ສຈ ປອ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີຮອງປະທານ, ຫົວໜ້າ-ຮອງກົມ, ຜູ້ພິພາກສາ ແລະ ພະນັກງານສານ ເຂົ້າຮ່ວມ.

ທ່ານ ຂຸນສຸວັນ ສຸທໍາມະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ສປຊສ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານປະທານສານປະຊາຊົນສູງ ວ່າດ້ວຍ ການແຕ່ງຕັ້ງພະນັກງານຂອງສານ ເຊິ່ງໄດ້ປະກາດແຕ່ງຕັ້ງດັ່ງນີ້:
- ທ່ານ ສຸດາວັນ ພັນພົນດີ ຜູ້ພິພາກສາຊັ້ນ 4 ເປັນ ຮອງຫົວໜ້າຄະນະສານແພ່ງ
- ທ່ານ ໂພເງິນ ຈັນທະນະຄອນ ຜູ້ພິພາກສາຊັ້ນ 4 ເປັນ ຮອງຫົວໜ້າຄະນະສານການຄ້າ
- ທ່ານ ບົວຄ່ອງເພັງ ສີຫາເພັດ ຜູ້ພິພາກສາຊັ້ນ 4 ເປັນ ຮອງຫົວໜ້າຄະນະສານອາຍາ
- ທ່ານ ອັກສອນສິນ ວິໄຊຍະໄລ ຜູ້ພິພາກສາຊັ້ນ 3 ເປັນ ຜູ້ຮັກສາການຫົວໜ້າກົມແຜນການ ແລະ ການຮ່ວມມືກັບຕ່າງປະເທດ


ນອກນັ້ນ, ຍັງປະກາດສັບປ່ຽນບ່ອນປະຈຳການຂອງພະນັກງານ ຄື:
- ທ່ານ ແສງແກ້ວ ພິລະພົນເດດ ຫົວໜ້າຫ້ອງການ ໄປເປັນ ຫົວໜ້າກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ
- ທ່ານ ທິບພະສອນ ລາດວົງໄຊ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ໄປເປັນ ຫົວໜ້າຫ້ອງການ
- ທ່ານ ກັ້ງເຕັມ ສົມບັດ ຫົວໜ້າກົມແຜນການ ແລະ ການຮ່ວມມືກັບຕ່າງປະເທດ ໄປເປັນ ຫົວໜ້າສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມ
- ທ່ານ ນາງ ຈັນໄທ ໄຊຍະວົງ ຮອງຫົວໜ້າຫ້ອງການ ໄປເປັນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືກັບຕ່າງປະເທດ
- ທ່ານ ສາກົນ ໄຊຍະລາດ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄປເປັນ ຮອງຫົວໜ້າຫ້ອງການ

ໂອກາດນີ້, ທ່ານ ສຈ ປອ ນາງ ວຽງທອງ ຍັງໄດ້ເນັ້ນໃຫ້ບັນດາທ່ານທີ່ໄດ້ໄດ້ຮັບການແຕ່ງຕັ້ງ ແລະ ສັບປ່ຽນບ່ອນປະຈຳການ ຈົ່ງສືບຕໍ່ນໍາພາປັບປຸງແບບແຜນວິທີນໍາພາຂອງຄະນະໜ່ວຍພັກ, ການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະໜ່ວຍພັກຢ່າງຈະແຈ້ງ ແລະ ຂາດຕົວ, ນໍາພາ-ຊີ້ນໍາຕາມແຜນການ, ຈຸດສຸມ, ຄາດໝາຍທີ່ກໍານົດໄວ້, ພ້ອມທັງມີການຕິດຕາມກວດກາ, ປະເມີນຜົນ, ມີການສະຫຼຸບ, ຖອດຖອນບົດຮຽນ, ສ່ອງແສງລາຍງານ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງສະມາຊິກພັກຕາມຫຼັກການສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຂຶ້ນກັບການຈັດຕັ້ງເມື່ອຕົກລົງເປັນມະຕິ ແລ້ວຕ້ອງປະຕິບັດຕາມມະຕິຢ່າງເຂັ້ມງວດ.

ປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ກວດກາການປະຕິບັດໜ້າທີ່ວຽກງານຂອງສະມາຊິກພັກ-ພະນັກງານສານປະຊາຊົນ ເປັນປົກກະຕິ ເພື່ອຄຸ້ມຄອງ, ມີຜົນສຳເລັດ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ, ວິຊາການ, ຖືເອົາຂະບວນການຂອງມະຫາຊົນ ເປັນບ່ອນຝຶກຝົນຫຼ່ໍຫຼອມ, ທົດສອບ, ເລືອກເຟັ້ນໄດ້ຜູ້ພົ້ນເດັ່ນ, ຫ້າວຫັນໃນຂະບວນການ ເພື່ອຂະຫຍາຍເຂົ້າພັກ ແລະ ຮັບໜ້າທີ່ວຽກງານສຳຄັນຂອງພັກ ກໍຄື ຂອງສານປະຊາຊົນ ພ້ອມທັງສືບຕໍ່ປັບປຸງແກ້ໄຂເຮັດໃຫ້ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດຂອງພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ, ໂປ່ງໃສ, ເຂັ້ມແຂງ, ມີປະສິດພາບ ແລະ ປະສິດທິຜົນສູງຂຶ້ນ.
