
ອະດີດນັກສຶກສານາຍຮ້ອຍຕໍາຫຼວດລາວ ທີ່ໂຮງຮຽນ 12-75 ສສ ຫວຽດນາມ ນໍາໂດຍ ພົຕ ບຸນມີ ແສງຄໍາຢອງ ພະນັກງານບໍານານ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ພົຈວ ຟານ ແທງ ຕວັນ ຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ.
ເຊິ່ງມີ ພັອ ໄພວັນ ສິດທິຈັນ ຫົວໜ້າອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບລາວ ປະຈໍາ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຮ່ວມ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ປະກອບສ່ວນສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດ ປີ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ, ກວ້າງຂວາງ ແລະ ເຕັມໄປດ້ວຍຄວາມໝາຍທາງປະຫວັດສາດ.

ການພົບປະຄັ້ງນີ້ ໃນບັນຍາກາດຖານມິດສະຫາຍອ້າຍ-ນ້ອງ ທີ່ເຄີຍຮ່ວມສຸກຮ່ວມທຸກນໍາກັນ, ທັງສອງຝ່າຍແມ່ນມີຄວາມພາກພູມໃຈ ພ້ອມຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ, ນໍ້າໃຈມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ ໄດ້ຮັບການເພີ່ມພູນຄູນສ້າງມີປະສິດທິພາບ-ປະສິດທິຜົນຕະຫຼອດມາ ໂດຍສະເພາະການຮ່ວມມືລະຫວ່າງ ປກສ ລາວ ແລະ ຫວຽດນາມ ທີ່ມີອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ປະຈຳ ສປປ ລາວ ເປັນເສນາທິການ.
ເຊິ່ງມັນໄດ້ເຮັດໃຫ້ມີຜົນສໍາເລັດຫຼາຍດ້ານ ລວມທັງເປັນການປະກອບສ່ວນ, ເປັນກໍາລັງແຮງສັງລວມຮັກສາຄວາມສະຫງົບ-ປອດໄພຂອງສອງຊາດ ໄວ້ໄດ້ຢ່າງໜັກແໜ້ນ ແລະ ເປັນການສະແດງເຖິງຄວາມຊື່ສັດ, ຈົງຮັກພັກດີ, ຈາລຶກຮູ້ບຸນຄຸນຕໍ່ບັນພະບູລຸດທັງສອງຊາດ ໂດຍສະເພາະ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນ ລາວ-ຫວຽດນາມ ຕະຫຼອດມາ.

ພົຕ ບຸນມີ ແສງຄໍາຢອງ ໄດ້ຕາງໜ້າໝູ່ຄູ່ສະຫາຍອະດີດນັກສຶກສານາຍຮ້ອຍຕຳຫຼວດລາວ ສະແດງຄວາມຮູ້ສຶກຢ່າງໝົດຈິດໝົດໃຈຕໍ່ບຸນຄຸນ ແລະ ນໍ້າເຫື່ອຢາດໄຄອັນບໍລິສຸດພຸດຜ່ອງຂອງອະດີດຄະນະອໍານວຍການ, ພະນັກງານ, ຄູ-ອາຈານ ໂຮງຮຽນ 12-75; ພິເສດກໍແມ່ນບຸນຄຸນຂອງສອງພັກ-ສອງລັດ ແລະ ສອງກະຊວງ ປກສ ລາວ-ຫວຽດນາມ ທີ່ໄດ້ກໍານົດຍຸດທະສາດເບິ່ງກວ້າງເຫັນໄກ, ນໍາພາເດັດຂາດໂດຍກົງຮອບດ້ານ ຕໍ່ກໍາລັງປະກອບອາວຸດປະຕິວັດທີ່ໄດ້ໃຫ້ການສິດສອນ, ສຶກສາອົບຮົມບົ່ມສອນ, ໃຫ້ມີວິຊາອາຊີບຖານະບົດບາດຈົນເຖິງທຸກວັນນີ້.

ຂໍສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຂໍໃຫ້ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຈົ່ງຍືນຍົງໃນດວງໃຈຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ຕະຫຼອດໄປ.
ພ້ອມກັນນີ້, ທັງສອງຝ່າຍ ຍັງໄດ້ຈັດກິດຈະກໍາແຂ່ງຂັນກິລາເປຕັງ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ, ວັນສ້າງຕັ້ງຕໍາຫຼວດຫວຽດນາມ ຄົບຮອບ 77 ປີ ແລະ ວັນຊາດ ສສ ຫວຽດນາມ ຄົບຮອບ 77 ປີ ຢ່າງຟົດຟື້ນ ແລະ ຮັດແໜ້ນຄວາມສາມັກຄີຢ່າງເລິກເຊິ່ງ.