
|
ສະພາບໍລິຫານປະກັນສັງຄົມ ກະຊວງ ປກສ ຈະສຸມໃສ່ປັບປຸງ ແລະ ພັດທະນາວຽກງານປະກັນ ສັງຄົມໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວ; ສາມາດຮັບ ປະກັນການອຸດໜູນຕ່າງໆ ໃຫ້ວ່ອງໄວ.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ປະຈຳໄຕມາດ II (ເດືອນ 4-6) ແລະ ທິດທາງແຜນ ການປະຈຳໄຕມາດ III (ເດືອນ 7-9 ) ປີ 2018 ຂອງສະພາບໍລິຫານປະກັນສັງຄົມ ປກສ, ໃນວັນທີ 18 ກໍລະກົດ 2018 ເປັນປະທານໂດຍ ພັອ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປະທານສະພາບໍລິຫານ ປະກັນສັງຄົມ ກະຊວງປກສ ໃຫ້ຮູ້ວ່າ: ໃນຕໍ່ໜ້າ, ສະພາບໍລິຫານປະກັນສັງຄົມ ປກສ ຈະສຸມໃສ່ປັບປຸງ ແລະ ພັດທະນາ ວຽກງານປະກັນສັງຄົມໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວ; ສາມາດຮັບປະກັນໄດ້ຕໍ່ການອຸດໜູນຕ່າງໆ ແລະ ເອົາໃຈໃສ່ປະຕິບັດນະໂຍບາຍເງິນອຸດໜູນຕ່າງໆ ຕໍ່ນາຍ ແລະ ພົນຕຳຫຼວດໃຫ້ຖືກຕ້ອງສອດຄ່ອງຕາມ ລະບຽບກົດ ໝາຍຂອງປະກັນສັງຄົມ, ຮັບປະກັນໃຫ້ບັນລຸໄດ້ຕາມຄາດໝາຍຂອງວຽກງານປະກັນ ສັງຄົມ ປກສ ທີ່ວາງອອກເປັນແຕ່ ລະໄລຍະ ແລະ ເອົາໃຈໃສ່ໃຫ້ນາຍ ແລະພົນຕຳຫຼວດໃນຂອບເຂດທົ່ວປະເທດໃຫ້ໄດ້ນຳໃຊ້ບັດປະກັນສັງຄົມ; ສືບຕໍ່ ເຜີຍແຜ່ກົດໝາຍວ່າດ້ວຍປະກັນສັງຄົມ ສະບັບເລກທີ 34/ສພຊ, ລົງວັນທີ 26 ກໍລະກົດ 2013 ແລະ ຄຳແນະນຳ ຂອງທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 573/ປກສ, ລົງວັນທີ 7 ເມສາ 2016 ທາງວິທະຍຸ, ໂທລະພາບ ເພື່ອໃຫ້ນາຍ ແລະ ພົນຕຳຫຼວດ, ສະມາຊິກຄອບຄົວໃຫ້ເຂົ້າໃຈແຈ້ງຕໍ່ການປະຕິບັດນະໂຍບາຍ ລະບອບເງິນອຸດໝູນຕ່າງໆ ຕາມກົດໝາຍປະກັນສັງຄົມ, ເອົາໃຈໃສ່ຄຸ້ມຄອງກອງທຶນຈັດເກັບລາຍຮັບຕາມແຜ່ນງົບ ປະມານຂອງກົມການເງິນ ປກສ ມອບໃຫ້ປະຕິບັດລາຍຈ່າຍໃຫ້ຖືກຕ້ອງຕາມລະບຽບຫຼັກການຈ່າຍຕາມເປົ້າໝາຍການອຸດໜູນ ຕ່າງໆ ຂອງກອງທຶນປະກັນສັງຄົມ ປກສ ໄດ້ກຳນົດໄວ້, ສືບຕໍ່ຈ່າຍເງິນອຸດໜູນຕ່າງໆ ຕາມການສະເໜີຂອງກົມກອງອ້ອມຂ້າງ ກະຊວງ ແລະ ທ້ອງຖິ່ນ ໃຫ້ທວງທັນຕາມກຳນົດເວລາພ້ອມທັງສືບຕໍ່ພິມບັດປະກັນສຸຂະພາບໃຫ້ນາຍ ແລະ ພົນຕຳ ຫຼວດຢູ່ບັນດາກົມກອງອ້ອມຂ້າງກະຊວງທີ່ຍັງຕົກຄ້າງ ແລະ ປກສ ແຂວງທີ່ມີຂໍ້ມູນຄົບແລ້ວ.
ໃນໄຕມາດຜ່ານມາ, ສະພາບໍລິຫານປະກັນສັງຄົມ ໄດ້ຊີ້ນຳ-ນຳພາວຽກງານປະກັນສັງຄົມ ປກສ ທົ່ວປະເທດ ໃນການຈັດຕັ້ງປະຕິບັດວຽກງານນະໂຍບາຍລະບອບເງິນອຸດໝູນຕ່າງໆ ໃຫ້ນາຍ ແລະ ພົນຕຳຫຼວດ, ລູກ, ເມຍ ແລະ ແກ້ໄຂ ເງິນອຸດໜູນຕ່າງໆ ຕາມແຜນງົບ ປະມານຂອງກົມກອງອ້ອມຂ້າງ ກະຊວງ ແລະ ທ້ອງຖິ່ນທົ່ວປະເທດໃຫ້ທ່ວງທັນເວລາ.
ປະຊາສຳພັນ
ເຜີຍແຜ່: 23/07/2018, ອ່ານ: 0 ຄັ້ງ
ໜ້າຫຼັກ
|
ເບິ່ງຂ່າວທັງໝົດ
| ສົ່ງເຂົ້າ Facebook
ຂ່າວທົ່ວໄປ (ຫ້ອງວ່າການກະຊວງ ປກສ / ຫ້ອງການກະຊວງ) |
|
|