
ໃນວັນທີ
7-8
ມັງກອນ
2021
ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ສະຫຼຸບວຽກ ງານປ້ອງກັນຄວາມ
ສະຫງົບປະຈຳປີ
2020
ແລະ ວາງທິດທາງແຜນການປີ
2021,
ໂດຍ ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງໆ ວຽງຈັນ,
ມີ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ເປັນປະທານກອງປະຊຸມ,
ມີຄະນະພັກ-ຄະນະບັນຊາກອງບັນຊາການ
ແລະ ບັນດາກົມກອງ,
ຫ້ອງ ແລະ
ປກສ ເມືອງ ພ້ອມດ້ວຍພະນັກງານ
ຫຼັກແຫຼ່ງເຂົ້າຮ່ວມ.
ກອງປະ ຊຸມໃຫ້ຮູ້ວ່າ;
ໃນປີ
2020
ທົ່ວແຂວງມີຄະດີອາຍາເກີດຂຶ້ນ
1.000
ກວ່າເລື່ອງ ແລະ ສ້າງຄວາມເສຍຫາຍຫຼາຍຕື້ກີບ.
ພົຈວ ປອ ທອງເຄນ ບຸນໝັ້ນ ກ່າວວ່າ:
1
ປີ ຜ່ານມາ
ແຂວງວຽງຈັນ ມີຄະດີອາຍາເກີດຂຶ້ນ
1.583
ເລື່ອງ,
ກັກຕົວຜູ້ຖືກຫາ
1.601
ຄົນ ຍິງ
240
ຄົນ.
ໃນນີ້,
ພົ້ນເດັ່ນແມ່ນບັນຫາຢາເສບຕິດ,
ລັກຊັບ,
ສໍ້ໂກງຊັບ.
ສະເລ່ຍ
ຜົນເສຍຫາຍເປັນເງິນກີບ
9.601.978.000
ກີບ,
ເງິນ ໂດລາ
3.662
ໂດລາ,
ເງິນບາດ
7.853.770
ບາດ ແລະ ອຸປະກອນເຄື່ອງໃຊ້ອື່ນໆອີກຈໍານວນໜຶ່ງ,
ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ
581
ເລື່ອງ,
ຜູ້ຖືກຫາ
638
ຄົນ ຍິງ
95
ຄົນ,
ຄົນ ຕ່າງປະເທດ
6
ຄົນ ຂອງກາງປະເພດຢາບ້າ
1.111.331
ເມັດ,
ຢາໄອສ໌
317
ກິໂລກຼາມ,
ຢາເຄ
175,7
ກຼາມ,
ຜົງຂາວ
1
ຖົງ ນ້ອຍ,
ເຮໂຣອິນ
800
ກຼາມ,
ເງິນກີບ
182.244.000
ກີບ,
ເງິນບາດ
66.790
ບາດ,
ເງິນໂດລາ
1.061
ໂດລາ,
ລົດໃຫຍ່
13
ຄັນ,
ລົດຈັກ
115
ຄັນ,
ມີດ-ງ້າວ
26
ດວງ ແລະ ໂທລະສັບ
251
ເຄື່ອງ,
ມີອຸປະຕິເຫດເກີດຂຶ້ນ ທັງໝົດ
606
ຄັ້ງ,
ພາຫະນະເປ່ເພເລັກໜ້ອຍ
556
ຄັນ,
ເປ່ເພສົມຄວນ
398
ຄັນ,
ໃຊ້ ການບໍ່ໄດ້
8
ຄັນ,
ຄົນໄດ້ຮັບບາດເຈັບເລັກໜ້ອຍ
440
ຄົນ
ຍິງ
126
ຄົນ,
ເຈັບສົມຄວນ
255
ຄົນ ຍິງ
67
ຄົນ,
ສາຫັດ
76
ຄົນ
ຍິງ
11
ຄົນ ແລະ ເສຍຊີວິດ
58
ຄົນ ຍິງ
17
ຄົນ,
ມູນຄ່າເສຍຫາຍທັງໝົດ
5.268.600.000
ກີບ,
ມີອັກ ຄີໄພເກີດຂຶ້ນ
15
ຄັ້ງ ປະເມີນມູນຄ່າຜົນເສຍຫາຍ
1
ຕື້ກວ່າກີບ,
ກວດກາການເຂົ້າ-ອອກ
2
ດ່ານຊາຍແດນ,
ມີຄົນລາວແຈ້ງ ເຂົ້າ-ອອກດ່ານ
ທັງໝົດ
13. 540
ຄົນ ຍິງ
7.552
ຄົນ,
ຄົນໄທ ແຈ້ງເຂົ້າ-ອອກດ່ານ
1.206
ຄົນ ຍິງ
556
ຄົນ,
ລົດລາວຂົນສົ່ງສິນຄ້າເຂົ້າ-ອອກ
407
ຄັນ,
ລົດໄທ
15
ຄັນ,
ເຮືອລາວ ຜ່ານແດນທັງໜົດ
810
ຖ້ຽວ,
ເຮືອໄທ
573
ຖ້ຽວ.
ທິດທາງແຜນການປີ
2021
ຄະນະພັກ-ຄະນະນໍາຈະໄດ້ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນ
4
ຄາດ ໝາຍ,
4
ແຜນ
ງານໃຫຍ່ ແລະ ບັນດາໂຄງການຕ່າງໆ ທີ່ກະຊວງ
ປ້ອງກັນຄວາມສະຫງົບວາງອອກ,
ສືບຕໍ່ເພີ່ມທະວີການເຄື່ອນໄຫວ
ວຽກງານວິຊາສະເພາະໃຫ້ເຂັ້ມ ແຂງເປັນຕົ້ນການເກັບກໍາຂ່າວ,
ປະມວນຂ່າວ,
ເກັບກໍາເປົ້າໝາຍ,
ຊອກຮູ້ສະກັດກັ້ນ,
ເອົາໃຈໃສ່ ຄຸ້ມຄອງດ່ານເຂົ້າ-ອອກເມືອງ,
ອັດປ່ອງຂ້າມລອຍໃຫ້ດີ,
ເຂົ້າມາທ່ອງທ່ຽວ,
ເຂົ້າມາປະກອບອາຊີບ,
ລວມທັງການແຕ່ງງານ,
ການຂໍເອົາສັນຊາດ ແລະ ຮູບການອື່ນໆ,
ຕ້ອງມີການຈັດຕັ້ງ
ທີ່ແໜ້ນໜາໃນການຄຸ້ມຄອງ,
ມີລະບົບປະຈໍາການກຽມພ້ອມ ເພື່ອແກ້ໄຂ,
ລວມທັງການປ້ອງກັນເຮັດໜ້າທີ່ຕາມສໍານັກງານ,
ປ້ອງກັນການນໍາພັກ-ລັດ,
ການປ້ອງກັນແຂກທັງພາຍໃນ ແລະ ຕ່າງປະເທດທີ່ມາເຮັດວຽກຢູ່ ແຂວງວຽງຈັນ
ໃຫ້ມີຄວາມປອດໄພ ເພື່ອ
ຮັບປະກັນໃຫ້ພື້ນທີ່
ແຂວງວຽງຈັນມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
|