
ຄະນະນັກສຶກສາ
ສປປ
ລາວ
ວິທະຍາຄານສັນຕິບານປະຊາຊົນ
ກະຊວງ
ຕຳຫຼວດ
ສສ
ຫວຽດນາມ
ໄດ້ຈັດກອງ
ປະຊຸມສະຫຼຸບການເຄື່ອນໄຫວວຽກງານ
6
ເດືອນຕົ້ນປີ
ແລະ
ວາງແຜນການ
6
ເດືອນທ້າຍປີ
2020,
ໃນວັນທີ
31
ຕຸລາ
2020
ເປັນປະທານໂດຍ
ພັອ
ໄພວັນ
ສິດທິຈັນ
ຫົວໜ້າອົງ
ການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ
ສປປ
ລາວ
ປະຈຳ
ສສ
ຫວຽດນາມ,
ມີ
ພັທ
ຫວຽນ
ຫີວ
ແອງ
ຫົວໜ້າພະແນກຄຸ້ມຄອງນັກສຶກສາລາວປະຈຳວິທະ
ຍາຄານສັນຕິບານ
ກະຊວງຕຳຫຼວດຫວຽດນາມ,
ບັນດາຄະນະພັກອົງການຜູ້ຕາງໜ້າ,
ຄະນະພັກ-ຄະນະນັກສຶກສາ,
ຄະນະຊາວໜຸ່ມ-ແມ່ຍິງ
ແລະ
ບັນດາຫົວໜ້າຂະແໜງການວິຊາສະເພາະຕະຫຼອດຮອດນັກສຶກສາເຂົ້າຮ່ວມ.
ວທ
ສຸວັນທອນ
ຈັນທະລາສອນ
ຮອງຫົວໜ້ານັກສຶກສາ
ກ່າວວ່າ:
ນັກສຶກສາກຳລັງປ້ອງກັນຄວາມມະຫງົບ
ສປປ
ລາວ
ຢູ່ວິທະຍາຄານສັນຕິບານປະຊາຊົນ
ກະຊວງ
ຕຳຫຼວດ
ສສ
ຫວຽດນາມ
ໄລຍະຜ່ານມາເຫັນວ່ານັກສຶກສາ
ສ່ວນຫຼາຍແມ່ນຖືເອົາວຽກງານການຄົ້ນຄວ້າສຶກສາຮໍ່າຮຽນເປັນວຽກງານໃຈກາງອັນດັບໜຶ່ງ
ແລະ
ໜ້າທີ່ຕົ້ນຕໍຂອງ
ຕົນ
ເຊິ່ງມັນສະແດງໃຫ້ເຫັນແຕ່ລະສະຫາຍ
ນອກຈາກໄດ້ສຶກສາຮໍ່າຮຽນຕາມຫຼັກສູດແລ້ວຍັງໄດ້ຊອກຮູ້ຮໍ່າຮຽນນຳ
ໝູ່ເພື່ອນ,
ນັກສຶກສາດ້ວຍກັນ,
ຮຽນນໍາອິນເຕີເນັດ-ເວັບໄຊຕ່າງໆ
ແລະ
ຮຽນນໍາອ້າຍນ້ອງນັກສຶກສາຫວຽດນາມ
ຕື່ມອີກ
ເພື່ອເປັນການຍົກລະດັບຄວາມຮູ້-ຄວາມສາມາດ
ໃຫ້ບັນດານັກສຶກສາລາວມີຄວາມເຂົ້າໃຈເລິກເຊິ່ງກ່ຽວ
ກັບການໃຊ້
ພາສາຫວຽດໃຫ້ຖືກຕ້ອງ
ແລະ
ສອດຄ່ອງກັບສະພາບວຽກງານຕົວຈິງໃນອະນາຄົດ.
ສະແດງອອກ
ໃນສົກຮຽນປີ
2019-2020
ຜ່ານ
ມານັກສຶກສາລາວສາມາດຍາດໄດ້
ຄະແນນຮຽນດີ,
ຮຽນເກັ່ງ
ແລະ
ປະຕິບັດ
ລະບຽບໄດ້ດີມີຄວາມ
ຫ້າວຫັນໃນການຄົ້ນຄວ້າສຶກສາຮໍ່າຮຽນ,
ຝຶກຝົນຫຼ່ໍຫຼອມຕົນເອງ
ເປັນຕົ້ນແມ່ນ
ນັກສຶກສາ
ໄດ້ຄະແນນ
8
ຈຸດ
ທັງໝົດ
10
ສະຫາຍ
(ເທົ່າກັບ
6,49%), 7
ຈຸດ
ທັງໝົດ
134
ສະຫາຍ
(ເທົ່າກັບ
87,1%), 6
ຈຸດ
ມີທັງໝົດ
8
ສະຫາຍ
(ເທົ່າກັບ
5,19).
ປັດຈຸບັນຄະນະນັກສຶກສາກໍາລັງສະເໜີໃບຍ້ອງຍໍຈາກສະຖານທູດ
ປະເພດຮຽນດີ-ຮຽນເກັ່ງ,
ປະເພດເຄື່ອນໄຫວວຽກງານນອກຫຼັກສູດດີເດັ່ນ
ແລະ
ກໍາລັງສະເໜີໃບຍ້ອງຍໍຈາກອໍາ
ນວຍການວິທະຍາຄານ
ສັນຕິບານ
ປະຊາຊົນຮ່າໂນ້ຍ.
ໃນພິທີ,
ພັທ
ສັກດາ
ໄຊຍະສົງຄາມ
ຮອງຫົວໜ້າອົງການ
ຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບ
ສປປ
ລາວ
ປະຈຳ
ສສ
ຫວຽດນາມ
ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ
ປກສ
ສະບັບເລກທີ
1442/ກມປສ,
ລົງວັນທີ
21
ເມສາ
2020
ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບນັກສຶກສາຊຸດໃໝ່
ໃນນີ້
ໄດ້ແຕ່ງ
ຕັ້ງ
ພັທ
ຄຳສີ
ໄຊຍະໂຊກ
ເປັນຫົວໜ້າ
ແລະ
ພັຕ
ສອນໃຈ
ໂສພາລັກ
ເປັນຮອງພ້ອມຄະນະອີກຈຳນວນໜຶ່ງ.
ຕອນທ້າຍກອງປະຊຸມ,
ພັອ
ໄພວັນ
ສິດທິຈັນ
ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນຄະນະຮັບຜິດຊອບນັກ
ສຶກສາຊຸດໃໝ່
ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ,
ເປັນຫຼັກແຫຼ່ງໃນການ
ເຕົ້າໂຮມຄວາມສາມັກຄີຢ່າງໜັກແໜ້ນ,
ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດບົນພື້ນ
ຖານຫຼັກການ
ລວມສູນປະຊາທິປະໄຕ,
ເຮັດວຽກເປັນໝູ່ຄະນະແບ່ງງານໃຫ້ບຸກຄົນຮັບຜິດຊອບ,
ເອົາໃຈໃສ່ສຶກສາອົບຮົມການເມືອງ
ນຳພາແນວຄິດໃຫ້ນັກສຶກສາໃຫ້ມີຄຸນທາດການເມືອງ,
ໜັກແໜ້ນ,
ມີຄຸນສົມບັດສິນທໍາປະຕິວັດ,
ເອົາໃຈໃສ່
ແລະ
ຍົກສູງຄຸນນະພາບໃນການຄຸ້ມຄອງ,
ຕິດຕາມ,
ກວດກາ,
ຊີ້ນຳ-ນຳພານັກສຶກສາ
ທຸກຮຸ່ນ
ໃຫ້ມີຄວາມບຸກບືນ
ຫ້າວຫັນຕັ້ງໜ້າຄົ້ນຄວ້າຮໍ່າຮຽນ
ແລະ
ຝຶກຝົນຫຼ່ໍຫຼອມຕົນເອງ,
ເອົາໃຈໃສ່ປະຕິບັດຂໍ້ກຳນົດກົດລະບຽບຂອງ
ໂຮງຮຽນ
ກໍຄືກົດລະບຽບ
ຂອງກຳລັງປ້ອງກັນຄວາມສະຫງົບ
ໂດຍສະເພາະແມ່ນປະຕິບັດບັນດາຂໍ້ຫ້າມຕໍ່ນາຍ
ແລະ
ພົນຕຳຫຼວດຂອງກະຊວງປ້ອງກັນຄວາມສະຫງົບວາງອອກຢ່າງເຂັ້ມງວດ.
|