Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວ ປກສ, ປກຊ
  • ຂ່າວການເຄື່ອນໄຫວວິຊາສະເພາະ ວິທະຍຸ ປກສ
  • ຂ່າວເດັ່ນ
  • ນິຕິກຳ
  • ບົດຄວາມ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
      • ວິທະຍຸ ປກສ
        • ຂ່າວ ປກສ, ປກຊ
        • ບົດຄວາມ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
  • ແຈ້ງການ
  • Home
  • ທ່ານ ພົນໂທ ກົງທອງ ພົງວິຈິດ ເຂົ້າຮ່ວມ ກອງປະຊຸມໂຕະມົນ “ຫຼຽນຢູນກາງ“
  • ການເມືອງ-ສັງຄົມ

ທ່ານ ພົນໂທ ກົງທອງ ພົງວິຈິດ ເຂົ້າຮ່ວມ ກອງປະຊຸມໂຕະມົນ “ຫຼຽນຢູນກາງ“

ກົມສື່ມວນຊົນ 02/09/2022

ໃນວັນທີ 31 ສິງຫາ 2022 ທີ່ກະຊວງ ປກສ, ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມໂຕະມົນ “ຫຼຽນຢູນກາງ”  (ຮູບແບບກອງປະຊຸມທາງໄກ) ທີ່ ສປ ຈີນ ເປັນເຈົ້າພາບ, ມີບັນດາຜູ້ຊີ້ນຳໃນອະດີດ ແລະ ປັດຈຸບັນຂອງວຽກງານປະຕິບັດກົດໝາຍຈາກອາກຊັງຕິນ, ເບລາຣຸດຊີ, ກຳປູເຈຍ, ຮົງກາລີ, ມົງໂກລີ, ປາກິດສະຖານ, ຣັດເຊຍ, ແຊກບີ, ອາຟະຣິກາໃຕ້ ແລະ ປະເທດອື່ນໆເຂົ້າຮ່ວມ.

ຈຸດປະສົງຂອງການຈັດກອງປະຊຸມດັ່ງກ່າວ ແມ່ນເພື່ອເປັນການຊຸກຍູ້ການຂະຫຍາຍຕົວຂອງເວທີປຶກສາຫາລື ຫຼຽນຢູນກາງ, ສົ່ງເສີມໃຫ້ເວທີປຶກສາຫາລືຮັບໃຊ້ໃຫ້ແກ່ຄວາມຮຽກຮ້ອງຕ້ອງການດ້ານຄວາມປອດໄພ ແລະ ການພັດທະນາຂອງທຸກຝ່າຍຢ່າງມີປະສິດທິຜົນ ທັງເປັນການສະໜອງດ້ານຄວາມປອດໄພສາທາລະນະທີ່ເປັນຮູບປະທຳ ແລະ ມີປະສິດທິຜົນສູງໃຫ້ແກ່ປະຊາຄົມສາກົນ.

ກອງປະຊຸມຈະໄດ້ຄົ້ນຄວ້າປຶກສາຫາລືບັນດາຫົວຂໍ້ ຄື:

“ຂໍ້ສະເໜີກ່ຽວກັບຂອບການດໍາເນີນງານຂອງເວທີປຶກສາຫາລື ຫຼຽນຢູນກາງ”, ຂໍ້ສະເໜີດັ່ງກ່າວ ແມ່ນຜ່ານການປັບປຸງແກ້ໄຂຈາກການສະເໜີຂອງແຕ່ລະຝ່າຍໂດຍພື້ນຖານ ຈາກແນວຄວາມຄິດການຄຸ້ມຄອງເວທີປຶກສາຫາລື ຫຼຽນຢູນກາງ ທີ່ໄດ້ນຳສົ່ງໃຫ້ບັນດາປະເທດໃນເມື່ອກ່ອນ;

ຄົ້ນຄວ້າປຶກສາຫາລືກ່ຽວກັບ “ຮ່າງຂອບວຽກກ່ຽວກັບ ຄະນະບໍລິຫານງານຊຸດທຳອິດຂອງເວທີປຶກສາຫາລື ຫຼຽນຢູນກາງ“ ເພື່ອພ້ອມກັນກຳນົດເວລາຜູ້ເຂົ້າຮ່ວມ ແລະ ວາລະກອງປະຊຸມຂອງເວທີປຶກສາຫາລື ຫຼຽນສູນກາງ;

ຫາລືກ່ຽວກັບ “ຮ່າງການຈັດຕັ້ງຂອງກອງເລຂາເວທີປຶກສາຫາລື ຫຼຽນຢຸນກາງ” ໂດຍໃຫ້ສິດແກ່ສະມາຄົມສົ່ງເສີມມິດຕະພາບຈີນ ເປັນເຈົ້າພາບຈັດເວທີປຶກສາຫາລື ຫຼຽນຢູນກາງ ໃນຄັ້ງຕໍ່ໄປ ແລະ ໃນນາມກອງເລຂາເພື່ອຮ່າງກົດລະບຽບຂອງເວທີປຶກສາຫາລື ພ້ອມທັງເປັນຜູ້ປະສານງານກັບທຸກຝ່າຍ ຕໍ່ກັບບັນດາຫົວຂໍ້ທີ່ແຕ່ລະຝ່າຍຍົກຂຶ້ນມາປຶກສາຫາລື ໃນກອງປະຊຸມໂຕະມົນ.

ໃນກອງປະຊຸມ, ຝ່າຍ ສປ ຈີນ ມີ ທ່ານ ເຈິງ ເຫວີຍ ຊຸງ ຮອງປະທານຄະນະກໍາມະການຕ້ານຢາເສບຕິດ ສປ ຈີນ ທັງເປັນ ຜູ້ຊີ້ນຳວຽກງານປັບປຸງຍົກລະດັບເວທີປຶກສາຫາລື ຫຼຽນຢູນກາງ, ທ່ານ ເສິນ ຈື້ ໝິນ ປະທານສະມາຄົມສົ່ງເສີມມິດຕະພາບຈີນ ແລະ ທ່ານ ຫຼີ ເຢົ້າ ກວາງ ຫົວໜ້າກອງບັນຊາການ ປກສ ແຂວງຈຽງຊູ ເຂົ້າຮ່ວມ.

Continue Reading

Previous: ໄຂສົກຮຽນໃໝ່ ປະຈຳປີ 2022-2023 ຢ່າງເປັນທາງການທົ່ວປະເທດ
Next: ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

ຂ່າວທີ່ຄ້າຍຄືກັນ

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5
  • ການເມືອງ-ສັງຄົມ
  • ຂ່າວເດັ່ນ

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

30/05/2023
ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ
  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ-ສັງຄົມ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

27/01/2023
ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວເດັ່ນ

ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

26/01/2023

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນມີນາ 2023
  • ເດືອນພຶດສະພາ 2023
  • ເດືອນເມສາ 2023
  • ເດືອນມີນາ 2023
  • ເດືອນກຸມພາ 2023
  • ເດືອນມັງກອນ 2023
  • ເດືອນທັນວາ 2022
  • ເດືອນພະຈິກ 2022
  • ເດືອນຕຸລາ 2022
  • ເດືອນກັນຍາ 2022
  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

ເປີດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

30/05/2023
ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນກອງບັນຊາການປ້ອງກັນທີ່ຕັ້ງເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ

27/01/2023
ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ສະຫຼຸບວຽກງານ ປະຈຳປີ 2022

26/01/2023
ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງ ໄຫຫີນ ເຂົ້າເປັນມໍລະດົກໂລກ

01/12/2022
ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

ຫຼວງນໍ້າທາ ເນັ້ນສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອແກ້ໄຂບັນຫາຢາເສບຕິດໃຫ້ບັນລຸເປົ້າໝາຍ

29/11/2022
ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

ປຶກສາຫາລື – ຮັບຮອງແຜນດຳເນີນງານວຽກແມ່ຍິງ ແລະ ເດັກ 3 ປີ

27/10/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ