

|
ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ກະຊວງ ປກສ ພ້ອມຄະນະໄດ້ລົງເຄື່ອນໄຫວຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຢູ່ແຂວງ ບໍ່ແກ້ວ ໃນວັນທີ 18 ກັນຍາ 2018, ມີຄະນະກອງບັນຊາການ ປກສ ແຂວງບໍ່ແກ້ວ, ຄະນະກອງບັນຊາການ ປກສ ເມືອງ ແລະ ພະນັກງານ - ນັກຮົບທົ່ວ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ. ພົຈວ ຄຳສາຍ ຈັນທະວົງ ໄດ້ເນັ້ນໜັກໃຫ້ຄະນະພັກ - ຄະນະບັນຊາແຕ່ລະຂັ້ນເອົາໃຈໃສ່ສຶກສາອົບຮົມການເມືອງ, ນຳ ພາແນວຄິດໃຫ້ພະນັກງານ - ນັກຮົບ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກມີຄວາມໜັກ ແໜ້ນທາງດ້ານການເມືອງ - ແນວຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງປະຕິບັດວຽກງານ ປ້ອງກັນຄວາມສະຫງົບ, ກຳໃຫ້ ໄດ້ລະບຽບ, ກົດໝາຍ ແລະ ຂໍ້ກຳນົດຕ່າງໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ; ເອົາ ໃຈໃສ່ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນບັນຫາຢາເສບຕິດ, ເກັບກຳການເໜັງຕີງຂອງພົນລະ ເມືອງ, ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມເພື່ອເຮັດໃຫ້ ແຂວງ ບໍ່ແກ້ວ ມີຄວາມເປັນລະບຽບຮຽບ ຮ້ອຍຂຶ້ນກ່ວາເກົ່າ. ໃນໂອກາດດຽວກັນ, ພັທ ໄກຍະສອນ ສິງວິໄຊ ຮອງກອງບັນຊາການ ປກສ ແຂວງ ບໍ່ແກ້ວ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງກຳລັງ ປກສ ທົ່ວແຂວງ ບໍ່ແກ້ວ ວ່າ: ທົ່ວແຂວງ ບໍ່ແກ້ວ ມີພົນລະເມືອງ ທັງ ໝົດ 182.623 ຄົນ ຍິງ 99.668 ຄົນ ປະກອບມີ 15 ຊົນເຜົ່າ; ໃນໄລຍະຜ່ານມາ ຄະນະພັກ - ຄະນະບັນຊາທຸກ ຂັ້ນແມ່ນເອົາໃຈໃສ່ສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ພະນັກງານ - ນັກຮົບ ແລະ ປະຊາຊົນຢ່າງເປັນປົກກະຕິ ແລະ ປະຕິບັດວຽກ ງານຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ຕິດພັນກັບວຽກງານ 3 ສ້າງ ໂດຍຫັນເອົາກຳລັງລົງກໍ່ ສ້າງຮາກຖານການເມືອງ ຕາມຂະບວນການຂອງ ກະຊວງ, ແຂວງ ແລະ ຕາມສາຍວິຊາສະເພາະ ເພື່ອແກ້ໄຂຄວາມບໍ່ສະ ຫງົບຢູ່ຮາກຖານ, ໄດ້ກໍານົດໂຄງການແຜນການອັນລະອຽດ ເປັນບ່ອນອີງໃຫ້ແກ່ພະນັກງານ ແລະ ອຳນາດການປົກຄອງ ທ້ອງຖິ່ນ ໃຫ້ມີຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ໄດ້ຮັບຜົນສຳເລັດຫຼາຍດ້ານເປັນຕົ້ນ ແມ່ນ ການສົ່ງເສີມທຳການຜະລິດເປັນສິນຄ້າ ໄດ້ເອົາໃຈໃສ່ລົງເລິກ ຫັນເອົາລະບຽບກົດໝາຍ ລົງເຜີຍແຜ່ໃຫ້ປະຊາຊົນ ຮັບຮູ້ເຊື່ອມຊຶມ ແລະ ເປັນເຈົ້າການປະກອບສ່ວນປົກປັກຮັກສາ ພັດທະນາແກ້ໄຂຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ. ແຕ່ກໍປາສະຈາກບໍ່ໄດ້ຂໍ້ຫຍຸ້ງຍາກ ໃນການປະຕິບັດໜ້າທີ່ວຽກງານເນື່ອງຈາກປະຊາຊົນຈຳນວນໜຶ່ງ ຍັງມີການຝ່າຝືນບໍ່ ເຄົາລົບລະບຽບກົດໝາຍ, ມີບັນຫາປະກົດການຫຍໍ້ທໍ້ເກີດຂຶ້ນເຊັ່ນ: ການເຂົ້າ - ອອກເມືອງ, ການຍົກຍ້າຍຖິ່ນຖານແບບບໍ່ຖືກ ຕ້ອງ, ການຕັ້ງຖິ່ນຖານຢູ່ແບບກະແຈກກະຈາຍ ເຮັດໃຫ້ຍາກຕໍ່ການຕິດຕາມເກັບກຳສະຖິຕິ. ນອກນີ້, ຍັງມີປະຊາຊົນຈຳ ນວນໜຶ່ງຍັງບໍ່ທັນເຂົ້າໃຈຕໍ່ແນວທາງຂອງພັກ - ລັດ.
ປະຊາສຳພັນ
ເຜີຍແຜ່: 20/09/2018, ອ່ານ: 0 ຄັ້ງ
ໜ້າຫຼັກ
|
ເບິ່ງຂ່າວທັງໝົດ
| ສົ່ງເຂົ້າ Facebook
ຂ່າວທົ່ວໄປ (ຫ້ອງວ່າການກະຊວງ ປກສ / ຫ້ອງການກະຊວງ) |
|
|