Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວເດັ່ນ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
    • ວິທະຍຸ ປກສ
  • ແຈ້ງການ
TV ປກສ ຍ້ອນຫຼັງ
  • Home
  • ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ
  • ການເຄື່ອນໄຫວວຽກງານຂອງການນຳ

ຮອງນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ

ກົມສື່ມວນຊົນ 21/07/2022

ວັນທີ 18 ກໍລະກົດ 2022, ທ່ານ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົຕ ເລ ກວັກ ຮຸ່ງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມ ພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 17-19 ກໍລະກົດ 2022 ເພື່ອນຳເອົາຄວາມສາມັກຄີຮັກແພງ ເພື່ອນມິດສະຫາຍອ້າຍ-ນ້ອງທີ່ສະໜິດສະໜົມແບບພິເສດ ມາສູ່ນາຍ ແລະ ພົນຕຳຫຼວດກຳລັງປ້ອງກັນຄວາມສະຫງົບ ສປປ ລາວ.

ທ່ານ ພົຕ ເລ ກວັກ ຮຸ່ງ ໄດ້ຕາງໜ້າພັກ-ລັດ ແລະ ປະຊາຊົນຫວຽດນາມ ກໍຄື ຕາງໜ້າຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ສະແດງຄວາມຂອບໃຈຕໍ່ ທ່ານ ພົອ ວິໄລ ຫຼ້າຄຳຟອງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ພ້ອມທັງລາຍງານຫຍໍ້ກ່ຽວກັບຈຸດປະສົງຂອງການມາເຂົ້າຮ່ວມ ພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ແລະ ເຮັດວຽກຢູ່ ສປປ ລາວ, ໂດຍສະເພາະແມ່ນ ການເຮັດວຽກຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ.

ໂດຍທ່ານໄດ້ລາຍງານກ່ຽວກັບຜົນສຳເລັດຂອງ ກອງປະຊຸມພົບປະລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບ ລາວ-ຫວຽດນາມ ເຊິ່ງໃນກອງປະຊຸມທັງສອງຝ່າຍກໍໄດ້ຄົ້ນຄວ້າ, ປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນແລະກັນກ່ຽວກັບ ການພົວພັນຮ່ວມມືວຽກງານຮອບດ້ານ, ປະສານສົມທົບແໜ້ນແຟ້ນສ້າງບັນດານິຕິກຳ ແລະ ໂຄງການກໍ່ສ້າງຕ່າງໆທີ່ໄດ້ຮັບການຊ່ວຍເຫຼືອຈາກກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃຫ້ ທ່ານ ພົອ ວິໄລ ຫຼ້າຄຳຟອງ ໄດ້ຮັບຊາບ.

ໃນໂອກາດນີ້, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ການມາຢ້ຽມຢາມຄັ້ງນີ້ ແມ່ນຢູ່ທ່າມກາງທີ່ສອງພັກ, ສອງລັດ ລາວ-ຫວຽດນາມ ກຳລັງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ກໍຄື ສະເຫຼີມສະຫຼອງ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະ ກົດ 1977-18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962- 5 ກັນຍາ 2022) ໃຫ້ມີບັນຍາກາດຟົດຟື້ນ.

Continue Reading

Previous: ພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ ປີ 2022
Next: ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ+ອົດສະຕຣາລີ

ຂ່າວທີ່ຄ້າຍຄືກັນ

ຮອງ ລມຕ ກະຊວງ ປກສ ເນັ້ນກົມ 512 ສືບຕໍ່ພັດທະນາກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ
  • ການເຄື່ອນໄຫວວຽກງານຂອງການນຳ
  • ຂ່າວ ປກສ

ຮອງ ລມຕ ກະຊວງ ປກສ ເນັ້ນກົມ 512 ສືບຕໍ່ພັດທະນາກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ

10/08/2022
ປະກາດຍົກຍ້າຍ-ແຕ່ງຕັ້ງ ຫົວໜ້າ ປກສ ນະຄອນຫຼວງວຽງຈັນ
  • ການເຄື່ອນໄຫວວຽກງານຂອງການນຳ

ປະກາດຍົກຍ້າຍ-ແຕ່ງຕັ້ງ ຫົວໜ້າ ປກສ ນະຄອນຫຼວງວຽງຈັນ

05/08/2022
ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ+ອົດສະຕຣາລີ
  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ

ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ+ອົດສະຕຣາລີ

25/07/2022

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ສານປະຊາຊົນ 3 ປະເທດ ຈະສືບຕໍ່ຮ່ວມມືສ້າງກົນໄກ ເພື່ອຕອບຕ້ານອາຊະຍາກຳຂ້າມຊາດ

ສານປະຊາຊົນ 3 ປະເທດ ຈະສືບຕໍ່ຮ່ວມມືສ້າງກົນໄກ ເພື່ອຕອບຕ້ານອາຊະຍາກຳຂ້າມຊາດ

15/08/2022
ພິທີເຊັນບົດບັນທຶກກ່ຽວກັບ ການແລກປ່ຽນຂໍ້ມູນພົນລະເມືອງ

ພິທີເຊັນບົດບັນທຶກກ່ຽວກັບ ການແລກປ່ຽນຂໍ້ມູນພົນລະເມືອງ

04/08/2022
ອົງການໄອຍະການປະຊາຊົນສູງສຸດ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ

ອົງການໄອຍະການປະຊາຊົນສູງສຸດ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ

03/08/2022
ລາວ-ໄທ ຮ່ວມສຳມະນາຜູ້ບໍລິຫານລະດັບສູງ ໃນອົງການຈັດຕັ້ງຂອງລັດ

ລາວ-ໄທ ຮ່ວມສຳມະນາຜູ້ບໍລິຫານລະດັບສູງ ໃນອົງການຈັດຕັ້ງຂອງລັດ

02/08/2022
ອົງການໄອຍະການປະຊາຊົນ ຈະເພີ່ມທະວີແກ້ໄຂບັນຫາຢາເສບຕິດໃຫ້ຮັດກຸມ

ອົງການໄອຍະການປະຊາຊົນ ຈະເພີ່ມທະວີແກ້ໄຂບັນຫາຢາເສບຕິດໃຫ້ຮັດກຸມ

24/06/2022
ສສຊ ສະເໜີລັດຖະບານແກ້ໄຂການຄຸ້ມຄອງເງິນຕາຕ່າງ ປະເທດຢ່າງຈິງໃຈ

ສສຊ ສະເໜີລັດຖະບານແກ້ໄຂການຄຸ້ມຄອງເງິນຕາຕ່າງ ປະເທດຢ່າງຈິງໃຈ

16/06/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ