
ໃນວັນທີ 28 ກໍລະກົດ 2022, ຄະນະບໍລິຫານງານອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອຍົກສູງຄວາມເປັນເຈົ້າການຍູ້ຂະບວນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V ເຂົ້າສູ່ວຽກງານຕົວຈິງໃຫ້ມີຜົນສຳເລັດ, ເປັນປະທານ ແລະ ເຜີຍແຜ່ໂດຍ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະປະຈຳ, ຄະນະພັກ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ເຂົ້າຮ່ວມ.

ໃນການຈັດຕັ້ງເຊື່ອມຊຶມມະຕິຂອງພັກໃນຄັ້ງນີ້ ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນ ອົງການໄອຍະການປະຊາຊົນສູງສຸດ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບເນື້ອໃນກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອຫັນເປັນແຜນການ, ໂຄງການອັນລະອຽດໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ໄປຕາມແນວທາງນະໂຍບາຍຂອງພັກ ແລະ ສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ.

ກອງປະຊຸມ ຍັງໄດ້ຊີ້ແຈງໃຫ້ພະນັກງານຫຼັກແຫຼ່ງ ທີ່ຂຶ້ນກັບ ອົງການໄອຍະການປະຊາຊົນສູງສຸດ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງມະຕິດັ່ງກ່າວ ຕໍ່ກັບສະພາບການຜັນແປຢ່າງສັບສົນໄປທົ່ວຢູ່ພາກພຶ້ນ ແລະ ສາກົນ ໃນປັດຈຸບັນ; ການຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ແຜນເງິນຕາ ຕົ້ນປີ 2022 ທີ່ຕິດພັນກັບ ຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ການເພີ່ມທະວີການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ; ການປັບປຸງລະບົບການຈັດຕັ້ງກົງຈັກ ແລະ ກົນໄກການເຄື່ອນໄຫວຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ; ກຳນົດວາງວຽກງານຈຸດສຸມ ໃນການນໍາພາ-ຊີ້ນຳ ແຕ່ນີ້ຫາກອງປະຊຸມຄົບຄະນະບໍລິຫານງານສູງກາງພັກ ຄັ້ງທີ 5 ສະໄໝທີ XI.

ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງຂອງ ອົງການໄອຍະການປະຊາຊົນສູງສຸດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ຕໍ່ການປະຕິບັດໜ້າທີ່ການເມືອງ ໃຫ້ມີປະສິດທິຜົນສູງຂຶ້ນເລື້ອຍໆ.
