Skip to content

ເມນູລັດ

  • ການເຄື່ອນໄຫວວຽກງານຂອງການນຳ
  • ການເມືອງ
  • ການເມືອງ-ສັງຄົມ
  • ຂ່າວ ປກສ
  • ຂ່າວເດັ່ນ
  • ປະກົດການຫຍໍ້ທໍ້
  • ແຈ້ງການ
  • ໂທລະພາບ ປກສ
Primary Menu
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
    • ກົມໃຫຍ່ການເມືອງ
    • ຫ້ອງວ່າການກະຊວງ
    • ກົມໃຫຍ່ສັນຕິບານ
    • ກົມໃຫຍ່ພະລາທິການ
    • ກົມກວດກາ-ກວດການ
    • ກົມສື່ສານ
      • ກົງຈັການຈັດຕັ້ງ
        • ຫ້ອງການກົມ
        • ພະແນກການເມືອງ
        • ພະແນກພະລາ
        • ພະແນກຄຸ້ມຄອງລະບົບຄອມພີວເຕີ
        • ພະແນກຕິດຕັ້ງ-ສ້ອມແປງ
        • ພະແນກຮັບ-ສົ່ງຂ່າວສານ
        • ພະແນກເຕັກນິກ
        • ພະແນກໂທລະສັບ
        • ພະແນກໂທລະເລກ
      • ພາລະບົດບາດ
      • ມູນເຊື້ອ
      • ກອງປະຊຸມ
      • ນິຕິກຳ
      • ພົວພັນ
      • ການເຄື່ອນໄຫວວິຊາສະເພາະ
    • ກົມ504
    • ກົມຄຸ້ມຄອງສຳມະໂນຄົວ
    • ກົມຄົ້ນຄວ້າ ວທສ-ປວສ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
    • ການເຄື່ອນໄຫວວຽກງານການນຳ
    • ການເມືອງ-ສັງຄົມ
    • ຂ່າວ ປກສ
    • ປະກົດການຫຍໍ້ທໍ້
    • ໂທລະພາບ ປກສ
    • ວິທະຍຸ ປກສ
  • ແຈ້ງການ
TV ປກສ ຍ້ອນຫຼັງ
  • Home
  • ທ່ານ ຮອງ ນຍົກລັດຖະມົນຕີ ຕ້ອນຮັບປະທານບໍລິສັດ Ecoglobal
  • ການເມືອງ-ສັງຄົມ

ທ່ານ ຮອງ ນຍົກລັດຖະມົນຕີ ຕ້ອນຮັບປະທານບໍລິສັດ Ecoglobal

ກົມສື່ມວນຊົນ 14/06/2022

ວັນທີ 10 ມິຖຸນາ 2022, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Jean Philippe Henry ປະທານບໍລິສັດ Ecoglobal Holdings Limited ພ້ອມດ້ວຍຄະນະ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ບໍລິສັດ ກໍຄືມູນນິທິ Ecoglobal ທີ່ໄດ້ຈັດຕັ້ງປະຕິບັດໂຄງການບຳບັດນໍ້າເປື້ອນຢູ່ນະຄອນຫຼວງພະບາງ, ເຊິ່ງເປັນໂຄງການຮ່ວມມືລະຫວ່າງ ແຂວງຫຼວງພະບາງ ແລະ ນະຄອນປາຣີ ໂດຍໄດ້ຮັບການສະໜອງທຶນຈາກອົງການສຸຂາພິບານນະຄອນປາຣີ (SIAAP), ມູນນິທິ Ecoglobal ເປັນຜູ້ຈັດຕັ້ງປະຕິບັດ ແລະ ໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2020. ຈຸດປະສົງຂອງໂຄງການແມ່ນເພື່ອບໍາບັດນໍ້າເປື້ອນຈາກຂຸມອາຈົມໃນຊຸມຊົນໃຫ້ສະອາດກ່ອນນໍາມາໝູນໃຊ້ ຫຼື ປ່ອຍຄືນສູ່ທໍາມະຊາດ, ແນໃສ່ການປົກປັກຮັກສາສິ່ງແວດລ້ອມຂອງຊຸມຊົນ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ. ສຳລັບການບໍາບັດນໍ້າເປື້ອນແມ່ນນໍາໃຊ້ກົນໄກການບໍາບັດດ້ວຍພືດ (phytoremediation) ແລະ ກັ່ນຕອງດ້ວຍແຮ່ທໍາມະຊາດ, ບໍ່ນໍາໃຊ້ສານເຄມີ, ບໍ່ມີຜົນກະທົບຕໍ່ສິ່ງແວດ ລ້ອມ.

ມາຮອດປະຈຸບັນ, ການກໍ່ສ້າງໄດ້ສໍາເລັດແລ້ວຫຼາຍກວ່າ 90% ແລະ ຄາດວ່າ ຈະສາມາດເລີ່ມການທົດລອງນໍາໃຊ້ໃນປີ 2022 ນີ້. ພາຍຫຼັງສຳເລັດການກໍ່ສ້າງໂຄງການ ຢູ່ນະຄອນຫຼວງພະບາງແລ້ວ ກໍ່ຍັງມີຄວາມສົນໃຈຈະປະຕິບັດໂຄງການບຳບັດນ້ຳເປື້ອນ ຢູ່ບັນດາຕົວເມືອງທີ່ມີພົນລະເມືອງຂ້ອນຂ້າງໜາແໜ້ນ ເປັນຕົ້ນ ນະຄອນປາກເຊ, ນະຄອນໄກສອນພົມວິຫານ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານ Jean Philippe Henry ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໃນຄັ້ງນີ້, ພ້ອມທັງ ລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບຄວາມຄືບໜ້າຂອງການພັດທະນາໂຄງການບຳບັດນໍ້າເປື້ອນຢູ່ນະຄອນຫຼວງພະບາງ, ແຜນການພັດທະນາໂຄງການຕ່າງໆຢູ່ສປປລາວໃນຕໍ່ໜ້າ,ລວມທັງຄວາມສາມາດແລະຄວາມສົນໃຈຂອງບໍລິສັດ Ecoglobal Holdings Limited ຕໍ່ການລົງທຶນພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນພັດທະນາເສດຖະກິດ-ສັງຄົມຕື່ມອີກ.

Tags: ການເມືອງ-ສັງຄົມ

Continue Reading

Previous: 6 ເດືອນຕົ້ນປີ GDP ໄດ້ຂະຫຍາຍຕົວລະດັບ 4,3%
Next: ບາງສາເຫດທີ່ເຮັດໃຫ້ມີຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນໄລຍະ 6 ເດືອນຜ່ານມາ

ຂ່າວທີ່ຄ້າຍຄືກັນ

ສານປະຊາຊົນ 3 ປະເທດ ຈະສືບຕໍ່ຮ່ວມມືສ້າງກົນໄກ ເພື່ອຕອບຕ້ານອາຊະຍາກຳຂ້າມຊາດ
  • ການເມືອງ
  • ການເມືອງ-ສັງຄົມ

ສານປະຊາຊົນ 3 ປະເທດ ຈະສືບຕໍ່ຮ່ວມມືສ້າງກົນໄກ ເພື່ອຕອບຕ້ານອາຊະຍາກຳຂ້າມຊາດ

15/08/2022
ພິທີເຊັນບົດບັນທຶກກ່ຽວກັບ ການແລກປ່ຽນຂໍ້ມູນພົນລະເມືອງ
  • ການເມືອງ
  • ການເມືອງ-ສັງຄົມ

ພິທີເຊັນບົດບັນທຶກກ່ຽວກັບ ການແລກປ່ຽນຂໍ້ມູນພົນລະເມືອງ

04/08/2022
ອົງການໄອຍະການປະຊາຊົນສູງສຸດ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ
  • ການເມືອງ
  • ການເມືອງ-ສັງຄົມ

ອົງການໄອຍະການປະຊາຊົນສູງສຸດ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ

03/08/2022

ຄົ້ນຫາ

ອ່ານຂ່າວຍ້ອນຫຼັງ

  • ເດືອນສິງຫາ 2022
  • ເດືອນກໍລະກົດ 2022
  • ເດືອນມີນາ 2022
  • ເດືອນພຶດສະພາ 2022
  • ເດືອນເມສາ 2022
  • ເດືອນມີນາ 2022
  • ເດືອນກຸມພາ 2022
  • ເດືອນທັນວາ 2021
  • ເດືອນມີນາ 201

ການເມືອງ-ສັງຄົມ

ສານປະຊາຊົນ 3 ປະເທດ ຈະສືບຕໍ່ຮ່ວມມືສ້າງກົນໄກ ເພື່ອຕອບຕ້ານອາຊະຍາກຳຂ້າມຊາດ

ສານປະຊາຊົນ 3 ປະເທດ ຈະສືບຕໍ່ຮ່ວມມືສ້າງກົນໄກ ເພື່ອຕອບຕ້ານອາຊະຍາກຳຂ້າມຊາດ

15/08/2022
ພິທີເຊັນບົດບັນທຶກກ່ຽວກັບ ການແລກປ່ຽນຂໍ້ມູນພົນລະເມືອງ

ພິທີເຊັນບົດບັນທຶກກ່ຽວກັບ ການແລກປ່ຽນຂໍ້ມູນພົນລະເມືອງ

04/08/2022
ອົງການໄອຍະການປະຊາຊົນສູງສຸດ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ

ອົງການໄອຍະການປະຊາຊົນສູງສຸດ ຈັດຕັ້ງເຊື່ອມຊຶມເອກະສານສຳຄັນຂອງພັກ

03/08/2022
ລາວ-ໄທ ຮ່ວມສຳມະນາຜູ້ບໍລິຫານລະດັບສູງ ໃນອົງການຈັດຕັ້ງຂອງລັດ

ລາວ-ໄທ ຮ່ວມສຳມະນາຜູ້ບໍລິຫານລະດັບສູງ ໃນອົງການຈັດຕັ້ງຂອງລັດ

02/08/2022
ອົງການໄອຍະການປະຊາຊົນ ຈະເພີ່ມທະວີແກ້ໄຂບັນຫາຢາເສບຕິດໃຫ້ຮັດກຸມ

ອົງການໄອຍະການປະຊາຊົນ ຈະເພີ່ມທະວີແກ້ໄຂບັນຫາຢາເສບຕິດໃຫ້ຮັດກຸມ

24/06/2022
ສສຊ ສະເໜີລັດຖະບານແກ້ໄຂການຄຸ້ມຄອງເງິນຕາຕ່າງ ປະເທດຢ່າງຈິງໃຈ

ສສຊ ສະເໜີລັດຖະບານແກ້ໄຂການຄຸ້ມຄອງເງິນຕາຕ່າງ ປະເທດຢ່າງຈິງໃຈ

16/06/2022
  • ໜ້າຫຼັກ
  • ນິຕິກຳ
  • ກົງຈັກການຈັດຕັ້ງ
  • ມູນເຊື້ອກຳລັງ
  • ຂ່າວ ປກສ
  • ແຈ້ງການ
ສະຫງວນລິຂະສິດ: © 2014 ກະຊວງປ້ອງກັນຄວາມສະຫງົບ