
ວັນທີ 18 ສິງຫາ 2022, ຄະນະນໍາຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ພົຕ ຈັນສະແຫວງ ທິບຄູນທອງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນ ພົຈວ ຟານ ແທັງ ຕວັນ ຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ປະຈໍາລາວ ພ້ອມຄະນະ ເນື່ອງໃນໂອກາດ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຫວຽດນາມ ຄົບຮອບ 77 ປີ (19 ສິງຫາ 1945-19 ສິງຫາ 2022).

ໃນໂອກາດນີ້, ພົຕ ຈັນສະແຫວງ ທິບຄູນທອງ ໄດ້ກ່າວຄໍາອວຍພອນໄຊອັນປະເສີດມາຍັງ ທ່ານຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ປະຈໍາລາວ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ມີຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າທີ່ພັກ-ລັດ ໄດ້ມອບໝາຍໃຫ້ ແລະ ພ້ອມກັນສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ເວົ້າສະເພາະແມ່ນສອງກໍາລັງປ້ອງກັນຄວາມສະຫງົບລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ລະຫວ່າງ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ກັບ ອົງການຜູ້ຕາງໜ້າ ໃຫ້ມີຄວາມໝັ້ນຄົງທະນົງແກ່ນ ແລະ ຈະເລີນງອກງາມຍິ່ງຂຶ້ນ.
ຈາກນັ້ນ, ພົຈວ ຟານ ແທັງ ຕວັນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ກ່າວຄໍາອວຍພອນມາຍັງ ຄະນະນໍາຫ້ອງວ່າການກະຊວງ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຈະເລີນກ້າວໜ້າໃນໜ້າທີ່ການງານ ແລະ ພ້ອມກັນສືບຕໍ່ສ້າງຄວາມສາມັກຄີ, ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນແລະກັນ ໃນທຸກດ້ານຂອງວຽກງານ ແລະ ພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ມີຄວາມແໜ້ນແຟ້ນຂຶ້ນເລື້ອຍໆ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນໂອກາດວັນສໍາຄັນດັ່ງກ່າວ, ພັອ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ພ້ອມຄະນະ ກໍໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນ ທ່ານຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ປະຈໍາລາວ ເຊັ່ນດຽວກັນ.