ຫ້ອງການ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2025 ແລະ ທິດ ທາງແຜນການວຽກງານປີ 2026 ໃນວັນທີ 5 ມີນາ 2026, ເປັນປະທານໂດຍ ພັອ ນີວອນ ບຸນວັນມາ ຫົວໜ້າຫ້ອງ ການ ກົມໃຫຍ່ການເມືອງ ປກສ, ໂດຍມີ ພັອ ປອ ວຽງໄຊ ທຳມະສິດ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະ ນະພັກ-ຄະນະຫ້ອງການ, ພະແພກ, ສູນ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ໃນກອງປະຊຸມ, ພັອ ນາງ ລີວອນ ລາວລີ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານບົດສະຫຼຸບວຽກງານ ປະຈຳປີ 2025 ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ, ຫ້ອງການກົມໃຫຍ່ການເມືອງ ປກສ ໄດ້ເພີ່ມທະວີບົດບາດເປັນເສນາ ທິການ ກະກຽມເອກະສານຮັບໃຊ້ການນຳຂອງກົມໃຫຍ່, ລາຍງານສະພາບວຽກງານໃຫ້ບັນດາກົມ-ກອງອ້ອມຂ້າງກົມໃຫຍ່ການເມືອງ, ສະຫຼຸບສັງລວມສ້າງແຜນຈັດຕັ້ງປະຕິບັດການຮ່ວມມື ລະຫວ່າງ ກະຊວງ ປກສ ລາວ ແລະ ກະຊວງ ປກສ ສສ ຫວຽດນາມເປັນຕົ້ນ: ໄດ້ສົ່ງຄະນະຜູ້ແທນຂັ້ນສູງໄປຮ່ວມກອງປະຊຸມຢູ່ຕ່າງປະເທດ, ຕ້ອນຮັບແຂກຜູ້ແທນຂັ້ນສູງຈາກຕ່າງປະເທດໄດ້ສຳເລັດ, ຕິດຕາມການກວດກາຄຸ້ມຄອງເອກະສານ,ຕາປະທັບ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ຄຸ້ມຄອງຕິດຕາມ, ກວດກາການນຳໃຊ້-ບຳລຸງຮັກສາ ພາຫະນະເຕັກນິກ, ເກັບກຳຂຶ້ນສະຖິຕິພະນັກງານບຳນານທີ່ຖືອາວຸດກະສຸນສົ່ງກົມ 509, ພົວພັນຮັບ-ເບີກຈ່າຍເຄື່ອງນຸ່ງຮົ່ມໃຫ້ບັນດາກົມກອງອ້ອມຂ້າງກົມໃຫຍ່ການເມືອງ, ຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2025 ຄຸ້ມຄອງງົບປະມານລາຍຮັບ-ລາຍຈ່າຍ, ໄດ້ເບີກຈ່າຍເງິນເດືອນ, ເງິນນ້ຳມັນ ແລະ ເງິນອຸດໜູນນະ ໂຍບາຍຕ່າງໆ, ພ້ອມທັງເກັບລາຍຮັບທີ່ໄດ້ຈາກການເກັບຄ່າບໍລິການ, ການຂາຍໄຂ່ໄກ່, ໄກ່ພັນໄຂ່ສຸດໄຂ່, ຂາຍໄຂ່ ແລະ ອື່ນໆ, ໄດ້ກ່ໍສ້າງສ້ອມແປງ ຕອບສະໜອງຄວາມຕ້ອງການອຸປະກອນຮັບໃຊ້ຫ້ອງ ການໄດ້ເປັນຢ່າງດີ, ໄດ້ເອົາໃຈໃສ່ບຳລຸງ-ກ່ໍສ້າງ,ຝຶກຝົນຫຼ່ໍຫຼອມ ກຳລັງ ປກສ ຕາມທິດຊີ້ນຳຂອງຂັ້ນເທິງ ໃນໜຶ່ງປີຜ່ານມາ ສາມາດຈັດຕັ້ງປິດຫຼັກສູດການຮຽນ-ການສອນ ວິຊາສະເພາະກົດລັບ ແລະ ສື່ສານ ຈຳນວນ 141 ສະຫາຍ ຍິງ ສະຫາຍ ຮຸ່ນທີ IV ສຳ ເລັດ.

ທິດທາງແຜນການໃນຕໍ່ໜ້າ, ສືບຕໍ່ເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ,ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ນາຍ ແລະ ພົນຕຳຫຼວດ ຢ່າງໃກ້ຊິດຕິດແທດ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍບັນດາເອກະສານ ແລະ ນິຕິກຳຂອງຂັ້ນເທິງ, ເປັນເຈົ້າການພົວພັນຮ່ວມມືກັບສາກົນເພື່ອຍາດແຍ່ງຄວາມຊ່ວຍເຫຼືອໃຫ້ຫຼາຍຂຶ້ນ, ປົກປັກຮັກສາຄຸ້ມຄອງເອກະ ສານທີ່ພົວພັນກັບກົມໃຫຍ່, ຄຸ້ມຄອງການເກັບກຳລາຍຮັບ-ລາຍຈ່າຍ, ການເບີກຈ່າຍເງິນເດືອນ, ເງິນນ້ຳມັນ, ເງິນບໍລິຫານພາຍໃນຫ້ອງການ, ເງິນນະໂຍ ບາຍ,ຕິດຕາມກວດກາແຜນການກ່ໍສ້າງສ້ອມແປງພື້ນຖານໂຄງລ່າງ, ຕອບສະໜອງອຸປະ ກອນພາຫະນະເຕັກນິກໃຫ້ທັນກັບຄວາມຮຽກຮ້ອງຕ້ອງການ, ຄຸ້ມຄອງການຜະລິດໃຫ້ໄປຕາມທິດເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

