
ຊາຍອາຍຸ 38 ປີ ມີຄວາມ ຜິດທາງອາຍາໃນສະຖານການມີ ອາວຸດເສິກ ແລະ ວັດຖຸລະເບີດ ໄວ້ໃນຄອບຄອງ, ຂົນສົ່ງ ແລະ ມີຢາເສບຕິດປະ ເພດຢາບ້າໄວ້ໃນ ຄອບຄອງ, ຂົນສົ່ງ ແລະ ຄອບຄອງ ສານເຄມີ ເພື່ອໃຊ້ໃນການຜະລິດ ຢາເສບຕິດ ຖືກຄະນະສານອາຍາ ສານປະຊາຊົນ ແຂວງອຸດົມໄຊ ຕັດສິນລົງໂທດປະຫານຊີວິດ.

ຕາງໜ້າອົງການໄອຍະການ ປະຊາຊົນແຂວງອຸດົມໄຊ ໃຫ້ຮູ້ວ່າ: ທ້າວ ສົມລີ ເລົ່າ ຢູ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ຖືກດໍາ ເນີນຄະດີໃນຄັ້ງວັນທີ 21 ກໍລະກົດ 2022 ຍ້ອນຜູ້ກ່ຽວມີຄວາມຜິດ ທາງອາຍາຫຼາຍມາດຕາ ເຊິ່ງໃນສໍາ ນວນຄະດີໄດ້ລະບຸວ່າ: ໃນເວລາ ປະມານ 20:00 ໂມງ ຂອງວັນທີ 25 ພຶດສະພາ 2021 ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ຮັບການ ລາຍງານວ່າ: ມີລົດກະບະຮຸນໄດ ສີຂາວ (ບໍ່ຮູ້ໝາຍເລກທະ ບຽນ) ບັນທຸກເຄື່ອງທີ່ສົງໄສວ່າເເມ່ນ ເຄື່ອງທີ່ຜິດກົດໝາຍເຂົ້າໄປທີ່ ເຮືອນຂອງທ້າວ ສົມລີ ເລົ່າ ຢູ່ບ້ານປ່າສັກ,ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງຕິດຕາມການເຄື່ອນໄຫວຂອງເປົ້າໝາຍຢູ່ຈຸດດັ່ງກ່າວ, ມາຮອດເວລາ 8:00ໂມງ ມື້ຕໍ່ມາ ຈຶ່ງໄດ້ນຳກຳລັງວິຊາສະເພາະເຂົ້າ ມ້າງຈຸດດັ່ງກ່າວດ້ວຍຮູບການເຂົ້າ ຈັບກຸມ, ກວດຄົ້ນເຄຫະສະຖານ ແລະ ຍານພາຫະນະຂອງຜູ້ກ່ຽວ ໃນນັ້ນ,ພົບເຫັນປືນສັ້ນ 9 ມມ 1 ກະບອກ ພ້ອມລູກກະສູນ 25 ລູກ ຢູ່ໃນຖົງຮັດແອວຜູ້ກ່ຽວ ແລະ ຜ່ານການກວດຄົ້ນ ເຄຫະສະຖານ (ເຮືອນ) ພົບເຫັນເເປ້ງຝຸ່ນສີຂາວ ຈໍານວນ 48 ເປົາ ນ້ໍາໜັກ 1.200 ກິໂລກຼາມຢູ່ໃນເຮືອນຄົວ, ໝື້ ໝາກຟ້າຈໍານວນ 5 ຫຼອດ ພ້ອມ ແກັບໝາກຟ່າ 5 ດອກ ຢູ່ເທິງຕູ້ ເຄື່ອງໃນເຮືອນ, ເງິນບາດຈໍານວນ 1.030.000 ບາດ ຢູ່ຕູ້ເຊັບໃນ ຫ້ອງນອນ ເເລະ ໂທລະສັບມືຖື 1 ໜ່ວຍ, ກະແຈລົດປຣາໂດ 1 ລູກ ແລະ ກວດຄົ້ນພາຫະນະ ລົດກະບະຣີໂວ້ສີຂາວມຸກໝາຍ ເລກທະບຽນ ຣຫ 5689 ກໍາແພງ ນະຄອນ ພົບເຫັນຢາບ້າ 4 ເປົາ ມີ 549 ມັດ ເທົ່າກັບ1.098.000 ເມັດ ຢູ່ເບາະຫຼັງລົດຄັນດັ່ງກ່າວ.ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ສົມລີ ເລົ່າ ພ້ອມເຄື່ອງຂອງ ກາງໄປດໍາເນີນການສືບສວນ-ສອບ ສວນ; ສ່ວນເຄື່ອງຕິດຕົວມີໃບຂັບຂີ່ອອກຊື່ທ້າວສົມລີ ເລົ່າ 1 ໃບ ແລະ ບັດປະຈໍາຕົວ1 ບັດ.
ຜ່ານການສືບສວນ-ສອບສວນ ທ້າວ ສົມລີ ເລົ່າ ສາລະພາບວ່າ: ເວລາປະມານ 18:00 ໂມງ ຂອງ ວັນທີ 25 ພຶດສະພາ 2021 ທ້າວ ດາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຂັບຂີ່ລົກກະບະວີໂກ້ ສີປອນ ເງິນ ບໍ່ຈື່ໝາຍເລກທະບຽນມາ ສົ່ງຢາບ້າ ຈໍານວນ 549 ມັດ ຫຼື 1.098.000 ເມັດ ໃຫ້ຕົນເພື່ອ ໃຫ້ຂົນສົ່ງຢາບ້າດັ່ງກ່າວໄປໃຫ້ຄົນບໍ່ຮູ້ຊື່ຢູ່ບ້ານສີເກີດ ນະຄອນຫຼວງ ວຽງຈັນ ເຊິ່ງຄ່າຈ້າງ ແມ່ນ200 ບາດ ຕໍ່ 1 ມັດ, ຕົນຈຶ່ງເອົາຢາບ້າດັ່ງ ກ່າວຊຸກເຊື່ອງຢູ່ໃນລົດກະບະຣີໂວ້ແລະ ເວລາປະມານ 20:00 ໂມງ ຂອງວັນດຽວກັນ ທ້າວ ກວາງ (ຄົນຫວຽດນາມ) ໄດ້ຂັບຂີ່ລົດກະ ບະຮຸນໄດສີຂາວ ບໍ່ຈື່ໝາຍເລກ ທະບຽນມາສົ່ງແປ້ງຝຸ່ນໃຫ້ຕົນ ຢູ່ເຮືອນ ຈໍານວນ 48 ເປົາເພື່ອໃຫ້ຂົນສົ່ງໄປນະຄອນຫຼວງວຽງຈັນ, ເຊິ່ງຄ່າຈ້າງແມ່ນ 150.000 ບາດ ຕໍ່ 1 ໂຕນ, ຕົນຈຶ່ງໄດ້ເອົາເເປ້ງຝຸ່ນ ຈໍານວນດັ່ງກ່າວໄປຊຸກເຊື່ອງໄວ້ໃນເຮືອນຄົວ ແລະ ມາຮອດຕອນເຊົ້າຂອງມື້ຕໍ່ມາ ຈຶ່ງຖືກເຈົ້າໜ້າທີ່ເຂົ້າ ກັກຕົວພ້ອມເຄື່ອງຂອງກາງມາດໍາ ເນີນຄະດີ.

ນອກນັ້ນ, ໄລຍະຜ່ານມາ ທ້າວ ສົມລີ ເລົ່າ ຍັງເຄີຍຂົນສົ່ງຢາບ້າໃຫ້ ທ້າວ ດາ ຈາກເເຂວງອຸດົມໄຊ ໄປ ສົ່ງໃຫ້ຄົນ (ບໍ່ຮູ້ຊື່) ຢູ່ນະຄອນຫຼວງວຽງ ຈັນ ມາແລ້ວ 3 ຄັ້ງ ລວມ ຢາບ້າແມ່ນ 900 ມັດ ຫຼື 1.800. 000 ເມັດ ໄດ້ເງິນຄ່າຈ້າງຈໍານວນ 180.000 ບາດ ແລະ ໄດ້ຂົນສົ່ງ ແປ້ງຝຸ່ນໃຫ້ທ້າວ ກວາງ ຈາກແຂວງ ອຸດົມໄຊ ໄປນະຄອນຫຼວງວຽງຈັນ 2 ຄັ້ງໆລະ 1 ໂຕນ ໄດ້ເງິນຈໍານວນ 300.000 ບາດ; ສ່ວນປືນສັ້ນ 9 ມມ ພ້ອມລູກປືນເເມ່ນຊື້ນໍາຄົນບໍ່ຮູ້ຊື່ໃນລາຄາ 15.000 ບາດ, ສ່ວນ ໝື້ໝາກຟ່າ 5 ຫຼອດ ພ້ອມແກ້ບ ໝາກຟ່າ 5 ດອກ ແມ່ນໄດ້ຊື້ນໍາ ຄົນຢູ່ຈຸດກໍ່ສ້າງເສັ້ນທາງລົດໄຟ ເຂດເມືອງງາ.
ຜ່ານການຄົ້ນຄວ້າ, ປະຫານ ຊີວິດ, ພ້ອມທັງຮິບຢາບ້າ ແລະ ແປ້ງຄາເຟອິນມາທຳລາຍຖິ້ມ, ຮິບ ປືນສັ້ນ 9 ມມ ພ້ອມດ້ວຍລູກ 25 ລູກ ແລະ ວັດຖຸລະເບີດຊະນິດ ໝາກຟ່າ 5 ຫຼອດພ້ອມແກັບ 5 ດອກມາເປັນຂອງລັດແລ້ວມອບ ໃຫ້ພາກສ່ວນທີ່ກ່ຽວຂ້ອງຄຸ້ມຄອງຮັກສາໄວ້ຕາມລະ ບຽບກົດໝາຍ, ຮີບເງິນຈຳນວນ 480.000 ບາດ ທີ່ໄດ້ຈາກການກະທຳຜິດ ແລະ ລົດກະບະຣີໂວ້ ຂອງຈໍາເລີຍທີ່ໄດ້ ນໍາໃຊ້ເຂົ້າໃນການກະທຳ ຜິດມາ ເປັນຂອງລັດ.