
ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການຈັດຕັ້ງປະຕິບັດກົນໄກການແລກປ່ຽນຂໍ້ມູນພົນລະເມືອງ ລະຫວ່າງ ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ກັບ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ຈັດຂຶ້ນໃນວັນທີ 29 ກໍລະກົດ 2022 ທີ່ກະຊວງພາຍໃນ, ໂດຍມີ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີ ກະຊວງພາຍໃນ, ມີຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ, ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ນາງ ລີວົງ ລາວລີ ກ່າວວ່າ:
ວຽກງານຄຸ້ມຄອງພົນລະເມືອງ ເປັນວຽກງານທີ່ກວ້າງຂວາງ ແລະ ພົວພັນກັບຫຼາຍຂະແໜງການ, ພາລະບົດບາດໃນການຄຸ້ມຄອງຂອງແຕ່ລະຂະແໜງ ລ້ວນແລ້ວແຕ່ມີຄວາມສໍາຄັນ ແລະ ຈໍາເປັນ; ເຊິ່ງຜ່ານມາ, ກະຊວງພາຍໃນ ກໍຄື ກົມຄຸ້ມຄອງພົນລະເມືອງ ໄດ້ເຊັ່ນບົດບັນທຶກຮ່ວມມືກັບສອງກະຊວງ ຄື: ກະຊວງສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອສົ່ງເສີມການຮ່ວມມືໃນການເກັບກໍາຂໍ້ມູນສະຖິຕິລະດັບການຂະຫຍາຍຕົວຂອງພົນລະເມືອງ ເປັນຕົ້ນແມ່ນ ການເກີດ, ການເສຍຊີວິດ ແລະ ການຍົກຍ້າຍພົນລະເມືອງ.

ຖ້າຫາກລະບົບຂອງ ກະຊວງ ປກສ ແລະ ກະຊວງພາຍໃນ ສາມາດລິ້ງເຂົ້າຫາກັນໄດ້ຢ່າງສົມບູນແບບ ຈະເຮັດໃຫ້ການຄຸ້ມຄອງ ແລະ ສະຖິຕິພົນລະເມືອງມີຄວາມເປັນເອກະພາບ ກ້າວເຂົ້າສູ່ລະບົບທັນສະໄໝ ແລະ ຂໍ້ມູນສະຖິຕິກໍຈະເປັນໄປໃນລວງດຽວກັນ.
ດັ່ງນັ້ນ, ກະຊວງພາຍໃນ ຈຶ່ງໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການຈັດຕັ້ງປະຕິບັດກົນໄກການແລກປ່ຽນຂໍ້ມູນພົນລະເມືອງ ກັບ ກະຊວງປ້ອງກັນຄວາມສະຫງົບ ເພື່ອຈະເປັນການຮ່ວມມື, ເຊື່ອມຕໍ່ ແລະ ແລກປ່ຽນຂໍ້ມູນເຊິ່ງກັນແລະກັນ, ເປັນບ່ອນອີງທີ່ມີຄວາມສໍາຄັນໃນດ້ານການຈັດຕັ້ງປະຕິບັດຂອງ 2 ຂະແໜງການ, ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ກໍຈະສາມາດບັນລຸໄດ້ຕາມຄາດໝາຍທີ່ລັດຖະບານກໍານົດໄວ້, ຈະໄດ້ຂໍ້ມູນ ແລະ ສະຖິຕິທີ່ຊັດເຈນ ເພື່ອນໍາໃຊ້ເຂົ້າໃນການວາງແຜນພັດທະນາເສດຖະກິດ-ສັງຄົມ, ນໍາໃຊ້ເຂົ້າໃນວຽກງານຂອງຕົນ ຕາມພາລະບົດບາດ ແລະ ບັນລຸຄໍາໝັ້ນສັນຍາກັບສາກົນ ທີ່ ສປປ ລາວ ໄດ້ລົງນາມໄວ້.

ຈາກນັ້ນ, ໃນພິທີກໍໄດ້ເຊັນບົດບັນທຶກຄວາມເຂົ້າໃນກ່ຽວກັບ ການຈັດຕັ້ງປະຕິບັດກົນໄກການແລກປ່ຽນຂໍ້ມູນພົນລະເມືອງ ລະຫວ່າງ ທ່ານ ນາງ ກົມມະລີ ວິລະພັນ ຫົວໜ້າກົມຄຸ້ມຄອງພົນລະເມືອງ ຕາງໜ້າໃຫ້ ກະຊວງພາຍໃນ ແລະ ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຕາງໜ້າໃຫ້ ກະຊວງປ້ອງກັນຄວາມສະຫງົບ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີ ກະຊວງພາຍໃນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນ.
